ລມຕ ກະຊວງແຮງງານເຜີຍ ການສົ່ງແຮງງານອອກໄປຕ່າງປະເທດ ຕ້ອງບໍ່ກະທົບຄວາມຕ້ອງການແຮງງານພາຍໃນປະເທດ


ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແນະນຳກ່ຽວກັບການຈັດສົ່ງແຮງງານອອກໄປຕ່າງປະເທດ ໂດຍລະບຸວ່າ ການສົ່ງອອກງານອອກໄປຕ່າງປະເທດ ຕ້ອງສົ່ງຜົນກະທົບໜ້ອຍທີ່ສຸດ ຕໍ່ຄວາມຕ້ອງການແຮງງານພາຍໃນປະເທດ.

ຄຳເຫັນດັ່ງກ່າວ ມີຂຶ້ນໃນກອງປະຊຸມປຶກສາຫາລື ກ່ຽວກັບການຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ ຈັດຂຶ້ນໃນວັນທີ 17 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າກົມ-ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ສ ເກົາຫຼີ ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງໃນການຈັດຕັ້ງປະຕິບັດຕໍ່ໜ້າ.

ໂດຍ ທ່ານ ນາງ ໃບຄຳ ກ່າວວ່າ: “ການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຕ້ອງມີຜົນກະທົບໜ້ອຍທີ່ສຸດຕໍ່ກັບຄວາມຕ້ອງການນຳໃຊ້ແຮງງານ ຂອງບັນດາຫົວໜ່ວຍແຮງງານຢູ່ຕາມຂະແໜງການຕ່າງໆ ໃຫ້ສາມາດຕອບສະໜອງກັບການສົ່ງເສີມການລົງທຶນຂອງນັກລົງທຶນພາຍໃນ ແລະ ນັກລົງທຶນຈາກຕ່າງປະເທດ”.

ປັດຈຸບັນ ດ້ວຍສະພາບການເສດຖະກິດ ເງິນຕາອ່ອນຄ່າ ແລະ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ ຄ່າຈ້າງທີ່ຕ່ຳສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງແຮງງານລາວ ເຮັດໃຫ້ແຮງງານມີທ່າອ່ຽງທີ່ຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດເພີ່ມຂຶ້ນເລື້ອຍໆ.

ທ່ານ ນາງ ໃບຄຳ ຂັດທິຍະ ຍັງໃຫ້ຮູ້ອີກວ່າ: “ການສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງ ປະເທດ ຕ້ອງຮັບປະກັນແຮງງານທີ່ມີຄຸນະພາບ ໂດຍຜ່ານການເຝິກອົບຮົມ ແລະ ອອກໃບຢັ້ງຢືນການທົດສອບສີມື ເພື່ອໃຫ້ສາມາດສ້າງມູນຄ່າເພີ່ມ, ຮັບປະກັນທາງດ້ານລາຍຮັບໃຫ້ສູງ ແລະ  ແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດໂດຍຊອບທຳຂອງແຮງງານລາວ”

ປັດຈຸບັນ, ມີແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ 212,795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203,161 ຄົນ ແລະ ໄດ້ສົ່ງເງິນກັບຄືນປະເທດ ປະມານ 52,110,000 ໂດລາສະຫະລັດຕໍ່ເດືອນ.

ວຽກຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະ ເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ 5 (2021-2025) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທຳ, ສ້າງລາຍຮັບ, ພັດ ທະນາຄວາມຮູ້ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດ.

https://www.facebook.com/permalink.php?story_fbid=pfbid0vCTEjWeAnYHU6DiBFq88HSNLNZRmUXnrgYLdzekJ4YquNzir1DHWDsPPY3fM8cEXl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/