ໃນປີ 2023 ທີ່ຜ່ານມາ ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອີຢູ ມີມູນຄ່າ 279,8 ຕື້ໂດລາ, ກວມເອົາ 7,9% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ອີຢູ ເປັນຄູ່ຄ້າອັນດັບທີ 3 ຂອງອາຊຽນ.

ໂຕເລກດັ່ງກ່າວ ຖືກລາຍງານ ໃນ ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການ ການຄ້າ ແຫ່ງສະຫະພາບຢູໂຣບ (EU) ຄັ້ງທີ 20 ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ ນີ້  ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບຢູໂຣບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: າຊຽນ ແລະ ອີຢູ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ  ຈາກອີຢູ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 24,9 ຕື້ໂດລາ, ກວມເອົາ 10,8% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ອີຢູ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ.  ຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ພວກເຮົາສໍາເລັດການຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ.

ທ່ານ ມະໄລທອງ ກົມມະສິດ ຍັງໄດ້ກ່າວອີກວ່າ: ປີຜ່ານມາ ພວກເຮົາໄດ້ມີການປຶກສາຫາລື ໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ ຊຶ່ງໃນນັ້ນ ພວກເຮົາໄດ້ມອບໝາຍໃຫ້ຄະນະວິຊາການ ຄົ້ນຄວ້າແຜນງານການຮ່ວມມືລະຫວ່າງສອງພາກພື້ນ ເພື່ອຫຼຸດຜ່ອນຜົນກະທົບຂອງບັນດາສິ່ງທ້າທາຍຈາກສາກົນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃຫ້ມີຄວາມຍືນຍົງ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ. ພວກເຮົາ ຍັງໄດ້ຢືນຢັນຄຳໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດໃນຫຼາຍຂົງເຂດວຽກງານ ພາຍໃຕ້ຖະແຫຼງການຮ່ວມຂອງຜູ້ນໍາໃນກອງປະຊຸມສຸດຍອດອາຊຽນ ແລະ ອີຢູ ເຊັ່ນ: ສົ່ງເສີມການຄ້າ ແລະ ການລົງທຶນແບບມີສ່ວນຮ່ວມ ແລະ ຍືນຍົງ ໂດຍເນັ້ນໃສ່ການປ່ຽນແປງສະພາບອາກາດ, ເສດຖະກິດໝູນວຽນ ແລະ ສີຂຽວ, ພະລັງງານທົດແທນ ແລະ ການຫັນເປັນດີຈີຕອນ.

ກອງປະຊຸມຄັ້ງນີ້, ຈະໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ ພ້ອມທັງພິຈາລະນາຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບຢູໂຣບ ຄັ້ງທີ 20.