ຟູດແພນດ້າ ໄປທົ່ວທຸກແຂວງຂອງປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ


  • ຂັບເຄື່ອນດ້ວຍຍຸດທະສາດທີ່ແຂງແກ່ນ, foodpanda ນຳໂອກາດການເຕີບໃຫຍ່ໃນຍຸກເສດຖະກິດດິຈິຕອນ ໃຫ້ກັບຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດລາວ.
  • ຈຳນວນຮ້ານອາຫານ ແລະ ຮ້ານຄ້າມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, foodpanda ເຮັດໃຫ້ຮ້ານອາຫານທ້ອງຖິ່ນ ທຸລະກິດອາຫານ ເຂົ້າເຖິງໂລກຂອງທຸລະກິດອອນລາຍ ແລະ ເຕີບໃຫຍ່ໄປຕາມຍຸກຂອງວິຖີໃໝ່ (New Normal). ຍອດຂາຍຫຼາຍຮ້ານມີການເພີ່ນຂຶ້ນຫຼາຍສິບເທົ່າ ທຽບກັບເມື່ອກ່ອນ ແລະ ແນ່ນອນ ພະນັກງານສົ່ງອາຫານໄຣເດີ້ເຊັ່ນດຽວກັນ. 
  • ລູກຄ້າໄດ້ຮັບຄວາມສະດວກສະບາຍເລື່ອງການຈັດສົ່ງ. ນອກຈາກນັ້ນ, ຍັງມີສ່ວນລົດພິເສດໃຫ້ກັບທາງລູກຄ້າທົ່ວປະເທດໄດ້ໃຊ້ ເພື່ອສະຫຼອງຄົບ 18 ແຂວງກັບ foodpanda. 
  • Foodpanda ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນຂອງການໃຊ້ຊີວິດຂອງຄົນລາວ ໃນຍຸກ new normal ເຮັດໃຫ້ຊີວິດຂອງຄົນລາວງ່າຍຂຶ້ນ ໃນເລື່ອງອາຫານ ແລະ ເຄື່ອງໃຊ້.

ທີ່ ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2021 – ຟູດແພນດ້າ, ຜູ້ນຳທາງດ້ານທຸລະກິດສົ່ງອາຫານໄດ້ປະກາດຕໍ່ມວນຊົນກ່ຽວກັບຜົນສຳເລັດຄັ້ງຍິ່ງໃຫຍ່ ທີ່ໄດ້ຂະຫຍາຍເຂດການບໍລິການໄປທົ່ວ 18 ແຂວງຂອງປະເທດລາວ, ເຊິ່ງເປັນ ແອັບທຳອິດ ແລະ ບໍລິສັດສົ່ງອາຫານທຳອິດທີ່ມີການບໍລິການທົ່ວປະເທດລາວ. ເຊິ່ງນີ້ເປັນ ຄວາມສຳເລັດອັນສຳຄັນຂອງ ຟູດແພນດ້າ ລາວ. 

ຟູດແພນດ້າ ໄດ້ເປີດຕົວໃນປະເທດລາວໃນທ້າຍ ປີ 2019, ຖືກຂັບເຄື່ອນດ້ວຍກົນລະຍຸດ ແລະ ຍຸດທະສາດທີ່ແຂງແກ່ນ, ຟູດແພນດ້າ ໄດ້ສ້າງໂອກາດໃນການສ້າງລາຍໄດ້ໃຫ້ກັບ ພະນັກງານສົ່ງອາຫານ ໄຣເດີ້, ຍັງໄດ້ຊ່ວຍບັນດາຮ້ານອາຫານ, ຮ້ານຄ້າເຕີບໃຫຍ່ໃນທຸລະກິດອອນລາຍ ແລະ ຍັງມອບປະສົບການທີ່ດີ ຄວາມສະດວກສະບາຍໃຫ້ກັບລູກຄ້າທົ່ວປະເທດນຳອີກ. ນອກຈາກນັ້ນ ຍັງໄດ້ສ້າງເສດຖະກິດຂັ້ນທ້ອງຖິ່ນໃຫ້ກ້າວສູ່ຍຸກດີຈີຕອລ ເຊິ່ງລູກຄ້າໄດ້ຮັບຄວາມສະດວກສະບາຍ ແລະ ບໍລິການສົ່ງທີ່ວ່ອງໄວ. ຮ້ານອາຫານທ້ອງຖິ່ນ, ຮ້ານສະດວກຊື້ຕ່າງໆ ລວມທັງພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດ ລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດທາງດ້ານການສ້າງລາຍໄດ້ຈາກແອັບ ຫຼື ລະບົບຂອງ ຟູດແພນດ້າ.  

ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງ ຟູດແພນດ້າ ລາວ, ຜູ້ທີ່ໄດ້ນຳພາ ຟູດແພນດ້າ Laos ຕັ້ງແຕ່ຕົ້ນຈົນຮອດປະຈຸບັນ ໄດ້ກ່າວວ່າ ‘’ໃນຖານະເປັນຜູ້ລິເລີ່ມ ໃນທຸລະກິດສົ່ງອາຫານ ໃນປະເທດລາວ, ພວກເຮົາໄດ້ເຫັນການປ່ຽນແປງ ແລະ ການເຕີບໃຫຍ່ຂອງອຸດສະຫະກຳສົ່ງອາຫານໃນ ເກືອບ 2​ ປີທີ່ຜ່ານມາ. ພວກເຮົາໄດ້ເຫັນຫລາຍພັນທຸລະກິດ, ຮ້ານຄ້າ, ຮ້ານອາຫານ ຂະຫຍາຍທຸລະກິດຂອງເຂົາເຈົ້າ ແລະ ຫຼາຍພັນພະນັກງານຈັດສົ່ງອາຫານ ໄຣເດີ້ ມີລາຍໄດ້ຜ່ານລະບົບຂອງພວກເຮົາ ແລະ ມື້ນີ້, ພວກເຮົາພູມໃຈ ແລະ ດີໃຈຫລາຍທີ່ຈະໄດ້ສ້າງໂອກາດໃຫ້ກັບອີກຫຼາຍພັນຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານ ໄຣເດີ້ ໂດຍການຂະຫຍາຍຂອບເຂດການບໍລິການ ຂອງພວກເຮົາ ໄປຮອດທຸກແຂວງຂອງປະເທດລາວແລ້ວ‘’.

ການຂະຫຍາຍການບໍລິການຂອງທົ່ວປະເທດ, ຟູດແພນດ້າ ໄດ້ສ້າງລະບົບທີ່ຍືນຍົງ ໂດຍສະເພາະໃຫ້ກັບຮ້ານຄ້ານ້ອຍໆຢູ່ຕາມເມືອງຕ່າງໆທົ່ວປະເທດລາວ,ໃນເມື່ອພວກເຮົາກຳລັງກ້າວສູ່ຍຸກ new normal ຫຼື ການໃຊ້ຊີວິດປົກກະຕິ ຮູບແບບໃໝ່, ສະນັ້ນ ທຸລະກິດຕ້ອງໄດ້ມີການປັບຕົວຢ່າງຕໍ່ເນື່ອງ, ດ້ວຍເຫດຜົນດັ່ງກ່າວ ຟູດແພນດ້າເອງຈຶ່ງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພັດທະນາການບໍລິການ ເພື່ອທີ່ຈະໃຫ້ຕອບສະໜອງຄວາມຕ້ອງການຂອງຄົນລາວເຮົາ.

ນອກຈາກການບໍລິການສົ່ງອາຫານແລ້ວ, ເຊິ່ງຟູດແພນດ້າເອງໄດ້ໃຫ້ບໍລິການຕັ້ງແຕ່ໃດມາ. ໃນເດືອນ ສິງຫາ 2021, ທາງຟູດແພນດ້າເອງກໍໄດ້ເປີດຕົວ pandamart, ເຊິ່ງໃຫ້ບໍລິການທາງດ້ານເຄື່ອງໃຊ້ສອຍ ຊີວິດປະຈຳວັນ ທີ່ສົ່ງໃຫ້ລູກຄ້າພາຍໃນ 25 ນາທີ ແລະ ນອກຈາກນັ້ນ, ທາງບໍລິສັດຍັງມີແຜນຂະຫຍາຍ pandamart ໄປຍັງແຂວງໃຫຍ່ໆໃນປີຖັດໄປ. 

ເພື່ອເປັນການສະເຫຼີມສະຫຼອງ ການໃຫ້ບໍລິການທົ່ວ 18 ແຂວງ, ຟູດແພນດ້າໄດ້ນຳສະເໜີ ລະຫັດສ່ວນລົດພິເສດໃຫ້ກັບລູກຄ້າໄດ້ໃຊ້ໃນເວລາສັ່ງອາຫານເຊັ່ນ: ລະຫັດ EVERYWHERE ລົດ 20% ທີ່ລູກຄ້າສັ່ງ 40,000 ກີບຂຶ້ນໄປ ແລະ ລົດສູງສຸດ 12,000​ ກີບ ຕັ້ງແຕ່ເວລາ 11:00 – 17:00 ໂມງ ຈົນເຖິງວັນທີ 31 ຕຸລາ 2021 ນີ້.

ໃນແຄມເປນນີ້, ຟູດແພນດ້າລາວ ຍັງໄດ້ຂອບໃຈມາຍັງລູກຄ້າທຸກທ່ານທີ່ໄດ້ໃຫ້ການສະໜັບສະໜູນຕະຫລອດມາ ຕັ້ງແຕ່ເລີ່ມຕົ້ນ, ລວມທັງຄູ່ຮ່ວມທຸກລະກິດ ໂດຍເພາະ ຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານສົ່ງອາຫານໄຣເດີ້ ຜູ້ທີ່ມອບການບໍລິການທີ່ດີທີ່ສຸດໃຫ້ກັບທາງລູກຄ້າທົ່ວປະເທດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/