ຢຸດໃສ່ໃຈສາຍຕາ ແລະ ຄຳເວົ້າຄົນອື່ນ ຄວາມຈິງແລ້ວບໍ່ມີໃຜໃສ່ໃຈເລື່ອງຂອງເຮົາປານນັ້ນ


ມັນເປັນເລື່ອງປົກກະຕິທີ່ ຄົນເຮົາກັງວົນສາຍຕາຄົນອື່ນທີ່ເບິ່ງເຂົ້າມາຫາຮົາ ຍ້ອນມະນຸດມີຄວາມຕ້ອງການໃຫ້ຕົນເອງດູດີ, ຖືກເຄົາລົບໃນສາຍຕາຂອງຄົນອື່ນ. ເຊິ່ງຫຼາຍຄົນໄດ້ໃຫ້ຄວາມສຳຄັນຫຼາຍເກີນໄປຕໍ່ສາຍຕາຄົນອື່ນທີ່ເບິ່ງເຂົ້າມາຫາເຮົາວ່າເປັນແນວໃດ? ເຮົາເຮັດຖືກແລ້ວບໍ? ດູດີແລ້ວບໍ ສົ່ງຜົນໃຫ້ເກີດມີຄວາມກັງວົນ ຈົນລືມກັບມາໂຟກັດຕົນເອງວ່າ: ເຮົາຕ້ອງການຫຍັງແທ້? ພ້ອມທັງເຮັດຕາມຄວາມຄິດເຫັນ ຫຼື ຄວາມຕ້ອງການຂອງຄົນອື່ນ ຈົນລືມເປົ້າໝາຍຂອງຕົນເອງ ຫຼື “ຄວາມຝັນ” ເຊິ່ງຖ້າຫາກຍັງເປັນແບບນີ້ ແນ່ນອນວ່າປະຕິບັດຕົວບໍ່ເປັນຕົວຂອງຕົນເອງ. ສະນັ້ນ, ຢຸດກັງວົນຕໍ່ສາຍຕາຂອງຄົນອ້ອມຂ້າງ ແລະ ເປັນຕົວທ່ານເອງ

ຄົນປະເພດໃດ ມັກຈະສົນໃຈໃນສິ່ງທີ່ຄົນອື່ນເວົ້າ ຢ້ານວ່າຄົນອື່ນບໍ່ມັກ?

ຄົນທີ່ມີແນວໂນ້ມມີພຶດຕິກຳດັ່ງກ່າວ ແມ່ນຄົນທີ່ມີຄວາມນັບຖືຕົນເອງຕໍ່າ, ອ່ອນໄຫວຕໍ່ກັບຄວາມຄິດເຫັນຂອງຄົນອື່ນ, ຄົນທີ່ມີຄວາມວິຕົກກັງວົນທາງດ້ານສັງຄົມ ເຊິ່ງໂດຍພື້ນຖານແລ້ວ ແມ່ນຄົນທີ່ຢ້ານກົວຕໍ່ການຖືກຕັດສິນຂອງຄົນອື່ນ. ດັ່ງນັ້ນ, ພວກເຂົາເຈົ້າມີແນວໂນ້ມທີ່ຈະຫຼີກເວັ້ນການພົບປະກັບຜູ້ຄົນ ເພາະວ່າຕ້ອງການທີ່ຈະຫຼີກເວັ້ນການຖືກຕັດສິນຂອງຄົນອື່ນ.

7 ວິທີ​ທີ່​ຈະ​ກາຍເປັນຄົນທີ່ເຊົາ​ກັງວົນຕໍ່ກັບສາຍຕາ ແລະ ຄຳເວົ້າຄົນອື່ນ

1. ເຂົ້າໃຈ ແລະ ຍອມຮັບຄວາມຈິງຂອງຊີວິດ.

ມັນເປັນທໍາມະຊາດຂອງມະນຸດ ທີ່ຈະມີຄວາມຄິດເຫັນຕໍ່ຄົນອື່ນ. ບາງຄັ້ງຄວາມຄິດເຫັນເຫຼົ່ານັ້ນອາດຈະກົງກັບເຈົ້າ. ແຕ່ບາງຄັ້ງມັນເປັນພຽງແຕ່ທັດສະນະຂອງພວກເຂົາເທົ່ານ໊ນ, ເຊິ່ງອາດຈະບໍ່ສະທ້ອນເຖິງເຈົ້າເລີຍ, ແຕ່ສະທ້ອນໃຫ້ເຫັນວ່າຄົນທີ່ມີຄວາມຄິດເຫັນຕໍ່ເຈົ້ານັ້ນເປັນຄົນແນວໃດ?

2. ໂຟກັດສິ່ງທີ່ຄວບຄຸມໄດ້ນັ້ນກໍຄື: “ຕົວເຮົາເອງ”

ບໍ່ໃສ່ໃຈສິ່ງທີ່ບໍ່ສາມາດຄວບຄຸມໄດ້ນັ້ນກໍຄື: ຄວາມຄິດເຫັນຂອງຄົນອື່ນ. ໃສ່ໃຈຕົນເອງຫຼາຍຂຶ້ນເພາະເຮົາຮູ້ຈັກຕົວເອງດີທີ່ສຸດ. ເຝິກການອອກກໍາລັງກາຍຄວບຄຸມຮ່າງກາຍເຊັ່ນ: ການນັ່ງສະມາທິ, ການອອກກໍາລັງກາຍ, ເຝິກຫາຍໃຈເປັນຈັງຫວະ…

3. ທຸກຄົນເຄີຍຜິດພາດ

ເຖິງແມ່ນວ່າທຸກຄົນຕ້ອງການທີ່ຈະສົມບູນແບບ ແຕ່ໃນໂລກນີ້, ບໍ່ມີໃຜທີ່ສົມບູນແບບໃນທຸກສິ່ງທຸກຢ່າງ. ທຸກຄົນມີຄວາມຜິດພາດ ແລະ ຂໍ້ບົກພ່ອງ.

4. ເລືອກສົນໃຈຄົນທີ່ເຈົ້າຄວນໃສ່ໃຈ

ເຈົ້າບໍ່ຈຳເປັນຕ້ອງສົນໃຈທຸກຄົນໃນໂລກ ຈົ່ງສົນໃຈພຽງແຕ່ຄົນສຳຄັນທີ່ຫວັງດີຕໍ່ຊີວິດຂອງເຈົ້າກໍພຽງພໍແລ້ວ ເຊັ່ນ: ສະມາຊິກໃນຄອບຄົວ, ເຈົ້ານາຍ, ເພື່ອນຮ່ວມງານ, ຄົນຮັກ, ໝູ່ເພື່ອນ ເປັນຕົ້ນ. ຖ້າ​ຫາກ​ວ່າ​ຕ້ອງ​ໃສ່​ໃຈ​ກັບ​ທຸກ​ຄົນ​, ແນ່ນອນວ່າຊີວິດຈະບໍ່ກ້າວໄປທາງໜ້າໄດ້ເລີຍ.

5. ຄວາມຈິງແລ້ວ ເຈົ້າວິຈານຕົນເອງຫຼາຍກວ່າຄົນອື່ນ.

ຄົນເຮົາມັກເຊື່ອວ່າ ຄົນອື່ນວິພາກວິຈານຕົນເອງ. ແຕ່ໃນຄວາມຈິງແລ້ວ ເຈົ້ານັ້ນວິຈານຕົນເອງຫຼາຍກວ່າຄົນອື່ນ ໂດຍສະເພາະເຈົ້າເປັນຄົນທີ່ໃສ່ໃຈກັບຄຳເວົ້າຂອງຄົນອື່ນຫຼາຍ, ຢ້ານວ່າຄົນອື່ນບໍ່ມັກ. ມັນອາດຈະເປັນທີ່ເຈົ້າວິພາກວິຈານຕົວເອງເລື້ອຍໆ ແລະ ບໍ່ມັກໃນສິ່ງທີ່ຕົນເອງເປັນ.

6. ຢ່າພະຍາຍາມອ່ານຈິດໃຈຂອງຄົນອື່ນ

ຫຼາຍຄົນພະຍາຍາມອ່ານຈິດໃຈຂອງຄົນອື່ນ, ເຊິ່ງອາດຈະເປັນອັນຕະລາຍຫຼາຍຕໍ່ສຸຂະພາບຈິດຂອງຕົນເອງ. ໃນຄວາມເປັນຈິງ, ມີໂອກາດສູງທີ່ວ່າຄົນເຮົາຈະອ່ານຈິດໃຈຂອງຄົນອື່ນຜິດພາດ. ດັ່ງນັ້ນ, ຢ່າພະຍາຍາມອ່ານຈິດໃຈຂອງຄົນອື່ນ ເພາະມັນຈະເຮັດໃຫ້ເກີດຄວາມກັງວົນ.

7. ເລືອກຢູ່ກັບຄົນທີ່ເປີດໃຈ, ສະໜັບສະໜູນ ແລະ ຍອມຮັບທ່ານ

ຢູ່ໃນສະພາບແວດລ້ອມທີ່ດີ, ຊອກຫາຄົນທີ່ມີຈິດໃຈດີ, ເປີດໃຈຮັບຟັງ, ສະຫນັບສະຫນູນ ແລະ ຍອມຮັບທ່ານໃນສິ່ງທີ່ເປັນ ເພື່ອສ້າງພະລັງບວກ ແລະ ສຸຂະພາບຈິດທີ່ດີແກ່ຕົນເອງ.

ອ້າງອີງ:

https://cutt.ly/eeyMCVUf

https://cutt.ly/0eyMVIGS

https://cutt.ly/8eyMBwiB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/