ມາແບບມິດໆ! ແຕ່ຮູບເງົາ The Nun II ກວາດລາຍໄດ້ທົ່ວໂລກໄປ 250 ລ້ານ


ມາແບບມິດໆ ແຕ່ບໍ່ນອກກະແສ! ເມື່ອທາງ Box Office Mojo ໄດ້ລາຍງານວ່າຮູບເງົາ The NUN II ເປັນອີກໜຶ່ງຮູບເງົາແນວສະຍອງຂວັນທີ່ປະສົບຄວາມສຳເລັດໃນປີ 2023 ນີ້ ເຖິງແມ່ນວ່າເລື່ອງນີ້ບໍ່ໄດ້ຖືກເວົ້າຢ່າງກວ້າງຂວາງ ແຕ່ກໍສາມາດກວາດລາຍໄດ້ທົ່ວໂລກໄປຮອດ 257.2 ລ້ານໂດລາ.

ໂດຍທີ່ຮູບເງົາ The NUN II ມີທຶນສ້າງຢູ່ 38 ລ້ານໂດລາ ແຕ່ສາມາດກວາດລາຍໄດ້ໃນປະເທດສະຫະລັດອາເມຣິກາໄປຮອດ 83.7 ລ້ານໂດລາ ແລະ ລາຍໄດ້ໃນຕະຫຼາດຕ່າງປະເທດກວາດໄປໄດ້ 137.5 ລ້ານໂດລາ ລວມເປັນເງິນທັງໝົດ 257.2 ລ້ານໂດລາ.

The NUN II ຍັງຄົງຕິດອັນດັບ 1 ໃນ Box Office ແລະ ຍັງສາມາດກວາດລາຍໄດ້ທົ່ວໂລກໄດ້ຢ່າງໜ້າປະທັບໃຈຢ່າງຕໍ່ເນື່ອງ ເຖິງແມ່ນວ່າຮູບເງົາຈະຖືກຈຳໜ່າຍລົງໃນຮູບແບບດິຈິຕອນແລ້ວ ແຕ່ຕົວຮູບເງົາເອງກໍຍັງສາມາດສ້າງລາຍໄດ້ໃນໂຮງຢ່າງຕໍ່ເນື່ອງ ແລະ ກາຍເປັນອັນດັບ 4 ໃນຮູບເງົາແຟຣນໄຊ Conjuring.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/