ຟິລິບປິນຍັງບໍ່ຫຼຸດ “ບັນຊີສີເທົາ” ຈາກການຟອກເງິນໃນປະເທດ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຄະນະເຮັດວຽກສະເພາະກິດເພື່ອດຳເນີນມາດຕະການທາງການເງິນ ຮຽກຮ້ອງໃຫ້ປະເທດຟິລິບຟິນ ດຳເນີນການແກ້ໄຂ້ບັນຫາການຟອກເງິນ ແລະ ການເປັນແຫຼ່ງເງິນທຶນຂອງຜູ້ກໍ່ການຮ້າຍອີກດ້ວຍ.

ໃນຕອນນີ້ປະເທດຟິລິບປິນ ຍັງຢູ່ພາຍໃຕ້ລາຍຊື່ທີ່ຖືກຕິດຕາມຢ່າງໃກ້ຊິດ ໃນການປາບປາມການຟອກເງິນ ຕາມກອບເວລາທີ່ຕົກລົງໄວ້ກັບ FATF ຫຼັງຕົກຢູ່ໃນລາຍຊື່ບັນຊີສີເທົາ ມາຕັ້ງແຕ່ເດືອນ ມິຖຸນາ 2021 ເຊິ່ງອາດຈະສົ່ງຜົນໃຫ້ປະເທດຟິລິບປິນຖືກຈຳກັດການເຮັດທຸລະກຳຂ້າມພົມແດນ ແລະ ດ້ານຊື່ສຽງໃນອະນາຄົດ.

ນອກຈາກນັ້ນ FATF ຍັງຮຽກຮ້ອງໃຫ້ປະເທດຟິລິບປິນ ເພີ່ມຄວາມເຂັ້ມງວດໃນການກວດສອບທ່າເຮືອ ແລະ ສະໜາມບິນຫຼັກທົ່ວທຸກແຫ່ງ ລວມໄປຮອດການສະແດງສະກຸນເງິນອັນບໍ່ເປັນຄວາມຈິງ ແລະ ການຢຶດຊັບ ການດຳເນີນຄະດີຕໍ່ຄວາມຜິດທີ່ກ່ຽວຂ້ອງກັບສະໜັບສະໜູນທາງການເງິນຕໍ່ອາຊະຍາກອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/