ມາດາກາສກາ ກຳລັງເປັນປະເທດທຳອິດໃນປະຫວັດສາດສະໄໝໃໝ່ທີ່ໄດ້ຮັບຜົນກະທົບໂດຍກົງຈາກສະພາວະໂລກຮ້ອນ


ມາດາກາສກາ (Madagascar) ປະເທດໃນເຂດຕາເວັນອອກຂອງທະວີບອາຟຣິກາ ຕອນນີ້ກຳລັງເປັນປະເທດທຳອິດໃນປະຫວັດສາດສະໄໝໃໝ່ທີ່ໄດ້ຮັບຜົນກະທົບໂດຍກົງຈາກສະພາວະໂລກຮ້ອນ.

ຄວາມແຫ້ງແລ້ງທີ່ຮ້າຍແຮງທີ່ສຸດໃນຮອບ 40 ປີຂອງມາດາກາສກາໄດ້ສ້າງຜົນກະທົບຢ່າງຫຼວງຫຼາຍຕໍ່ການໃຊ້ຊີວິດ ໄປຈົນຮອດການອຶດຫິວ. ພວກເຂົາຕ້ອງໄດ້ຫາຈັບກິນແມງໄມ້ ຫຼື ໃບກະບອງເພັດເພື່ອຕໍ່ຊີວິດຂອງຕົນເອງ ແລະ ຄອບຄົວ.

ໂຄງການອາຫານຂອງທາງອົງການສະຫະປະຊາຊາດໄດ້ຄາດຄະເນວ່າ ທາງປະເທດມາດາກາສກາກຳລັງກ້າວເຂົ້າສູ່ພາວະຂາດເຂີນອາຫານ ເຊິ່ງບໍ່ໄດ້ກ່ຽວກັບຄວາມຂັດແຍ້ງ ແຕ່ເປັນເຫດຈາກສະພາວະໂລກຮ້ອນ. ປັດຈຸບັນໄດ້ມີ 30,000 ຄົນທີ່ຢູ່ໃນວິກິດການອຶດຫິວລະດັບສູງສຸດ-ລະດັບ 5 ແລະຄາດວ່າຕົວເລກຈະເພີ່ມຂຶ້ນອີກຫຼາຍ ເມື່ອປະເທດມາດາກາສກາໄດ້ເຂົ້າສູ່ໄລຍະລະດູແລ້ງ ກ່ອນຈະເຂົ້າສູ່ລະດູເກັບກ່ຽວ.

Ms Thakral ໜຶ່ງໃນທີມຈາກອົງການສະຫະປະຊາຊາດໄດ້ກ່າວວ່າ “ມັນບໍ່ເຄີຍເກີດຂຶ້ນມາກ່ອນເລີຍ. ພວກເຂົາບໍ່ໄດ້ກະທຳສິ່ງທີ່ໄປກໍ່ໃຫ້ເກີດສະພາວະໂລກຮ້ອນ. ພວກເຂົາບໍ່ໄດ້ເຜົາເຊື້ອໄຟຟອສຊິລ… ແຕ່ແລ້ວພວກເຂົາກໍຕ້ອງມາປະເຊີນໜ້າກັບຜົນກະທົບທີ່ຮຸນແຮງນີ້”

ຜົນກະທົບຂອງຄວາມແຫ້ງແລ້ງນີ້ມີຄື: ພືດບໍ່ສາມາດປູກໄດ້, ເຊື້ອໂຣກ ແລະ ສັດຕູພືດໄດ້ເຂົ້າຮຸກຮານ ເຊິ່ງໂດຍສ່ວນໃຫຍ່ແມ່ນເກີດຈາກການມີສ່ວນກ່ຽວຂ້ອງຂອງມະນຸດທາງດ້ານການເມືອງ ແລະ ດ້ານຕ່າງໆ ກໍ່ໃຫ້ເກີດໄພອຶດຫິວນີ້. ແຕ່ສຳລັບປະເທດມາດາກາສກາບໍ່ໄດ້ມີຕົ້ນຕໍມາຈາກມະນຸດເລີຍ, ດ້ວຍເຫດນີ້ ຈຶ່ງໄດ້ເປັນປະເທດທຳອິດທີ່ໄດ້ຮັບຜົນກະທົບຈາກສະພາວະໂລກຮ້ອນໂດຍກົງ.

ໂຄງການ WFP ໄດ້ກ່າວວ່າ ປະເທດຈະຕ້ອງໃຊ້ເງິນລະດົມທຶນ 78 ລ້ານໂດລາສະຫາລັດເພື່ອຈັດສັນອາຫານໃຫ້ພຽງພໍຕໍ່ລະດູແລ້ງຄັ້ງຕໍ່ໄປ. ບໍ່ພຽງເທົ່ານັ້ນ, ປະເທດມາດາກາສກາຈະຕ້ອງໄດ້ກຽມພ້ອມປັບຕົວໃນອະນາຄົດ ຕົວຢ່າງເຊັ່ນ: ພາກໃຕ້ຂອງມາດາກາສກາຈະຕ້ອງໄດ້ຈັດການລະບົບຊົນລະປະທານ ພ້ອມທັງປູກພືດທີ່ທົນຕໍ່ຄວາມແຫ້ງແລ້ງເປັນຕົ້ນ. ເຊິ່ງມາດາກາສກາແມ່ນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນໂລກ ຈຶ່ງເປັນໄປໄດ້ຍາກທີ່ພວກເຂົາຈະສາມາດຈັດການເລື່ອງຄ່າໃຊ້ຈ່າຍອຸປະກອນຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/