ຟິລິບປິນ ຄອງຕຳແໜ່ງປະເທດມີລາຍໄດ້ປານກາງຢູ່ໃນລະດັບຕ່ຳ


ຈາກຂໍ້ມູນຂອງ World Bank ພົບວ່າໃນປີ 2022 ຟິລິບປິນຍັງຄົງເປັນປະເທດລາຍໄດ້ປານກາງລະດັບຕໍ່າ ເນື່ອງຈາກໄດ້ມວນລວມປະຊາຊາດຕໍ່ຫົວປະຊາກອນ (Gross National Income (GNI) per Capita) ຍັງຄົງຕາມຫຼັງປະເທດອື່ນໆ ໃນອາຊີຕະເວັນອອກສຽງໃຕ້.

ໃນປີ 2022 GNI ຕໍ່ຫົວປະຊາກອນຂອງຟິລິບປິນເພີ່ມຂຶ້ນ 11,3% ເປັນ 3.950 ໂດລາສະຫະລັດ ຈາກ 3.550 ໂດລາສະຫະລັດໃນປີ 2021. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າ GNI ຕໍ່ຫົວຈະເພີ່ມຂຶ້ນ ແຕ່ຟິລິບປິນກໍຍັງຄົງຢູ່ໃນກຸ່ມ ລາຍໄດ້ປານກາງລະດັບຕ່ຳທີ່ 1.136-4.465 ໂດລາສະຫະລັດ ເຊິ່ງຢູ່ໃນກຸ່ມດັ່ງກ່າວມາຕັ້ງແຕ່ປີ 1987.

ໃນພູມີພາກອາຊີຕະເວັນອອກສຽງໃຕ້ ຟິລິບປິນຍັງຄົງຕາມຫຼັງປະເທດລາຍໄດ້ສູງ ຢ່າງປະເທດສິງກະໂປ GNI ຕໍ່ຫົວປະຊາກອນ 67.200 ໂດລາສະຫະລັດ ແລະ ບຣູໄນ 31.410 ໂດລາສະຫະລັດ ແລະ ປະເທດລາຍໄດ້ປານກາງລະດັບສູງຢ່າງມາເລເຊຍ 11.780 ໂດລາສະຫະລັດ, ໄທ 7.230 ໂດລາສະຫະລັດ ແລະ ອິນໂດເນເຊຍ 4.580 ໂດລາສະຫະລັດ.

ໃນຂະນະທີ່ປະເທດລາຍໄດ້ປານກາງລະດັບຕ່ຳ ນອກຈາກຟິລິບປິນຈະປະກອບດ້ວຍຫວຽດນາມ GNI ຕໍ່ຫົວປະຊາກອນ 4.010 ໂດລາສະຫະລັດ,​ ສປປ ລາວ 2.360 ໂດລາສະຫະລັດ, ຕີມໍ-ເລສເຕ 1.970 ໂດລາສະຫະລັດ, ກໍາປູເຈຍ 1.700 ໂດລາສະຫະລັດ ແລະ ມຽນມາ 1.210 ໂດລາສະຫະລັດ.

ຢ່າງໃດກໍຕາມ ຫົວໜ້ານັກກະເສດສາດ ຜົນຂອງການດຳເນີນກິດຈະກຳທາງເສດຖະກິດທີ່ເຂັ້ມແຂງ ຈະຊ່ວຍໃຫ້ເສດຖະກິດຂອງຟິລິບປິນ ສາມາດບັນລຸເປົ້າໝາຍໄດ້ ແລະ ເສີມວ່າການມີການບໍລິການໂອນເງິນທີ່ເຂັ້ມແຂງ ການວ່າງງານໃນລະດັບຕ່ຳ ການໃຊ້ຈ່າຍໂຄງການພື້ນຖານທີ່ດີ ແລະ ການກັບມາຟື້ນຕົວຂອງພາກການທ່ອງທ່ຽວ ຈະຊ່ວຍລົດຄວາມທຸກຍາກ ແລະ ຊ່ວຍຍົກສະຖານະຂອງປະເທດ ໃຫ້ເປັນປະເທດລາຍໄດ້ປານກາງລະດັບສູງໄດ້ໃນອີກບໍ່ເທົ່າໃດປີ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/