ອຳນາດການປົກຄອງແຂວງ ໄດ້ສັ່ງປິດສູນບໍລິການທັງໝົດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ  ພ້ອມອອກຄຳແຈ້ງການນຳໃຊ້ມາດຕະການທີ່ເຂັ້ມງວດ ເພື່ອກວດລ້າງກຸ້ມກ້ອນດັ່ງກ່າວ ໃນເຂດພິເສດ ສາມຫຼ່ຽມຄຳ.

ໂດຍປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ, ບັນດາສົນທິສັນຍາສາກົນ ແລະ ການຕົກລົງໃນກອງປະຊຸມຄັ້ງວັນທີ 9 ສິງຫາ 2024 ແລະ ກອງປະຊຸມຄັ້ງວັນທີ 19 ສິງຫາ 2024, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈຶ່ງແຈ້ງມາຍັງບຸກຄົນ ແລະ ນິຕິບຸກຄົນ ທັງຄົນລາວ ແລະ ຕ່າງປະເທດ ພາຍໃນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອຊາບທົ່ວເຖິງ ແລະ ໃຫ້ປະຕິບັດດັ່ງນີ້:

1. ໃຫ້ຢຸດເຊົາການລັກລອບເຄື່ອນໄຫວຕອບແຊັດ ຫຼື ສໍ້ໂກງທາງໂທລະຄົມ (Call Center) ຢ່າງເດັດຂາດ, ທຸກ ການເຄື່ອນໄຫວປະກອບອາຊີບ ຫຼື ການດຳເນີນທຸລະກິດ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດ ໝາຍຂອງ ສປປ ລາວ ແລະ ຕ້ອງໄດ້ຮັບການອະນຸຍາດຈາກເຈົ້າໜ້າທີ່ທາງການຈຶ່ງເຄື່ອນໄຫວໄດ້.

2. ໃຫ້ທຸກຫົວໜ່ວຍທຸລະກິດ ຫຼື ຜູ້ໃຊ້ແຮງງານ ຈ່າຍເງິນເດືອນ, ເງິນຄ່າແຮງງານ, ເງິນປັນຜົນກຳໄລ ແລະ ນະໂຍບາຍອື່ນໆ ໃຫ້ພະນັກງານ ຫຼື ແຮງງານຂອງຕົນຢ່າງຄົບຖ້ວນຕາມຈຳນວນ ແລະ ກຳນົດເວລາທີ່ສອງຝ່າຍໄດ້ຕົກລົງກັນ, ພ້ອມນັ້ນ ຫ້າມກັກ ຫຼື ເກັບຮັກສາ ໜັງສືຜ່ານແດ່ນ (Passport), ບັດປະຈໍາຕົວ, ບັດອະນຸຍາດພັກເຊົາ, ບັດອະນຸຍາດ ອອກແຮງງານ ແລະ ເອກະສານອື່ນໆ ທີ່ເປັນຂອງສ່ວນຕົວຂອງພະນັກງານ, ໃຫ້ສົ່ງຄືນພະນັກງານ ຫຼື ແຮງງານຂອງຕົນທັງໝົດ ແລະ ຖືຕິດຕົວໄວ້, ຖ້າລະເມີດ ຫຼື ກວດພົບເຫັນ ຈະຖືກປັບໄໝ ແລະ ຮັບຜິດຊອບຕາມລະບຽບກົດໝາຍ.

3. ນັບແຕ່ວັນທີ 26 ສິງຫາ 2024, ເປັນຕົ້ນໄປ ເຈົ້າໜ້າທີ່ກ່ຽວຂ້ອງຂອງເຂດ ຈະໄດ້ດຳເນີນການກວດກາຢ່າງເຂັ້ມງວດ, ຖ້າພົບເຫັນຜູ້ທີ່ຍັງລັກລອບເຄື່ອນໄຫວຕອບແຊັດ ຫຼື ສໍ້ໂກງທາງໂທລະຄົມ (Call Center) ແລະ ບໍ່ປະຕິບັດ ຕາມແຈ້ງການສະບັບນີ້, ແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ແລະ ເດັດຂາດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບຢ່າງເປັນທາງການ ແລະ ໃຫ້ຮ່ວມມືຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.

ເມື່ອບໍ່ດົນມານີ້ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼຽມຄໍາ ຮ່ວມກັບພາກສ່ວນກ່ຽວຂ້ອງ ລົງມ້າງກຸ່ມແກ້ງເຄືອຄ່າຍສໍ້ໂກງຊັບທາງໂທລະຄົມ (ຄໍເຊັນເຕີ) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼຽມຄຳ ສາມາດກັກຕົວຜູ້ຖືກຫາ ໄດ້ທັງໝົດ 771 ຄົນ.