ປີ 2024 ລາວໂທລະຄົມ ກຽມລົງທຶນຕື່ມອີກ 15 ລ້ານໂດລາ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ຕັ້ງເປົ້າ ສ້າງລາຍຮັບໃຫ້ໄດ້ 2,532 ຕື້ກີບ


         ປີ 2024 ລາວໂທລະຄົມ ກຽມລົງທຶນຕື່ມອີກ 15 ລ້ານໂດລາ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ຕັ້ງເປົ້າ ສ້າງລາຍຮັບໃຫ້ໄດ້ 2,532 ຕື້ກີບ ເພີ່ມຂຶ້ນ 30.60% ຈາກປີກ່ອນ ຄາດຄະເນກໍາໄລສຸດທິໃຫ້ໄດ້ 598.67 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 259.23 ຕື້ກີບ.

         ຕົວເລກດັ່ງກ່າວ ຖືກລາຍງາານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃນກອງປະຊຸມ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023 ເເລະ ທິດທາງແຜນການປີ 2024 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້. ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ  ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 255 ທ່ານ.

         ໂດຍ ທ່ານ ສຸພົນ ຈັນທະວີໄຊ ລາຍງງານວ່າ: ແຜນການປີ 2024 ນີ້, ລາວ  ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່,ຈະສ້າງລາຍຮັບໃຫ້ໄດ້ທັງໝົດ 2,532.32 ຕື້ກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30.60% ຄາດຄະເນກໍາໄລສຸດທິໃຫ້ໄດ້ 598.67 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈໍານວນ 259.23 ຕື້ກີບ.

ນອກຈາກນີ້, ລາວໂທລະຄົມຈະໄດ້ລົງທຶນທັງໝົດ 15.6 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life. 

ໃນປີ 2023 ທີ່ຜ່ານມາ ບໍລິສັດ ລາວໂທລະຄົມ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 14.79 ລ້ານໂດລາສະຫະລັດ; ປັດຈຸບັນ ລລທ ມີສະຖານີມືຖື 2G, 3G, 4G, 4.5G ຄອບຄຸມພື້ນທີ່ປະຊາກອນທົ່ວປະເທດ ແລະ ນອກຈາກນັ້ນຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ.

ປີທີ່ຜ່ານມາກຸ່ມບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 1,938.97 ຕື້ກີບ (ບໍ່ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 232.24 ຕື້ກີບ,

https://www.facebook.com/permalink.php?story_fbid=pfbid02HMhWPFnB6iFbdDuSpe2n33XiqrtLSi6htfewU41GSq2dzSWSDgXvKfaDzdP8Tb4fl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/