“ມອບຮັກແດ່ແລນແຕນ” ພູມໃຈທີ່ໄດ້ໃສ່ແບຣນລາວ! ເມື່ອຍັງອິນກັບ Squid Game ບໍ່ເຊົາ ກໍຕ້ອງຈັດຈັກຄູ່ແລ້ວ!


ໃນນາທີນີ້ ບອກໄດ້ເລີຍວ່າ ບໍ່ມີໃຜບໍ່ຮູ້ຈັກຊີຣີ້ທີ່ເປັນກະແສອັນດັບ 1 ຂອງໂລກ “Squid Game” ຊີຣີ້ແນວເອົາຕົວລອດສຸດໂຫດຈາກ ສ.ເກົາຫຼີ ທີ່ເຮັດປາກົດການຍອດເຂົ້າເບິ່ງຢ່າງລົ້ນເຫຼືອໃນ Neflix ຈົນສົ່ງຜົນໃຫ້ນັກສະແດງໃນຊີຣີ້ເກີດຄວາມນິຍົມ ແລະ ສິ່ງຕ່າງໆໃນຊີຣີ້ມີຍອດຂາຍຢ່າງມະຫາສານ ບໍ່ວ່າຈະເປັນ ເຂົ້າໜົມນ້ຳຕານ Dalgona, ຊຸດວອມສີຂຽວ-ສີບົວ ແລະ ເດັ່ນສຸດກໍໜ້າຈະແມ່ນເກີບສີຂາວ ແບຣນ Vans ທີ່ນັກສະແດງໃສ່ໃນຊີຣີ້ ເຊິ່ງມີຍອດຂາຍເພີ່ມຂຶ້ນເຖິງ 7,800% ໃນໄລເວລາບໍ່ເຖິງໜຶ່ງເດືອນ.

ເວົ້າເຖິງເລື່ອງເກີບ Vans ສີຂາວ ນອກຈາກກະແສໃນ Squid Game ແລ້ວ ອີກປັດໄຈໜຶ່ງທີ່ເຮັດໃຫ້ຍອດຂາຍເພີ່ມຂຶ້ນຢ່າງມະຫາສານ ກໍອາດຈະເປັນຄວາມ classic ຂອງມັນ ບວກກັບສີຂາວ ເຊິ່ງກໍສາມາດເຮັດໃຫ້ປະສົມປະສານກັບແຟຊັນການແຕ່ງຕົວໄດ້ຫຼາກຫຼາຍຮູບແບບ.

ໃນລາວເອງກໍມີແບຣນທີ່ເຮັດເກີບໃນລັກສະນະດັ່ງກ່າວອອກມາ ເຊິ່ງກໍມີມາດົນແລ້ວ ນັ້ນກໍຄືແບຣນ Her Works ຮຸ່ນ “ມອບຮັກແດ່ແລນແຕນ” ນອກຈາກຮູບຊົງທີ່ເຂົ້າກັບທຸກຮູບແບບການແຕ່ງຕົວແລ້ວ ຍັງມີເອກະລັກຂອງຊົນເຜົ່າແລນແຕນທີ່ພິເສດແຕກຕ່າງຈາກບ່ອນອື່ນ ນັ້ນກໍຄືການໃຊ້ຜ້າຝ້າຍ ຕໍ່າດ້ວຍມືນັ້ນເອງ.

ລາຍໄດ້ຈາກການຂາຍເກີບຮຸ່ນມອບຮັກແດ່ແລນແຕນ ແມ່ນຍັງຈະນຳໄປສະໜັບສະໜູນການຕໍ່າຜ້າຝ້າຍຂອງຊົນເຜົ່າແລນແຕນ ທີ່ແຂວງຫຼວງນໍ້າທາ ແລະ ຍັງນຳໄປປະກອບສ່ວນໃນການສ້າງສູນພັດທະນາຝີມືຊົນເຜົ່າ ເພື່ອໃຫ້ມີສະຖານທີ່ເອກອ້າງຄວາມຈົບງາມ-ພິຖີພິຖັນຂອງຜົນງານແຕ່ລະຊົນເຜົ່າ ພ້ອມທັງເປັນການຟື້ນຟູ, ປົກປັກຮັກສາ ພ້ອມທັງເປັນບ່ອນໃຫ້ຄວາມຮູ້ກ່ຽວກັບສິລະປະຂອງຊົນເຜົ່າກຸ່ມນ້ອຍອີກ.

ນອກຈາກຈະໄດ້ໃສ່ເກີບງາມໆແລ້ວ ຍັງຖືວ່າເປັນສ່ວນໜຶ່ງໃນການສະໜັບສະໜູນການອະນຸລັກສິລະປະການຕ່ຳຜ້າຂອງປະຊາຊົນບັນດາເຜົ່າອີກດ້ວຍ.

ສຳລັບໃຜທີ່ສົນໃຈຢາກສັ່ງເກີບຮຸ່ນ ມອບຮັກແດ່ແລນແຕນ ສາມາດສັ່ງໄດ້ເລີຍທີ່ເພຈ: Her Works – Multi Ethnic (https://www.facebook.com/herworks/)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/