ປິດຕຳນານ Petrodollar! ຊາ​ອຸ​ດີ​ອາ​ຣະ​ເບຍຍົກເລີກສັນຍາການຊື້ຂາຍນ້ຳມັນດ້ວຍສະກຸນເງິນໂດລາ ແລ້ວຫັນມາໃຊ້ສະກຸນເງິນ fiat ອື່ນໆທີ່ຫຼາກຫຼາຍຂຶ້ນ


ຊາ​ອຸ​ດີ​ອາ​ຣະ​ເບຍ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ບໍ່​ຕໍ່ອາຍຸສັນຍາຂໍ້​ຕົກ​ລົງ “petrodollar deal​”, ເຊິ່ງເປັນສັນຍາຂໍ້ຕົກລົງກ່ຽວນ້ຳມັນທີ່ໄດ້ມີການຮ່ວມມື​ກັບ​ສະ​ຫະ​ລັດ​. ໂດຍຂໍ້​ຕົກ​ລົງ​ດັ່ງ​ກ່າວ​ມີ​ມາດົນກວ່າ​ 80 ​ປີ ​ແລະ ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາ​ທິດ 9 ມິ​ຖຸ​ນາ​, ຕາມ​ການ​ລາຍ​ງານ​ສຳນັກຂ່າວຕ່າງປະເທດ​.

ຂໍ້ຕົງລົງດັ່ງກ່າວ ໄດ້ມີການການລົງນາມຄັ້ງທໍາອິດໃນວັນທີ 8 ມິຖຸນາປີ 1974, ເຊິ່ງຖືເປັນສ່ວນສໍາຄັນຕໍ່ອິດທິພົນທາງດ້ານເສດຖະກິດຂອງສະຫະລັດໃນຂອບເຂດທົ່ວໂລກ, ອັນເນື່ອງມາຈາກເນື້ອຫາທີ່ສຳຄັນຂອງຕົກລົງ “petrodollar deal”  ກໍຄື ຊາ​ອຸ​ດິີອາ​ຣະ​ເບຍ ຈະຂາຍນໍ້າມັນດິບໃຫ້ກັບປະເທດອື່ນໆໃນສະກຸນເງິນໂດລາສະຫະລັດເປັນຫຼັກ ​ເພື່ອ​ແລກປ່ຽນກັບການທີ່​ສະຫະລັດຈະຮັກສາ​ຄວາມໝັ້ນຄົງທາງດ້ານການທະຫານໃຫ້ແກ່ຊາ​ອຸ​ດີອາ​ຣະ​ເບຍ

ການເລືອກທີ່ຈະບໍ່ຕໍ່ສັນຍາສະບັບນີ້, ຈະເຮັດໃຫ້ຊາອຸດີອາຣະເບຍຈະສາມາດຂາຍນໍ້າມັນ ແລະ ສິນຄ້າອື່ນໆໂດຍໃຊ້ສະກຸນເງິນທີ່ຫຼາກຫຼາຍເຊັ່ນ: ຢວນ, ຢູໂຣ ແລະ ເງິນເຢນ, ແທນທີ່ຈະເປັນພຽງແຕ່ເງິນໂດລາສະຫະລັດ. ນອກຈາກນີ້, ຊາ​ອຸ​ດີ​ອາ​ຣະ​ເບຍຍັງໄດ້ໃຫ້ຄວາມສົນໃຈກ່ຽວກັບ ການນໍາໃຊ້ສະກຸນເງິນດິຈິຕອນຄື Bitcoin ສໍາລັບການເຮັດທຸລະກໍາອີກດ້ວຍ

ການຕັດສິນໃຈຂອງ ຊາ​ອຸ​ດີ​ອາ​ຣະ​ເບຍ ຖືເປັນບາດກ້າວທີ່ສໍາຄັນໃນການກ້າວອອກຈາກລະບົບ petrodollar, ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 1972 ຫຼັງຈາກສະຫະລັດທີ່ຍົກເລີກ ການຜູກຄ່າເງິນໂດລາກັບຄໍາ.

ທັງນີ້, ການເຄື່ອນໄຫວຂອງຊາອຸດີອາຣະເບຍຄາດວ່າຈະຍິ່ງເລັ່ງທ່າອ່ຽງໄປສູ່ການໃຊ້ສະກຸນເງິນອື່ນນອກເໜືອຈາກເງິນໂດລາສະຫະລັດ. ໃນ​ເລື່ອງ​ຂອງການ​ຄ້າລະຫວ່າງປະເທດ

ນອກຈາກນີ້, ຊາ​ອຸ​ດີອາ​ຣະ​ເບຍ ຍັງໄດ້ເຂົ້າຮ່ວມໂຄງການ “mBridge”, ເຊິິ່ງເປັນການຮ່ວມມືກັນໃນການພັດທະນາແພລັດຟອມສະກຸນເງິນດິຈິຕອນລະຫວ່າງທະນາຄານກາງ ແລະ ທະນາຄານການຄ້າ.

ໂຄງການ mBridge ໄດ້ເລີ່ມຕົ້ນໃນປີ 2021 ແລະ ມີຈຸດປະສົງເພື່ອອໍານວຍຄວາມສະດວກໃນການຈ່າຍເງິນຂ້າມຊາຍແບບ real-time ແລະ ​ດຳ​ເນີນ​ທຸລະ​ກຳ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ໂດຍ​ຜ່ານ​ເຕັກ​ໂນ​ໂລ​ຊີ distributed ledger ​ຫຼື​ ບັນຊີແຍກປະເພດ, ເຊິ່ງປັດຈຸບັນໂຄງ​ການ​ນີ້​ກຳລັງຢູ່ໃນການ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​.

ຢ່າງໃດກໍຕາມ, ການເຄື່ອນໄຫວໃນຄັ້ງນີ້ຂອງປະເທດ ຊາ​ອຸ​ດິີອາ​ຣະ​ເບຍ ຖືເປັນຈຸດເລີ່ມຕົ້ນຂອງການປ່ຽນແປງອັນໃຫຍ່ຫຼວງຂອງລະບົບເສດຖະກິດໂລກ. ສໍາລັບຜົນກະທົບທີ່ຈະສົ່ງຜົນກະທົບຕໍ່ການຄ້າ ແລະ ການເງິນລະຫວ່າງປະເທດ, ຍັງເປັນບັນຫາທີ່ຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດໃນອະນາຄົດ.

ທີ່ມາ:

indiatoday.in

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/