ມີຄວາມສຸກໄດ້ຈາກການອອມ! ຜົນການຄົ້ນຄວ້າເຜີຍ ການອອມເງິນພຽງເລັກນ້ອຍກໍຊ່ວຍໃຫ້ມີສຸຂະພາບຈິດທີ່ດີຂຶ້ນໄດ້


ການອອມເງິນບໍ່ພຽງແຕ່ຊ່ວຍໃຫ້ທ່ານມີເງິນທ້ອນໄວ້ເພື່ອໃຊ້ໃນກໍລະນີສຸກເສີນເທົ່ານັ້ນ, ແຕ່ມັນຍັງສົ່ງຜົນດີຕໍ່ສຸຂະພາບຈິດຂອງພວກເຮົາອີກດ້ວຍ. ການຄົ້ນຄວ້າໃໝ່ຈາກມະຫາວິທະຍາໄລ Bristol ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການອອມເງິນເປັນປະຈໍາ ເຖິງແມ່ນວ່າຈະພຽງເລັກນ້ອຍກໍຕາມ, ສາມາດຊ່ວຍໃຫ້ເຮົານອນຫຼັບໄດ້ດີຂຶ້ນ, ຫຼຸດຜ່ອນຄວາມກັງວົນ, ເພີ່ມຄວາມໝັ້ນຄົງທາງດ້ານການເງິນ ແລະ ເພິ່ມຄວາມຫວັງໃນອະນາຄົດຫຼາຍຂຶ້ນ.

ໃນການຄົ້ນຄວ້າໃໝ່ນີ້ຍັງໄດ້ລະບຸອີກວ່າ ຄົນທີ່ມີລາຍໄດ້ຕໍ່າທີ່ອອມເງິນເປັນປະຈໍາມີຄວາມພໍໃຈໃນຊີວິດ ໃກ້ກັບຄົນທີ່ມີລາຍໄດ້ສູງແຕ່ບໍ່ໄດ້ອອມ ເຊິ່ງໄດ້ກາຍມາເປັນປະເດັນທີ່ໜ້າສົນໃຈ, ເນື່ອງຈາກວ່າໃນສອງສາມປີຜ່ານມາ ການເກັບອອມເງິນແມ່ນເປັນເລື່ອງທີ່ຍາກລຳບາກຫຼາຍ. ຍ້ອນ​ຄ່າ​ຄອງ​ຊີບ​ເພີ່ມ​ຂຶ້ນ ແຕ່ເຖິງແບບນັ້ນກໍມີຄົນປະມານ 6 ໃນ 10 ຄົນມີນິດໄສການໃນການເກັບອອມເງິນ.

ຢ່າງໃດກໍຕາມ, ຍັງມີປັດໄຈອື່ນໆທີ່ສົ່ງຜົນກະທົບຕໍ່ຄວາມສຸກໃນຊີວິດເຊັ່ນ: ການຍ້າຍເຮືອນ ຫຼື ການແຕ່ງງານ, ເຊິ່ງນີ້ຈະຊ່ວຍຄວາມເປັນຢູ່ທາງດ້ານຈິດໃຈ. ໃນ​ຂະ​ນະ​ທີ່ການວ່າງວຽກ ​ຫຼື ການ​ມີ​ລູກ​ສາ​ມາດ​ສົ່ງຜົນເສຍ​ຫາຍ​ຕໍ່​ສະ​ພາບ​ຈິດ​ໃຈຫຼາຍກວ່າ.

ເປັນຫຍັງການອອມເງິນຈຶ່ງດີຕໍ່ສຸຂະພາບຈິດ?

  • ຫຼຸດ​ຄວາມ​ກົດ​ດັນ​ເລື່ອງ​ເງິນ: ການມີ​ເງິນ​ເກັບ​ສຳຮອງໄວ້​ບາງ​ສ່ວນ. ຊ່ວຍໃຫ້ ເຮົາຮູ້ສຶກປອດໄພ ແລະ ບໍ່ຕ້ອງກັງວົນວ່າບໍ່ມີເງິນໃຊ້ເມື່ອຈໍາເປັນ.
  • ນອນຫຼັບໄດ້ຢ່າງສະບາຍໃຈ: ເມື່ອເຮົາບໍ່ຕ້ອງກັງວົນເລື່ອງເງິນ, ກໍຈະສາມາດນອນຫຼັບໄດ້ສະບາຍຍິ່ງຂຶ້ນ ແລະ ຕື່ນມາຢ່າງສົດຊື່ນ ພ້ອມທີ່ຈະໄປລຸຍກັບວຽກ.
  • ເພີ່ມຄວາມຫວັງສໍາລັບອະນາຄົດ: ການມີເງິນເກັບຈະຊ່ວຍພວກເຮົາວາງແຜນອະນາຄົດດ້ວຍຄວາມໝັ້ນໃຈ ແລະ ຮູ້ສຶກປອດໄພ
  • ຮັບມືກັບເຫດການທີ່ບໍ່ຄາດຄິດ: ເມື່ອມີເຫດສຸກເສີນເກີດຂຶ້ນ ເງິນເກັບຈະເປັນທີ່ເພິ່ງສຸດທ້າຍທີ່ຈະຊ່ວຍໃຫ້ເຮົາຜ່ານວິກິດການໄປໄດ້.

ໃຜໆກໍສາມາດປະຢັດເງິນໄດ້! ເຖິງແມ່ນວ່າເຮົາຈະມີລາຍໄດ້ໜ້ອຍ ກໍສາມາດອອມເງິນໄດ້ ພຽງແຕ່ເລີ່ມຕົ້ນດ້ວຍຈໍານວນນ້ອຍໆ ເກັບອອມຢ່າງສະໝໍ່າສະເໝີ ແລະ ເລືອກວິທີປະຢັດທີ່ເໝາະສົມກັບຕົວເອງ.

ເຕັກ​ນິກ​ການ​ປະ​ຢັດ​ເງິນ​ງ່າຍ​ດາຍ​:

  • ກໍານົດເປົ້າໝາຍເງິນໃນການອອມ: ລະບຸຈໍານວນເງິນທີ່ຕ້ອງການອອມ ແລະ ກໍານົດໄລຍະເວລາ
  • ຈົດບັນທຶກລາຍຮັບ ແລະ ລາຍຈ່າຍ: ບັນທຶກນີ້ຊ່ວຍໃຫ້ເຮົາຮູ້ວ່າໃນແຕ່ລະມື້ເຮົາໃຊ້ເງິນໄປກັບຫຍັງເເດ່.
  • ແຍກເງິນທີ່ຈະອອມໄວ້ຕ່າງຫາກ: ເມື່ອໄດ້ຮັບເງິນມາ ໃຫ້ແຍກສ່ວນໜຶ່ງສໍາລັບອອມ.
  • ຫາອາຊີບເສີມ: ຊອກຫາວຽກພິເສດ ຫຼື ເຮັດວຽກອິດສະຫຼະ.
  • ຫຼຸດຜ່ອນຄ່າໃຊ້ຈ່າຍ: ປະຢັດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ.
  • ເລືອກຮູບແບບການອອມທີ່ເໝາະສົມ: ເຊັ່ນ ເງິນຝາກປະຢັດ, ການລົງທຶນໃນກອງທຶນລວມ, ຊື້ຄໍາ…

ທະນາຄານ ແລະ ສະຖາບັນການເງິນຕ່າງໆ ມີບັນຊີເງິນຝາກປະຢັດຫຼາກຫຼາຍປະເພດໃຫ້ເລືອກເພື່ອປຽບທຽບ. ຈົ່ງເລືອກປະເພດທີ່ເໝາະສົມກັບຕົນເອງ, ດອກເບ້ຍດີ ແລະ ມີເງື່ອນໄຂທີ່ບໍ່ຫຍຸ້ງຍາກ.

ການເກັບອອມເງິນປຽບສະເໝືອນການລົງທຶນໃນຄວາມສຸກຂອງຕົວເອງ ເລີ່ມຕົ້ນອອມຕັ້ງແຕ່ມື້ນີ້, ເພື່ອອະນາຄົດທີ່ສົດໃສ ແລະ ສຸຂະພາບຈິດທີ່ດີຂຶ້ນ.

ທີ່ມາ:

thestandard

bbc

ndtv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/