ພໍ່ລຸງຊາວຣັດເຊຍຖືກໝີທຳຮ້າຍ ແຕ່ລອດຕາຍມາໄດ້ເພາະເພງ Baby ຂອງ Justin Bieber!


ຕາມປົກກະຕິແລ້ວເຮົາອາດຈະເຄີຍເຫັນສາກເຫດການທີ່ຕົວເອກໃນຮູບເງົາມັກຈະຕົກຢູ່ໃນສະຖານະການອັນຕະລາຍ ແລະ ໃນວິນາທີນັ້ນເອງກໍໄດ້ມີສຽງໂທລະສັບດັງຂຶ້ນມາຂັດຈັງຫວະ ເຮັດໃຫ້ຕົວເອກລອດຕາຍແບບໜ້າເຫຼືອເຊື່ອ! ນັ້ນມັນອາດເປັນເລື່ອງລາວໃນຮູບເງົາທີ່ໃຜຫຼາຍໆຄົນເຄີຍເຫັນມາ ແຕ່ເຊື່ອບໍ່ວ່າເຫດການທີ່ໜ້າເຫຼືອເຊື່ອແບບນີ້ມັນໄດ້ເກີດຂຶ້ນກັບຊາຍຊາວຣັດເຊຍຄົນໜຶ່ງທີ່ລາວລອດຕາຍຈາກການຖືກໝີທຳຮ້າຍ ດ້ວຍສຽງເພງຂອງ Justin Bieber.

ເລື່ອງນີ້ເກີດຂຶ້ນໃນປີ 2014 ກັບ Igor Vorozhbitsyn (ອີກໍ ໂວໂຣບິສຊິນ) ຊາຍຊາວຣັດເຊຍ ອາຍຸ 42 ປີ (ອາຍຸໃນຂະນະນັ້ນ) ທີ່ອາໄສຢູ່ ໃນເມືອງ Yakutia ຕັ້ງຢູ່ທາງເຂດເໜືອຂອງຣັດເຊຍ  ແລະ ເຮົາຈະຂໍເອີ້ນລາວວ່າພໍ່ລຸງ Igor ກໍແລ້ວກັນເພື່ອຄວາມງ່າຍ.

ໂດຍເລື່ອງລາວນີ້ມັນເລີ່ມຂຶ້ນມາຈາກທີ່ພໍ່ລຸງ Igor ນັ້ນເປັນຊາວປະມົງ ເຊິ່ງກິດຈະວັດປະຈຳຂອງລາວກໍຄືການໄປໃສ່ເບັດ, ຕຶກປາ. ແຕ່ມາຮອດມື້ໜຶ່ງທີ່ທ້ອງຟ້າແຈ່ມໃສສະພາບອາກາດກໍເປັນໃຈ ລາວໄດ້ອອກໄປຫາປາຕາມປົກກະຕິ ແຕ່ເຫດການອັນບໍ່ຄາດຄິດກໍໄດ້ເກີດຂຶ້ນກັບລາວ ເມື່ອມີໝີສີນ້ຳຕານຂະໜາດໃຫຍ່ໄດ້ບຸກໂຈມຕີມາຈາກທາງຫຼັງແບບທີ່ພໍ່ລຸງບໍ່ທັນໄດ້ຕັ້ງຕົວ.

ຈາກນັ້ນໝີກໍໄດ້ໃຊ້ເລັບທີ່ຍາວແລະແຫຼມຂອງມັນຟາດຟັນໄປຕາມຮ່າງກາຍຂອງພໍ່ລຸງ ໃນຂະນະນັ້ນພໍ່ລຸງກໍຄິດໃນໃຈວ່າ “ຂ້ອຍຕ້ອງຕາຍແທ້” ເພາະວ່າໝີ 1 ໂຕທີ່ໃຫຍ່ເຕັມທີ່ມັນສາມາດມີນ້ຳໜັກໄດ້ເຖິງ 600 ກິໂລກຣາມ ບວກກັບແຮງທີ່ມະຫາສານຂອງມັນທີ່ສາມາດຂ້າງົວໜຶ່ງໂຕໄດ້ແບບສະບາຍໆເລີຍ.


ຈະເອີ້ນວ່າພໍ່ລຸງດວງແຂງ ຫຼື ເຮັດບຸນມາຫຼາຍດີ ເພາະໃນຈັງຫວະທີ່ກຳລັງຕໍ່ສູ້ກັບໝີຢູ່ນັ້ນ ກໍໄດ້ມີ “ສຽງໂທລະສັບ” ດັງຂຶ້ນ ເຊິ່ງເປັນເພງ Baby ຂອງ Justin Bieber ເຮັດໃຫ້ໝີຕົກໃຈ ແລະ ໄດ້ຢຸດໂຈມຕີພໍ່ລຸງ ທ້າຍສຸດມັນກໍໄດ້ຖອຍໜີເຂົ້າໄປໃນປ່າ ສົ່ງຜົນໃຫ້ພໍ່ລຸງນັ້ນລອດຕາຍ.

ຫຼັງຈາກໝີແລ່ນໜີເຂົ້າໄປໃນປ່າແລ້ວ ພໍ່ລຸງຈຶ່ງໄດ້ຮວບຮວມສະຕິ ແລະ ແຮງກາຍໄປຈັບເອົາໂທລະສັບເພື່ອໂທໄປແຈ້ງຂໍຄວາມຊ່ວຍເຫຼືອ. ຕໍ່ມາພໍ່ລຸງ Igor ກໍໄດ້ຮັບການຊ່ວຍເຫຼືອທັນເວລາ ຈາກເຫດການຄັ້ງນີ້ລາວໄດ້ຮັບບາດເຈັບທີ່ບໍລິເວນໃບໜ້າ ແລະ ໜ້າເອິກເປັນບາດແຜຂະໜາດໃຫຍ່.

ພໍ່ລຸງ Igor ກໍໄດ້ບອກກັບສື່ວ່າ ໃນມື້ນັ້ນຂ້ອຍຈອດລົດໄວ້ແຖວໆ ບ່ອນຕຶກປາ ແລະ ຂ້ອຍກໍໄດ້ຍ່າງອອກມາຕາມປົກກະຕິ ຈົນບັງເອີນຖືກໝີປ່າໂຕນີ້ທຳຮ້າຍຈາກທາງຫຼັງ ເຊິ່ງແຮງຂອງມັນຫຼາຍໂພດ ຫຼາຍຈົນຂ້ອຍບໍ່ສາມາດທີ່ຈະຕ້ານມັນໄດ້, ມັນຄ່ອຍໆຂຶ້ນທັບຂ້ອຍ ແລະ ໃຊ້ອຸ້ງມືໃຫຍ່ໆ ຂອງມັນຟາດລົງທີ່ຕົວຂ້ອຍ.

ແຕ່…ສິ່ງທີ່ຂ້ອຍບໍ່ຢາກຈະເຊື່ອເລີຍວ່າຈະເກີດຂຶ້ນ ຄືສຽງໂທລະສັບດັງຂຶ້ນ ເຮັດໃຫ້ມັນໜີໄປ ມັນເປັນໂຊກດີຂອງຂ້ອຍແທ້ໆ.



ພໍ່ລຸງກໍໄດ້ບອກຕື່ມອີກວ່າ ສາເຫດທີ່ຕັ້ງເພງຂອງຈັສຕິນເປັນສຽງຣິງໂທນເອົາໄວ້ ແທ້ຈິງແລ້ວລາວບໍ່ໄດ້ເປັນຄົນທີ່ມັກຟັັງເພງຂອງ Justin Bieber ແຕ່ວ່າຫຼານຂອງລາວເປັນຄົນໂຫຼດເພງນີ້ ແລ້ວນຳມັນມາເປັນສຽງເອີ້ນເຂົ້າໂທລະສັບ ເຊິ່ງພໍ່ລຸງ Igor ຈະປ່ຽນໄປໃຊ້ສຽງເພງອື່ນກໍບໍ່ໄດ້ ເພາະລາວປ່ຽນບໍ່ເປັນ ເລີຍຈຳເປັນຕ້ອງໄດ້ໃຊ້ສຽງນີ້.

ຟັງເບິ່ງແລ້ວມັນເປັນເລື່ອງທີ່ໜ້າເຫຼືອເຊື່ອແມ່ນບໍ່ທີ່ສຽງເພງຂອງສິລະປິນຄົນໜຶ່ງ ຈະສາມາດຊ່ວຍຊີວິດຄົນໄດ້ ແລະ ໝູ່ເພື່ອນເດຈະຕັ້ງສຽງເພງເປັນສຽງຫຍັງ, ໃນອະນາຄົດມັນອາດຈະຊ່ວຍເຮົາໄດ້ ຄືກັນກັບເຫດການຂອງພໍ່ລຸງຄົນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/