ລັດຖະບານແຫ່ງ ສປປ ລາວ, ຄະນະສະເພາະກິດ 83/ນຍ ຈັດກອງປະຊຸມຫາລື ມາດຕະການຫຼຸດຕົ້ນທຶນການຜະລິດພາຍໃນ ແລະ ມາດຕະການປະຢັດເງິນຕາ ແກ້ບັນຫາຄ່າຄອງຊີບ ແລະ ເງິນເຟີ້ທີ່ສູງ.

ອີງຕາມການລາຍງານຂອງ ວິທະຍຸ ກະຈາຍສຽງແຫ່ງຊາດ, ໃນວັນທີ 19 ສິງຫາ 2024, ທີ່ ສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດ ຄະນະສະເພາະກິດ 83/ນຍ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ-ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດດັ່ງກ່າວ.

ໃນກອງປະຊຸມ, ກ່ອນການແລກປ່ຽນຄຳເຫັນ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ລາຍງານຜົນໄດ້ຮັບຈາກກອງປະຊຸມປຶກສາຫາລືຮ່ວມກັບພາກທຸລະກິດໃນວັນທີ 2 ສິງຫາ ຜ່ານມາ ທີ່ໄດ້ລົງເລິກ 2 ບັນຫາໃຫຍ່ຄື: “ ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ ” ແລະ “ ການປະຢັດເງິນຕາຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ ” ແນໃສ່ເພື່ອການແກ້ໄຂສະພາບເຄັ່ງຮ້ອນໃນຕໍ່ໜ້າ ການເພີ່ມຂຶ້ນຂອງລາຄາສິນຄ້າ; ລາຄານໍ້າມັນ; ບັນດາຂະແໜງການທີ່ມີຄວາມຕ້ອງການນຳໃຊ້ເງິນຕາຕ່າງປະເທດຫຼາຍກວ່າໝູ່ ແລະ ໄດ້ຮັບບຸລິມະສິດໃນການເຂົ້າເຖິງເງິນຕາ ເພື່ອຊໍາລະການນຳເຂົ້າສິນຄ້າ; ການຊື້-ຂາຍເງິນຕາຜ່ານລະບົບອອນລາຍຂອງທະນາຄານ.

ທ່ານ ກອງແກ້ວ ໄຊສົງຄາມ ກ່າວຕື່ມວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກີດຜົນ ຄວນລົງເລິກຄົ້ນຄວ້າກ່ຽວກັບຕ່ອງໂສ້ການຜະລິດ ແລະ ໂຄງປະກອບລາຄາສິນຄ້າທີ່ຈຳເປັນ ແລະ ກະທົບຕໍ່ຊິວີິດການເປັນຢູ່ຂອງປະຊາຊົນ (ເຂົ້າສານໜຽວປະເພດ 2, ຊີ້ນໝູ, ໄຂ່, ປາ, ຜັກ), ໂດຍສະເພາະແມ່ນຂອດ ພໍ່ຄ້າຄົນກາງ ທີ່ເຫັນວ່າມີຜົນເຮັດໃຫ້ລາຄາສິນຄ້າຂັ້ນສຸດທ້າຍ ຫຼື ລາຄາຜູ້ບໍລິໂພກສູງຫຼາຍ; ຄວນລົງເລິກຄົ້ນຄວ້າແນວທາງການຊຸກຍູ້ສົ່ງເສີມການຜະລິດພາຍໃນຢ່າງມີເປົ້າໝາຍ ແລະ ເປັນລະບົບຕ່ອງໂສ້ ເພື່ອຮັບປະກັນໃຫ້ສາມາດແກ້ຖືກຈຸດ. ເນື່ອງຈາກນະໂຍບາຍສົ່ງເສີມການຜະລິດພາຍໃນ ຜ່ານມາ ຍັງເປັນລັກສະນະລວມໆ ແລະ ກົນໄກການຈັດຕັ້ງປະຕິບັດ ຍັງເປັນລັກສະນະ ພໍໃຜ ພໍລາວ; ຄວນລົງເລິກຄົ້ນຄວ້າ ກ່ຽວກັບການອຸດໜູນລາຄາ ນໍ້າປະປາ, ໄຟຟ້າ, ນໍ້າມັນເຊື້ອໄຟ, ຖ້າປັບໃຫ້ສອດຄ່ອງຕາມຄວາມເປັນຈິງຈະກະທົບແນວໃດ? ຈະມີກົນໄກອຸດໜູນຜູ້ມີລາຍຮັບຕໍ່າ ຫຼື ກຸ່ມເປົ້າໝາຍແນວ ໃດ?.

ອີງຕາມສູນສະຖິຕິແຫ່ງຊາດ, ອັດຕາເງິນເຟີ້ ເດືອນກໍລະກົດ 2024 ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ໃນລະດັບ 26,1% (ເດືອນມິຖຸນາ 2024 ຢູ່ໃນລະດັບ 26,2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດ ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 39,9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,4%, ໝວດທີ່ພັກ ອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 34,1%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,1%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 29,4%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 23,4%.

ທີ່ມາ: ປະຊາຊົນ