ຟິລິບ​ປິນ​ໝັ້ນໃຈ​ວ່າຈະແຊງໜ້າ​ສິງ​ກະ​ໂປ​ຂຶ້ນເປັນ​ສູນ​ຄາ​ສິ​ໂນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊີ​ໃນ​ປີ 2025


ຟິລິບ​ປິນ​ມີ​ໂອ​ກາດ​ແຊງໜ້າ​ສິງ​ກະ​ໂປ​ຂຶ້ນ​ເປັນ​ສູນ​ຄາສິ​ໂນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊີ. ພາຍໃນ​ປີ 2025, ຟິ​ລິບ​ປິນ​ມີ​ແນວໂນ້ມ​ທີ່ຈະ​ເອົາ​ຊະ​ນະ​ສິງ​ກະ​ໂປຂຶ້ນ​ເປັນ​ຈຸດ​ໝາຍ​ປາຍທາງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຄາສິໂນ​ທີ່ໃຫຍ່ເປັນ​ອັນ​ດັບ​ສອງ​ຂອງ​ອາ​ຊີ​ຖັດ​ຈາກ​ມາ​ເກົາ, ຕາມທີ່​ອົງ​ການ​ຄຸ້ມ​ຄອງ​ຄາ​ສິ​ໂນ​ຂອງ​ລັດ​ຖະ​ບານ​ຟິລິບ​ປິນໄດ້ຄາດການໄວ້.

ການຂະຫຍາຍຕົວນີ້ຄາດວ່າຈະໄດ້ຮັບການຂັບເຄື່ອນຈາກຫຼາຍປັດໄຈ ລວມທັງການເປີດຣີສອດແບບຄົບວົງຈອນແຫ່ງໃໝ່ໃນມະນີລາໃນທ້າຍປີນີ້. ນອກຈາກນັ້ນ, ອົງການດັ່ງກ່າວຍັງວາງແຜນທີ່ຈະຂາຍຄາສິໂນທີ່ດໍາເນີນການໂດຍລັດຖະບານ ພາຍໃນຕົ້ນປີ 2026 ເຊັ່ນກັນ.

ຟິ​ລິບ​ປິນ​ຕັ້ງ​ເປົ້າ​ທີ່ຈະ​ໄດ້​ຮັບ​ລາຍ​ຮັບຈາກ​ການ​ພະ​ນັນ 336 ຕື້​ເປ​ໂຊ (6.1 ຕື້​ໂດ​ລາ​ສະ​ຫະ​ລັດ) ໃນ​ປີ 2024, ເຊິ່ງ​ຫຼາຍ​ກວ່າ​ລາຍ​ຮັບຈາກ​ການ​ພະ​ນັນ​ຂອງ​ສິງ​ກະ​ໂປ 815 ຕື້​ໂດ​ລາ​ສະ​ຫະ​ລັດ (ປະ​ມານ 220 ຕື້​ໂດ​ລາ​ສະ​ຫະ​ລັດ). ແນວ​ໃດ​ກໍ​ດີ, ສິງກະ​ໂປ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ດັ່ງກ່າວ.

ໃນປັດຈຸບັນ, ຟິລິບປິນກໍາລັງເພິ່ງພາຄາສິໂນ ແລະ ຣີສອດແບບຄົບວົງຈອນເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ, ທັງ​ນີ້​ກໍ​ຍ້ອນ​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ເຊິ່ງໃນປີນີ້ຟິລິບປິນຕັ້ງເປົ້າທີ່ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ 7.7 ລ້ານຄົນໃນປີນີ້, ເພີ່ມຂຶ້ນຈາກ 5.45 ລ້ານຄົນໃນປີ 2023, ແຕ່ຍັງຕໍ່າກວ່າ 8.26 ລ້ານຄົນໃນປີ 2019 ເຊິ່ງເປັນໄລຍະກ່ອນການລະບາດຂອງໂຣກລະບາດ.

​ເຖິງ​ແມ່ນ​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ຫຼຸດ​ລົງ ແຕ່ກໍບໍ່ສາມາດຊະລໍການເຕີບໂຕຂອງຄາສິໂນອຸດສາຫະກຳນີ້ໄດ້. ເນື່ອງຈາກຄາສິໂນໃນຟີລິບປິນຄາດວ່າຈະດຶງດູດນັກທ່ອງທ່ຽວພາຍໃນປະເທດ. ລວມທັງນັກທ່ອງທ່ຽວຈາກເກົາຫຼີໃຕ້, ຍີ່ປຸ່ນ, ມາເລເຊຍ ແລະ ສິງກະໂປອີກດ້ວຍ.

ທີ່ມາ:

straitstimes

e.vnexpress

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/