ວັນທີ 20 ສິງຫາ 2024 ສຳນັກຂ່າວຕ່າງປະເທດລາຍງານວ່າ ທີ່ສະໜາມບິນຊິນຊິໂຕເສະ (New Chitose Airport) ເມືອງຮອກໄກໂດ ປະເທດຍີ່ປຸ່ນ ໄດ້ເກີດເຫດມີດຕັດເສຍຈາກຮ້ານຄ້າໃກ້ກັບປະຕູທາງຂຶ້ນຍົນ ຈຳນວນ 1 ອັນ ຈົນເຮັດໃຫ້ຖ້ຽວບິນຖືກຍົກເລີກ ແລະ ຫຼ້າຊ້າຈຳນວນຫຼາຍ

ໃນວັນທີ 17 ສິງຫາ ທີ່ຜ່ານມາ ສະໜາມບິນຊິນຊິໂຕເສະ (New Chitose Airport) ເມືອງຮອກໄກໂດ ປະເທດຍີ່ປຸ່ນ ເມື່ອເຈົ້າໜ້າທີ່ໃນສະໜາມບິນພົບວ່າມີດຕັດທີ່ຮ້ານຄ້າໃກ້ກັບປະຕູທາງຂຶ້ນຍົນ ທີ່ອາຄານຜູ້ໂດຍສານພາຍໃນປະເທດ ບໍ່ເຫັນ 1 ອັນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຕ້ອງກວດສອບຄວາມປອດໄພຂອງຜູ້ໂດຍສານໃໝ່ທັງໝົດ ໃນນັ້ນແມ່ນລວມໄປເຖິງຜູ້ໂດຍສານທີ່ກຳລັງນັ່ງຖ້າຂຶ້ນຍົນແລ້ວ ເຫດການເທື່ອນີ້ເຮັດໃຫ້ຖ້ຽວບິນ 36 ຖ້ຽວບິນຖືກຍົກເລີກ ແລະ ອີກ 201 ຖ້ຽວບິນແມ່ນຫຼ້າຊ້າ ແຕ່ເຈົ້າໜ້າທີ່ກໍຍັງບໍ່ພົບມີດຕັດດັ່ງກ່າວໃນມື້ນັ້ນ

ທັ້ງນີ້ ເຈົ້າໜ້າທີ່ໄດ້ລາຍງານວ່າ ຈາກການກວດສອບ ພະນັກງານໄດ້ພົບມີດຕັດໃນມື້ຕໍ່ມາ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ລາຍງານທັນທີຫຼັງຈາກພົບ ເພາະຕ້ອງໄດ້ນຳໄປກວດສອບກ່ອນວ່າມີດຕັດທີ່ເຫັນແມ່ນອັນດຽວ່ກັນກັບມີດຕັດທີ່ເສຍໄປຫຼືບໍ່?