ປະເທດຍີ່ປຸ່ນ ຢືນຢັນ ພົບຜູ້ເສຍຊີວິດຕິດໄວຣັສ Oz ຈາກເຫັບກັດ ເປັນລາຍທຳອິດຂອງໂລກ


ກະຊວງສາທາລະນະສຸກຂອງປະເທດ ຍີ່ປຸ່ນ ໄດ້ອອກມາລາຍງານເຖິງກໍລະນີຍິງຊາວຍີ່ປຸ່ນ ອາຍຸ 70 ປີ ເສຍຊີວິດຈາກພາວະກ້າມຊີ້ນຫົວໃຈອັກເສບເມື່ອປີກ່ອນ ຫຼັງຈາກພົບວ່າຕິດເຊື້ອຈາກໄວຣັສ ອອສ (Oz) ທີ່ມາຈາກການທີ່ເຫັບກັດເຮັດໃຫ້ລາວກາຍເປັນຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສນີ້ເປັນຄົນທຳອິດຂອງໂລກ.

ໃນລາຍງານໄດ້ເປີດເຜີຍອີກວ່າ ຍິງຊາວຍີ່ປຸ່ນ ອາຍຸ 70 ປີ ອາໄສຢູ່ໃນແຂວງອິບາຣາກິ ທາງຕາເວັນອອກສຽງເໜືອຂອງໂຕກຽວ ບໍ່ມີປະຫວັດການເດີນທາງອອກນອກປະເທດແຕ່ຢ່າງໃດ. ຫຼັງຈາກມີອາການເປັນໄຂ້, ອ່ອນເພຍງ່າຍ ແລະ ເຈັບປວດຂໍ້ຕໍ່ ພ້ອມກັບໄດ້ເຂົ້າຮັບການປິ່ນປົວ ແຕ່ອາການຍັງບໍ່ດີ ເຊິ່ງນຳມາສູ່ການກວດ ແລະ ພົບເຫັນວ່າມີເຫັບແຂງດູດເລືອດທີ່ຕົ້ນຂາຂວາ.

ຈາກຂໍ້ມູນຍິງຊາວຍີ່ປຸ່ນ ອາຍຸ 70 ປີໄດ້ເສຍຊີວິດດ້ວຍໂຣກກ້າມຊີ້ນອັກເສບ ເຊິ່ງເປັນການອັກເສບຂອງຫົວໃຈປະມານໜຶ່ງເດືອນຕໍ່ມາ ທາງດ້ານສະຖາບັນ ໂຣກຕິດເຊື້ອແຫ່ງຊາດປະເທດຍີ່ປຸ່ນ (NIID) ໄດ້ອອກມາບອກວ່າໄວຣັສ ອອສ (Oz) ຖືກພົບເທື່ອທຳອິດໃນປີ 2018 ເຫັບແຂງຈະມີຊື່ທາງວິທະຍາສາດວ່າ amblyomma testudinarium ໃນແຂວງເອຮິເມະ ເຊິ່ງມີລັກສະນະເກັດແຂງ ແລະ ມີຂະໜາດປະມານ 3-4 ມິນລີແມັດ ມີຄວາມແຕກຕ່າງຈາກເຫັບທີ່ມັກພົບໃນເຮືອນ; ມັກພົບໃນປ່າ ແລະ ພຸ່ມໄມ້.

Tadaki Suzuki ຜູ້ຊ່ຽວຊານທາງດ້ານພະຍາດວິທະຍາຂອງ NIID ກ່າວວ່າ ເນື່ອງຈາກເປັນຄົນທຳອິດທີ່ໄດ້ຮັບການຢືນຢັນວ່າເສຍຊີວິດຈາກເຫັບກັດ ຈຶ່ງເປັນເລື່ອງຍາກທີ່ຈະຕັດສິນຄວາມຮຸນແຮງ ຫຼື ອັນຕະລາຍຂອງໄວຣັສໃນເວລານີ້ໄດ້ ກໍລະນີນີ້ມັນສະແດງໃຫ້ເຫັນວ່າໄວຣັສນີ້ສາມາດເຮັດໃຫ້ເກີດຄວາມຮຸນແຮງເຖິງຂັ້ນເສຍຊິວິດໄດ້  ແຕ່ການກວດພົບຜູ້ທີ່ມີແອນຕີ້ບໍດີ້ໃນອະດີດ ຍັງສະແດງໃຫ້ເຫັນວ່າບາງຄົນອາດບໍ່ຈະເປັນຫຍັງເລີຍກໍໄດ້.

ຢ່າງໃດກໍຕາມ ທາງກະຊວງສາທາລະນະສຸກຂອງປະເທດຍີ່ປຸ່ນ ລະບຸວ່າ ຂໍ້ຄວນປ້ອງກັນທີ່ດີທີ່ສຸດຄືການຫຼີກເວັ້ນການເປີດເຜີຍຜິວໜັງເມື່ອຢູ່ໃກ້ບໍລິເວນທ່ີ່ອາດຈະສຳຜັດກັບເຫັບແຂງ ໂດຍສະເພາະໃນລະດູໃບໄມ້ປົ່ງຈົນຮອດລະດຸໃບໄມ້ຫຼົ່ນ ເມື່ອມີແມງໄມ້ອອກຫາກິນ ການໃຊ້ຍາໄລ່ກໍຊ່ວຍໄດ້ ຫາກເຫັບກັດຄວນໄປພົບແພດທັນທີ ຢ່າພະຍາຍາມເອົາອອກເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/