ປ່ອຍໃຫ້ຕົນເອງວ່າງແດ່ກໍໄດ້! ທໍາຄວາມເຂົ້າໃຈ “ສິລະປະແຫ່ງຄວາມວ່າງ” ທີ່ຈະຊ່ວຍໃຫ້ເຮົາຜ່ອນຄາຍ, ເຕີມພະລັງ ແລະ ໃຊ້ຊີວິດຢ່າງມີສະຕິ


ໃນ​ສັງຄົມ​ທຸກ​ມື້​ນີ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຟ້າວຟັ່ງ, ວຸ້ນວາຍ, ຜູ້ຄົນ​ເຮົາ​ມັກ​ຈະ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ, ພັກຜ່ອນໃຫ້ໜ້ອຍ ແລະ ຕ້ອງການທີ່ຈະປະສົບຜົນສໍາເລັດຢູ່ສະເໝີ. ສິ່ງ​ເຫຼົ່າ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງ​ຄຽດ, ວິຕົກກັງວົນ ແລະ ສູນ​ເສຍ​ຄວາມ​ສົມ​ດຸນ​ໃນ​ຊີວິດໄດ້. ການປ່ອຍ​ໃຫ້​ຕົວ​​ເອງ​ມີ​ເວ​ລາ​ວ່າງ​​ ຈຶ່ງເປັນສິ່ງທີ່ຈໍາເປັນ, ບໍ່ແມ່ນວ່າຕົນເອງຂີ້ຄ້ານ ແຕ່ເປັນການພັກຜ່ອນເພື່ອໃຫ້ຕົວເອງຜ່ອນຄາຍ, ຟື້ນຟູທັງທາງກາຍ ແລະ ຈິດໃຈ.

ບົດຄວາມນີ້ສະເໜີມຸມມອງໜ້າສົນໃຈກ່ຽວກັບ “ການບໍ່ເຮັດຫຍັງ” ໃນເຊີງບວກ ເຊິ່ງປຽບສະເໝືອນກຸນແຈທີ່ນຳໄປສູ່ຄວາມສຸກ ຄວາມຄິດສ້າງສັນ ແລະ ສຸຂະພາບດີ.

ເປັນຫຍັງຈຶ່ງເວົ້າໄດ້ວ່າ “ການບໍ່ເຮັດຫຍັງ” ຈຶ່ງສໍາຄັນ?

ຫຼາຍຄົນອາດຈະເຂົ້າໃຈຜິດວ່າ “ການບໍ່ເຮັດຫຍັງ” ໝາຍເຖິງການນອນຢູ່ເສີຍໆ ແລະ ບໍ່ເຮັດຫຍັງ, ໃນຄວາມເປັນຈິງ, ການທີ່ບໍ່ເຮັດຫຍັງເລີຍ ໃນເຊີງບວກໝາຍເຖິງປ່ອຍວາງພາລະໜ້າທີ່, ຄວາມຮັບຜິດຊອບ ແລະ ຄວາມຄາດຫວັງຕ່າງໆຊົ່ວຄາວເພື່ອພັກຜ່ອນທັງຮ່າງກາຍແລະຈິດໃຈ. ເຊິ່ງນີ້ຈະຊ່ວຍໃຫ້ເຮົາໄດ້ຮັບປະໂຫຍດຕ່າງໆຈາກການຢູ່ຊື່ໆດັ່ງນີ້:

  • ຊ່ວຍໃຫ້ສະໝອງຂອງເຮົາໄດ້ພັກຜ່ອນ : ສະໝອງຂອງເຮົາເຮັດວຽກໜັກຢ່າງຕໍ່ເນື່ອງຢູ່ຕະຫຼອດເວລາ, ການບໍ່ເຮັດຫຍັງເລີຍຈະເຮັດໃຫ້ສະໝອງໄດ້ພັກຜ່ອນ, ຟື້ນຟູ ແລະ ກັບມາເຮັດວຽກໄດ້ຢ່າງມີປະສິດທິພາບ.
  • ຊ່ວຍໃຫ້ມີຄວາມຄິດສ້າງສັນ: ເມື່ອສະໝອງໄດ້ພັກຜ່ອນ ຄວາມຄິດສ້າງສັນຈະເຮັດວຽກໄດ້ດີຂຶ້ນ. ພວກເຮົາສາມາດຄິດໄອເດຍໃໝ່ໆ, ແກ້ໄຂບັນຫາ ແລະ ສ້າງສັນຜົນງານໄດ້ຢ່າງມີປະສິດທິພາບ.
  • ຊ່ວຍໃຫ້ມີຄວາມສຸກຫຼາຍຂຶ້ນ: ປ່ອຍວາງຄວາມກັງວົນ, ຄວາມຄຽດ ແລະຄວາມຄິດທີ່ຕີກັນໃນຫົວ. ຈະຊ່ວຍໃຫ້ພວກເຮົາມີຄວາມສຸກ, ສົດໃສ ແລະ ຮູ້ສຶກຜ່ອນຄາຍ.
  • ສົ່ງ​ເສີມ​ສຸ​ຂະ​ພາບ​ທີ່​ດີ: ຄວາມ​ກົດ​ດັນ​ມີ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ​ແລະ​ ຈິດ​ໃຈ​. ການທີ່ເຮົາບໍ່​ໄດ້​ເຮັດ​ຫຍັງຈະຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ ແລະ ສົ່ງຜົນກະດີຕໍ່ສຸຂະພາບໂດຍລວມ
  • ຊ່ວຍໃຫ້ເຂົ້າໃຈຕົນເອງຫຼາຍຂຶ້ນ: ເມື່ອເຮົາຢູ່ກັບຕົນເອງ ໂດຍປາສະຈາກສິ່ງລົບກວນ ຈະເຮັດໃຫ້ເຮົາມີເວລາໃນການໄຕ່ຕອງກັບຄວາມຄິດ, ຄວາມຮູ້ສຶກ, ແລະ ເປົ້າໝາຍໃນຊີວິດ ເຮັດໃຫ້ເຂົ້າໃຈຕົນເອງຫຼາຍຂຶ້ນ.

ເຕັກນິກການໃນເຝິກທີ່ຈະ “ບໍ່ເຮັດຫຍັງ”

  • ການນັ່ງສະມາທິ : ເປັນວິທີເຝິກຈິດໃຈໃຫ້ສະຫງົບ, ຜ່ອນຄາຍ, ມີຄວາມຕັ້ງໃຈ, ສາມາດເຝິກໄດ້ງ່າຍໆໂດຍການນັ່ງຊື່ໆ, ຫຼັບຕາ, ຫາຍໃຈເຂົ້າ-ອອກຊ້າໆ ແລະ ສູດລົມຫາຍໃຈເຂົ້າ-ອອກ.
  • ເຝິກສະຕິ: ເປັນການເຝິກຕົນເອງໃຫ້ມີສະຕິຢູ່ກັບປັດຈຸບັນ. ສັງ​ເກດ​ເບິ່ງ​ສິ່ງຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ ​ໂດຍ​ບໍ່​ຕ້ອງ​ຕັດ​ສິນ​ ​ວິ​ເຄາະ​ ຫຼື​ ​ປຽບ​ທຽບ​. ເຊິ່ງພວກເຮົາສາມາດເຝິກໄດ້ໂດຍການຈົດຈໍ່ກັບກິດຈະກໍາທີ່ເຮັດຢູ່ເຊັ່ນ: ລ້າງຖ້ວຍ, ຍ່າງຫຼິ້ນ ຫຼື ກິນອາຫານ.
  • ການໃຊ້ເວລາກັບທໍາມະຊາດ: ການຖືກອ້ອມຮອບດ້ວຍທໍາມະຊາດ ຊ່ວຍໃຫ້ຈິດໃຈສະຫງົບ, ຜ່ອນຄາຍ ແລະ ສົດຊື່ນ. ເຮົາສາມາດໄປຍ່າງຫຼິ້ນຢູ່ໃນສວນ. ນັ່ງຫຼິ້ນຢູ່ແຄມທະເລ ຫຼື ປີນພູກໍໄດ້.
  • ຟັງເພງ: ຟັງເພງທີ່ມັກ ຫຼື ເພງທີ່ຖືກສ້າງຂຶ້ນມາເພື່ອຜ່ອນຄາຍ ຈະຊ່ວຍໃຫ້ຈິດໃຈສະຫງົບ, ຫຼຸດຜ່ອນຄວາມຄຽດ ແລະ ເຮັດໃຫ້ເຮົາຮູ້ສຶກດີຂຶ້ນ.
  • ການອ່ານປຶ້ມ: ການອອ່ານປຶ້ມຈະຊ່ວຍໃຫ້ໄດ້ຮຽນຮູ້, ຈິນຕະນາການ ແລະ ຜ່ອນຄາຍ.

ຂໍ້ຄວນລະວັງ

ການ “ບໍ່ເຮັດຫຍັງ” ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງນອນເສີຍໆ ບໍ່ເຮັດຫຍັງເລີຍ. ແຕ່ການບໍ່ເຮັດຫຍັງແມ່ນການໃຊ້ເວລາຢ່າງມີສະຕິ. ໂດຍບໍ່ມີການກັງວົນກ່ຽວກັບສິ່ງພາຍນອກ

ການ “ບໍ່ເຮັດຫຍັງ” ອາດຈະເປັນເລື່ອງຍາກໃນໄລຍະທຳອິດ ເພາະເຮົາລຶ້ງກັບການໃຊ້ເວລາໄປກັບກິດຈະກຳຕ່າງໆ, ໃຫ້ລອງເລີ່ມຈາກການໃຫ້ ເວລາວ່າງຕົວເອງປະມານ 5-10 ນາທີຕໍ່ມື້ ແລະ ຄ່ອຍໆເພີ່ມເວລາໃຫ້ຫຼາຍຂຶ້ນ.

ປະໂຫຍກທຳມະດາທີ່ມັກເວົ້າກັນວ່າ ການໃຊ້ເວລາວ່າງໃຫ້ເປັນປະໂຫຍດ ຈຶ່ງເປັນປະໂຫຍກທີ່ຢູ່ນອກເໜືອຈາກການບໍລິຫານເວລາເພື່ອໃຫ້ໄດ້ອັດຖຣົດຈາກການເຮັດບາງສິ່ງບາງຢ່າງທີ່ເປັນປະໂຫຍດ ແລະ ເຮັດສິ່ງນັ້ນຫຼາຍໜ້ອຍເທົ່າໃດ?  ແຕ່ອາດເປັນການທີ່ໄດ້ “ບໍ່ເຮັດຫຍັງເລີຍ” ເພື່ອກັບມາເຂົ້າໃຈ ແລະ ໃຊ້ເວລາໃນການເຮັດມັນ. ເຊິ່ງນີ້ອາດໝາຍຄວາມວ່າ ການແນມເຫັນເຖິງຄວາມໝາຍ ແລະ ຈຸດມຸ່ງໝາຍຂອງຊີວິດໃນດ້ານອື່ນໆອີກຄັ້ງ.

ທີ່ມາ:

thematter

aeon

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/