“ພະນົມເປນ” ນະຄອນຫຼວງຂອງກຳປູເຈຍຫັນປ່ຽນຈາກເມືອງລາຄາປະຢັດ ສູ່ເມືອງຫຼວງທີ່ມີຄ່າຄອງຊີບສູງເປັນອັນດັບສອງຂອງອາຊຽນ


“ພະນົມເປນ” ນະຄອນຫຼວງຂອງກຳປູເຈຍໄດ້ສ້າງຄວາມປະຫຼາດໃຈດ້ວຍການກ້າວຂຶ້ນເປັນເມືອງທີ່ມີລາຄາແພງທີ່ສຸດອັນດັບສອງໃນອາຊີຕາເວັນອອກສຽງໃຕ້ ແຊງໜ້າບາງກອກ, ມານິລາ, ຈາກາຕາ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຢ່າງກຸ້ງ, ກົວລາລໍາເປີ, ວຽງຈັນ ແລະ Johor Bahru. ອີງຕາມການສໍາຫຼວດຄ່າໃຊ້ຄ່າຄອງຊີບປະຈຳປີ 2024 ຂອງ Mercer.

ການເພິ່ມຂຶ້ນສູງຂອງຄ່າ​ຄອງ​ຊີບ​ໃນພະ​ນົມ​ເປນ ສະທ້ອນ​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ​ຂອງ​ກຳ​ປູ​ເຈຍ ແລະ​ ການ​ເພີ່ມ​ຂຶ້ນຫຼາຍ​ຂອງ​ປະ​ຊາ​ກອນ​ຕ່າງ​ປະ​ເທດ. ສົ່ງຜົນໃຫ້ຄວາມ​ຕ້ອງການ​ສິນຄ້າ ​ແລະ ການ​ບໍລິການ​ແບບ​ຕາ​ເວັນ​ຕົກ​ເພີ່ມ​ຂຶ້ນ.

ໃນການສໍາຫຼວດພົບວ່າ ລາຄາຂອງສິນຄ້າ ແລະ ການບໍລິການທີ່ຫຼາກຫຼາຍເຊັ່ນ: ທີ່ຢູ່ອາໄສ, ອາຫານ, ການຂົນສົ່ງ ແລະ ຄວາມບັນເທີງ, ທັງໝົດຕ່າງກໍມີລາຄາເພີ່ມສູງຂຶ້ນໃນພະນົມເປນ. ໂດຍສະເພາະແມ່ນໃນເຂດທີ່ຄົນຕ່າງປະເທດອາໄສຢູ່.

  • ປັດ​ໄຈ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ຄ່າ​ຄອງ​ຊີບ​ສູງ​ຂຶ້ນ​ຢູ່​ພະ​ນົມ​ເປນ​ລວມ​ມີດັ່ງນີ້:
  • ການ​ເຕີບ​ໂຕ​ດ້ານ​ເສດຖະກິດ: ​ເສດຖະກິດ​ຂອງ​ກຳປູ​ເຈຍ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ສິ່ງ​ນີ້ໄດ້​ດຶງ​ດູດ​ນັກ​ລົງທຶນ ​ແລະ ນັກທຸລະກິດ​ຕ່າງປະ​ເທດ, ເຊິ່ງສົ່ງຜົນໃຫ້ຄວາມຕ້ອງການສິນຄ້າ ແລະ ການບໍລິການເພີ່ມຂຶ້ນ.
  • ການຂະຫຍາຍຕົວຂອງປະຊາກອນຕ່າງປະເທດ: ປະຊາກອນຕ່າງປະເທດທີ່ອາໄສຢູ່ໃນພະນົມເປນມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄົນຕ່າງປະເທດເຫຼົ່ານີ້ມັກຈະມີກໍາລັງການຊື້ສູງກວ່າ ແລະ ເຕັມໃຈທີ່ຈະຈ່າຍເງິນຫຼາຍກວ່າຄົນທ້ອງຖິ່ນສໍາລັບສິນຄ້າ ແລະ ການບໍລິການ.
  • ຄວາມຕ້ອງການສິນຄ້າ ແລະ ການບໍລິການຂອງຕາເວັນຕົກ: ຄົນຕ່າງປະເທດຫຼາຍຄົນຕ້ອງການສິນຄ້າ ແລະ ການບໍລິການຂອງຕາເວັນຕົກ. ສິ່ງນີ້ສົ່ງຜົນໃຫ້ລາຄາສິນຄ້າ ແລະ ການບໍລິການເຫຼົ່ານີ້ສູງຂຶ້ນ.

ການ​ຫັນປ່ຽນ​ຂອງ​ພະນົມ​ເປນ​ ຈາກ​ເມືອງທີ່ມີຄ່າຄອງຊີບທີ່ແສນປະຢັດ​ໄປ​ສູ່​ເມືອງ​ທີ່​ມີ​ຄ່າຄອງຊີບສູງຂຶ້ນແບບກ້າວກະໂດດ, ​ສະທ້ອນ​ເຖິງ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ​ຂອງ​ກຳປູ​ເຈຍ ​ແລະ ການ​ປ່ຽນ​ແປງ​ຂອງ​ປະຊາກອນ. ​​ຢ່າງ​ໃດ​ກໍ​ຕາມ, ​ຄ່າ​ຄອງ​ຊີບ​ຂອງ​ກຳປູ​ເຈຍ​ຍັງ​ຕ່ຳ​ກວ່າ​ຕົວ​ເມືອງ​ໃຫຍ່ໆໃນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ​: ສິງ​ກະ​ໂປ ​ແລະ ​ຮ່ອງ​ກົງ​

ສໍາລັບບໍລິສັດຂ້າມຊາດທີ່ສົ່ງພະນັກງານໄປປະຈຳການທີ່ພະນົມເປນ. ການສໍາຫຼວດຄ່າໃຊ້ຈ່າຍໃນດໍາລົງຊີວິດຂອງ Mercer ນີ້ສາມາດເປັນປະໂຫຍດໃນການກໍານົດຄ່າຕອບແທນ ແລະ ສະວັດດີການທີ່ຍຸຕິທໍາສໍາລັບພະນັກງານ.

ທີ່ມາ:

thestar

mercer

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/