ຜູ້ນຳຝຣັ່ງ ເດີນທາງຢ້ຽມຢາມ ຈີນ ພ້ອມຮຽກຮ້ອງໃຫ້ ສີ ຈິ້ນຜິງ ຊ່ວຍແກ້ບັນຫາ ວິກິດການທີ່ ຢູເຄຣນ


ວິກິດການ ຫຼື ສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນນັ້ນ ດຳເນີນມາເປັນໄລຍະເວລາຫຼາຍກວ່າ 2 ປີແລ້ວ ແລະ ຍັງບໍ່ມີທ່າທີ ວ່າທັງ 2 ຝ່າຍຈະຫັນໜ້າມານັ່ງໂຕະເຈລະຈາກັນໄດ້ເລີຍ ແລະ ຍັງເບິ່ງຄືວ່າຈະບໍ່ມີປະເທດໃດທີ່ມີອຳນາດ ຄວາມເປັນກາງ ແລະ ຖືກຍອມຮັບຈາກທົ່ວໂລກ ໃຫ້ເປັນປະເທດທີ່ ຈະເຮັດໜ້າທີ່ເປັນຜູ້ສານສຳພັນໄດ້ເລີຍ.

ຫຼ້າສຸດ ວັນທີ 6 ເມສາ ເອັມມານູເອວ ມາຄຣົງ (Emmanuel Macron) ປະທານາທິບໍດີຂອງ ຝຣັ່ງ ໄດ້ເດີນທາງຢ້ຽມຢາມ ຈີນ ຢ່າງເປັນທາງການ ຮອດນະຄອນຫຼວງປັກກິ່ງ ເພື່ອເຂົ້າພົບປະກັບ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ເພື່ອປຶກສາຫາລື ແລະ ຮຽກຮ້ອງໃຫ້ສີຈິ້ນຜິງໄປລົມນຳ ວະລາດິເມຍ ປູຕິນ ຜູ້ນຳຂອງຣັດເຊຍ ເພື່ອຈະແກ້ໄຂບັນຫາວິກິດການທີ່ຢູເຄຣນ ທີ່ດຳເນີນລາກຍາວມາແບບນີ້ ໃຫ້ຈົບລົງໄດ້ແລ້ວ.

ໂດຍໃນການພົບກັນຄັ້ງນີ້ ຄຳເວົ້າຂອງຜູ້ນຳຝຣັ່ງທີ່ໄດ້ບອກກັບ ສີຈິ້ນ ຜິງ ນັ້ນ ໄດ້ກາຍເປັນຄຳເວົ້າສຳຄັນ ແລະ ເປັນປະເດັນຢູ່ໃນຕອນນີ້. ໂດຍມາຄຣົງ ບອກກັບສີຈິ້ນຜິງວ່າ: ຢາກໃຫ້ສີຈິ້ນຜິງນັ້ນ ໄປລົມກັບປູຕິນໃຫ້ແດ່ ແລະ ໃຫ້ດຶງສະຕິຂອງປູຕິນກັບມາເພື່ອແກ້ໄຂບັນຫາໃນຢູເຄຣນ.

ຄຳເວົ້າດັ່ງກ່າວຂອງຜູ້ນຳຝຣັ່ງ ຖືເປັນຄຳເວົ້າທີ່ດຸດັນພໍສົມຄວນ ເພາະເນື່ອງຈາກວ່າມາຄຣົງຖືເປັນຜູ້ນຳຈາກຢູໂຣບພຽງຄົນດຽວທີ່ພໍຈະເຂົ້າໃຈ ແລະ ເວົ້າຈາກັນຮູ້ເລື່ອງກັບປູຕິນ ສະນັ້ນຄຳເວົ້າດັ່ງກ່າວ ອາດເຮັດໃຫ້ຣັດເຊຍ ທົບທວນຄວາມສຳພັນ ຣັດເຊຍ-ຝຣັ່ງ ຄືນໃໝ່ ກໍເປັນໄດ້.

ພ້ອມນີ້ ມາຄຣົງຍັງໄດ້ບອກກັບສີຈິ້ນຜິງອີກວ່າ: ຢາກໃຫ້ສີຈິ້ນຜິງໃຊ້ອິດທິພົນ ແລະ ສາຍສຳພັນໃນພາກພື້ນ ໄປລົມກັບຣັດເຊຍ ແລະ ມາຮ່ວມກັນຢຸດສົງຄາມຄັ້ງນີ້ ແລະ ບໍ່ຢາກໃຫ້ໃຊ້ຄວາມຮູ້ສຶກທີ່ວ່າ ຖືກຄຸກຄາມຈາກຕາເວັນຕົກ ຈຶ່ງມີສິດເຂົ້າໄປຢຶດເອົາດິນແດນຂອງຢູເຄຣນແບບນີ້.

ຂະນະທີ່ ສີຈິ້ນຜິງ ກໍບອກກັບ ມາຄຣົງວ່າ ຈີນ-ຝຣັ່ງ ແລະ ຢູໂຣບ ໜ້າຈະມີຈຸດຢືນຮ່ວມກັນ ແລະ ເກັບຄວາມເຫັນຕ່າງກັນເອົາໄວ້ກ່ອນ ເພື່ອນຳໄປສູ່ການແກ້ໄຂບັນຫາວິກິດການທີ່ຢູເຄຣນນີ້ ໃຫ້ໄດ້ໄວທີ່ສຸດ.

ສີ ຈິ້ນຜິງ ລະບຸກັບ ມາຄຣົງຕື່ມວ່າ: ເຊື່ອວ່າຈີນ ແລະ ຝຣັ່ງມີຄວາມສາມາດ ແລະ ຕ້ອງມີຄວາມຮັບຜິດຊອບຮ່ວມກັນໃນການທີ່ຈະຊ່ວຍກັນແກ້ໄຂບັນຫາ ຂໍ້ຂັດແຍ້ງທີ່ປະເທດຢູເຄຣນ.

ນອກຈາກນີ້ ການເດີນທາງມາຢາມຈີນຄັ້ງນີ້ຂອງ ມາຄຣົງ ນັ້ນຍັງມາພ້ອມກັບຄະນະທຸລະກິດຊັ້ນນຳຂອງປະເທດຝຣັ່ງອີກນຳ ເພາະມີຄວາມຕ້ອງການທີ່ຈະຟື້ນຄວາມສຳພັນ ແລະ ພັດທະນາການຄ້າ ເສດຖະກິດ ລະຫວ່າງ ສອງປະເທດນີ້ໃຫ້ເຂັ້ມແຂງຂຶ້ນຕື່ມ.

ໂດຍຄວາມເຄື່ອນໄຫວທັງໝົດນີ້ ເກີດຂື້ນທ່າມກາງຄວາມພະຍາຍາມຂອງຈີນ ທີ່ຕ້ອງການຢາກຈຳແນກ ຢູໂຣບ ອອກຈາກ ອາເມຣິກາ  ທີ່ມີບັນຫາຂັດແຍ້ງກັບຈີນຫຼາຍຢ່າງ. ໂດຍຈີນນັ້ນບໍ່ຕ້ອງການໃຫ້ຢູໂຣບເຫັນດີເຫັນຍອມໄປກັບອາເມຣິກາທຸກຢ່າງ ໂດຍສະເພາະ ລື່ອງການສະກັດກັ້ນສິນຄ້າ ຫຼື ການຂວໍ້າບາດຈີນ.

ໂດຍ ສີຈິ້ນຜິງ ລະບຸວ່າ: “ໂລກປັດຈຸບັນພວມຜ່ານການປ່ຽນແປງຄັ້ງປະຫວັດສາດຢ່າງເລິກເຊິ່ງ, ຈີນ ແລະ ຝຣັ່ງທີ່ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີມູນເຊື້ອແຫ່ງເອກະລາດ ແລະ ເປັນເຈົ້າຕົນເອງນັ້ນ, ໃນຖານະເປັນຜູ້ຊຸກຍູ້ໂລກຫັນເປັນຫຼາຍຂົ້ວ ແລະ ການພົວພັນສາກົນຫັນເປັນແບບປະຊາທິປະໄຕຢ່າງເດັດດ່ຽວນັ້ນ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບທີ່ຜ່ານຜ່າຄວາມເຫັນທີ່ແຕກຕ່າງກັນ ແລະ ສິ່ງຜູກມັດ, ຢຶດໝັ້ນທິດທາງລວມແຫ່ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງທີ່ມີລັກສະນະໜັກແໜ້ນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປີດກວ້າງ ແລະ ກ້າວໜ້າ, ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ”

ສະນັ້ນເຮົາຈຶ່ງເຫັນໄດ້ວ່າການເດີນທາງມາຢາມ ປັກກິ່ງ ຂອງມາຄຣົງ ຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ທ່າມກາງຄວາມເຄັ່ງຕຶງຂອງຄວາມສຳພັນລະຫວ່າງ ຈີນ-ອາເມຣິກາ ແລະ ຈີນ-ຢູໂຣບ ເພາະນັບຕັ້ງແຕ່ເກີດ ຂໍ້ຂັດແຍ້ງທີ່ຢູເຄຣນ ຄວາມສຳພັນຂອງຈີນ ແລະ ໂລກຕາເວັນຕົກກໍຄ່ອຍໆ ຊຸດໂຊມລົງ ເນື່ອງຈາກທາງຕາເວັນຕົກ ເບິ່ງວ່າ ຈີນນັ້ນບໍ່ສາມາດສະແດງທ່າທີທີ່ດຸດັນ ແລະ ບໍ່ເຄີຍປະນາມຣັດເຊຍ ທີ່ໃຊ້ກຳລັງທະຫານ ເຂົ້າໄປໃນຢູເຄຣນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/