ຜົນງານວິໄຈເຜີຍ “ຜູ້ຍິງສະໄໝໃໝ່ມັກຜູ້ຊາຍບໍ່ຫຼໍ່ຫຼາຍ” ຂໍພຽງຢູ່ນຳແລ້ວສະບາຍໃຈກໍພຽງພໍແລ້ວ


ການທີ່ຜູ້ຍິງຈະຮັກຜູ້ຊາຍຈັກຄົນ ບາງເທື່ອມັນອາດບໍ່ກ່ຽວໜ້າຕາແລະຄວາມຫຼໍ່ກໍເປັນໄດ້ ຂໍແຕ່ຜູ້ຊາຍຄົນຮັກ, ຢູ່ຄຽງຂ້າງໃນວັນທີ່ເຂົາຕ້ອງການ ແລະ ຊ່ວຍເຫຼືອກັນໃນມື້ທີ່ເຂົາລຳບາກ ມັນກໍຫຼາຍພຽງພໍແລ້ວ ເຊັ່ນດຽວກັນກັບຜົນວິໄຈຈາກອາເມຣິກາ ທີ່ພົບວ່າຜູ້ຍິງຈະມັກຜູ້ຊາຍທີ່ບໍ່ຫຼໍ່ຫຼາຍ ພຽງແຕ່ຢູ່ນຳກັນແລ້ວສະບາຍໃຈກໍເປັນພໍ.

ໂດຍຜົນງານວິໄຈນີ້ ເປັນຜົນງານຂອງ Tania Reynolds ນັກສຶກສາປະລິນຍາເອກ ແລະ ຜູ້ຊ່ວຍສາສະດາຈານ ຈາກມະຫາວິທະຍາໄລລັດຟໍຣິດ້າ ຂອງສະຫະລັດອາເມຣິກາທີ່ໄດ້ຄົ້ນພົບວ່າການທີ່ຝ່າຍຊາຍມີໜ້າຕາຫຼືຮູບຮ່າງທີ່ດີ ອາດຈະເຮັດໃຫ້ຝ່າຍຍິງທີ່ເປັນຄູ່ຮັກເກີດຄວາມຮູ້ສຶກກົດດັນ.

ແລະງານວິໄຈກໍໄດ້ລະບຸວ່າ ຜູ້ຊາຍທີ່ໜ້າຕາດີມັກຈະມີຄວາມໝັ້ນໃຈສູງ ຈົນເຮັດໃຫ້ບັນດາສາວໆຮູ້ສຶກຂາດຄວາມໝັ້ນໃຈແລະກໍກົດດັນຕົນເອງເພື່ອໃຫ້ຕົນເອງມີສະເໜ່ຫຼືເພີ່ມຄວາມ sexy ຢູ່ສະເໝີ ເພາະບັນດາສາວໆ ເຫຼົ່ານັ້ນຢ້ານຝ່າຍຊາຍຈະແນມຂ້າມຄວາມສຳຄັນ ແລະ ບໍ່ສົນໃຈ.

ນັກວິໄຈທີ່ເຮັດຜົນສໍາຫຼວດນີ້ບອກອີກວ່າ ຜົນທີ່ໄດ້ໃນລັກສະນະດັ່ງກ່າວແມ່ນຈະພົບຫຼາຍໃນຄູ່ຮັກທີ່ຝ່າຍຍິງເບິ່ງວ່າມີສະເໜ່ດຶງດູດໜ້ອຍກວ່າຝ່າຍຊາຍ.

ທັງນີ້ ງານວິໄຈຈຶ່ງໄດ້ສຶກສາເພີ່ມຕື່ມກ່ຽວກັບຄວາມຕ້ອງການຂອງຜູ້ຍິງແລະພົບວ່າ ສິ່ງທີ່ພວກເຂົາໃຫ້ຄວາມສໍາຄັນແທ້ໆແລ້ວບໍ່ແມ່ນເລື່ອງຮູບຮ່າງໜ້າຕາ ແຕ່ວ່າຜູ້ຍິງພຽງຕ້ອງການຜູ້ຊາຍທີ່ຮັກແລະຈິງໃຈ, ເອົາໃຈໃສ່ຢູ່ສະເໝີ ສ່ວນເລື່ອງໜ້າຕາແມ່ນຈະເປັນເລື່ອງຮອງລົງມາ.

ນອກຈາກນີ້ ຜົນວິໄຈທີ່ກ່າວມາຂ້າງຕົ້ນ ຍັງສອດຄ່ອງກັບການສຶກສາໃນຫ້ອງປະຕິບັດການ Meltzer ທີ່ໄດ້ສຶກສາຄູ່ສົມຣົດທີ່ຫາກໍແຕ່ງງານໃໝ່ຈໍານວນ 113 ຄູ່ ທີ່ແຕ່ງງານໜ້ອຍກວ່າ 4 ເດືອນ ແລະ ອາຍຸສະເລ່ຍ 20 ປີຂຶ້ນໄປ.

ຈາກການສຶກສາພົບວ່າການແຕ່ງງານທີ່ຈະເຮັດໃຫ້ຊີວິດຄູ່ມີຄວາມສຸກ, ເປັນໄປດ້ວຍດີແລະມີຄວາມພໍໃຈນັ້ນ ກໍຄືເມື່ອຜູ້ທີ່ເປັນພັນລະຍາມີສະເໜ່ດຶງດູດຫຼາຍກວ່າສາມີຂອງພວກເຂົາ.

ສະນັ້ນ ຈຶ່ງສະຫຼຸບໄດ້ວ່າໃນຍຸກສະໄໝນີ້ ຜູ້ຍິງແມ່ນຈະແນມຂ້າມເລື່ອງໜ້າຕາຂອງຄູ່ຮັກ ແຕ່ຄາດຫວັງຄວາມອົບອຸ່ນ, ການໃຫ້ຄວາມສໍາຄັນກັບນິດໄສໃຈຄໍເປັນຫຼັກ ແລະ ຂໍພຽງເປັນຄົນທີ່ຮັກແທ້ກໍພໍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/