ຜົນວິໄຈຊີ້ ແມ່ຍິງມີໝານອນເປັນໝູ່ ດີກວ່ານອນນຳຜູ້ຊາຍ


ປັດຈຸບັນ ມະນຸດເຮົາບໍ່ໄດ້ພຽງແຕ່ແບ່ງປັນຕຽງຂອງຕົນເອງໃຫ້ກັບມະນຸດດ້ວຍກັນເອງເທົ່ານັ້ນ ເພາະຫຼາຍຄົນກໍໄດ້ແບ່ງປັນບ່ອນນອນໃຫ້ກັບສັດລ້ຽງທີ່ພວກເຂົາຮັກ ບໍ່ວ່າຈະເປັນ ໝາ, ແມວ ເປັນຕົ້ນ. ແລະ ບາງເທື່ອການນອນກັບສັດລ້ຽງອາດຈະສົ່ງຜົນດີຕໍ່ເຮົາແບບບໍ່ຮູ້ຕົວ ເຊັ່ນດຽວກັນກັບ ງານວິໄຈໜຶ່ງທີ່ຊີ້ວ່າ ແມ່ຍິງທີ່ນອນກັບໝາ ຈະມີການນອນທີ່ດີກວ່ານອນນຳຜູ້ຊາຍ.

ໂດຍງານວິໄຈນີ້ແມ່ນມາຈາກມະຫາວິທະຍາໄລ Canisius College ໃນ ນິວຢອກ, ສະຫະລັດ ອາເມຣິກາ ທີ່ວິໄຈໃນຫົວຂໍ້: “ການກວດສອບຄຸນະພາບໃນການນອນ ແລະ ພຶດຕິກຳການນອນຂອງແມ່ຍິງ ທີ່ນອນກັບສັດລ້ຽງ ແລະ ການແບ່ງປັນບ່ອນນອນກັບຄູ່ຊີວິດ”

ການວິໄຈຄັ້ງນີ້ນຳໂດຍ ດຣ. ຄຣິສຕີ້ ຮອຟແມນ ຜູ້ຊ່ຽວຊານກ່ຽວກັບພຶດຕິກຳຂອງສັດ. ໂດຍ ດຣ. ຮອຟແມນ ແລະ ທີມງານໄດ້ເຮັດການເກັບກຳຂໍ້ມູນຈາກແມ່ຍິງຈຳນວນ 962 ຄົນໃນປະເທດ ອາເມຣິກາ ແລະ ພົບວ່າ ການໄດ້ນອນກັບນ້ອງໝາ ຈະຖືກລົບກວນລະຫວ່າງການນອນຫຼັບ ໜ້ອຍກວ່າການນອນຮ່ວມກັນກັບມະນຸດດ້ວຍກັນເອງ ແຖມຍັງໃຫ້ຄວາມຮູ້ສຶກທີ່ປອດໄພ ແລະ ສະບາຍໃຈຫຼາຍກວ່ານຳອີກ.

ດຣ ຮອຟແມນ ກ່າວເຖິງງານວິໄຈວ່າ: ໃນການປຽບທຽບກັບການນອນກັບມະນຸດ ຫຼື ຄູ່ນອນ ໝາຈະຮອງຮັບກັບເວລານອນມະນຸດໄດ້ດີກວ່າ. ມັນເປັນເລື່ອງຜິດປົກກະຕິສຳລັບຄູ່ນອນຂອງມະນຸດ ຖ້າວ່າເຂົ້ານອນໃນເວລາທີ່ແຕກຕ່າງກັນ ຕື່ນນອນໃນເວລາທີ່ບໍ່ຄືກັນ ແລະ ຄວາມແຕກຕ່າງນັ້ນ ຈະເຮັດໃຫ້ເກີດການລົບກວນຂຶ້ນໃນຂະນະທີ່ນອນຫຼັບຢູ່”.

“ແຕ່ຖ້າວ່າເປັນໝາແລ້ວ ພວກມັນສາມາດປັບເວລາການນອນໃຫ້ເຂົ້າກັບເຈົ້າຂອງມັນໄດ້ຢ່າງງ່າຍດາຍ ຫຼາຍກວ່າຄູ່ນອນທີ່ເປັນມະນຸດນຳກັນ”.

ຈາກຄວາມແຕກຕ່າງນີ້ ແມວ ກໍຖືກນຳມາໃຊ້ໃນການວິໄຈຄັ້ງນີ້ເຊັ່ນກັນ ແຕ່ຜົນທີ່ອອກມາກັບພົບວ່າ ແມວມີແຕ່ຈະລົບກວນການນອນຂອງມະນຸດ ແລະ ບໍ່ສາມາດສ້າງຄວາມຮູ້ສຶກປອດໄພໄດ້ເທົ່າກັບ ມະນຸດ ຫຼື ນ້ອງໝາໄດ້.

ຢ່າງໃດກໍຕາມ ດຣ. ຮອຟແມນ ກໍໄດ້ເຜີຍວ່າ ການນອນກັບໝາອາດຈະບໍ່ໄດ້ສ້າງຄວາມຮູ້ສຶກປອດໄພໃຫ້ກັບທຸກຄົນ ເພາະການຮັບຮູ້ຂອງແຕ່ລະຄົນນັ້ນບໍ່ຄືກັນ. ເພາະການວິໄຈຄັ້ງນີ້ແມ່ນການເກັບຂໍ້ມູນຈາກ ຄວາມຮູ້ສຶກ ທີ່ແຕກຕ່າງກັນຂອງອາສາສະໝັກທີ່ເຂົ້າຮ່ວມງານວິໄຈຄັ້ງນີ້ເທົ່້ານັ້ນ ຈຶ່ງບໍ່ມີຂໍ້ມູນຢືນຢັນທາງວິທະຍາສາດແບບຈິງໆຈັງໆ ໄດ້ວ່າມັນມີກົນໄກການເຮັດວຽກແນວໃດ. ບວກກັບຍັງມີປັດໄຈອີກຫຼາຍຢ່າງທີ່ຍັງບໍ່ໄດ້ທົດສອບ ຢ່າງເຊັ່ນ ສາຍພັນທີ່ແຕກຕ່າງກັນຂອງນ້ອງໝາ ເປັນຕົ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/