ບໍລິສັດຮ່ວມທຶນ ໄທ-ລາວ Super Holding Company ເປັນ “ເຄື່ອງຈັກເສດຖະກິດ” ແຫ່ງໃໝ່ໃຫ້ ສປປ ລາວ


ໃນ ອາທິດທີ່ຜ່ານມາ ລັດຖະບານ ສປປ ລາວ ແລະ ບໍລິສັດ Energy Absolute Public Company Limited ຈາກ​ປະ​ເທດ​ໄທ (EA) ໄດ້​ຮ່ວມ​ມື​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຶນ​ຊື່​ວ່າ Super Holding Company ເພື່ອ​ຄຸ້ມ​ຄອງ​ທຸ​ລະ​ກິດ​ພະ​ລັງ​ງານ​ສະ​ອາດ​ເກີນ 7GW ກ້າວໄປ​ເຖິງ​ເປົ້າ​ໝາຍ​ທີ່​ລາວ​ຈະກາຍ​ເປັນ “ໝໍ້​ໄຟ​ແຫ່ງ​ອາຊີ” ມື້ນີ້ ເຮົາມາເບິ່ງກັນວ່າ Super Holding Company ເປັນ “ເຄື່ອງຈັກເສດຖະກິດ” ແຫ່ງໃໝ່ ໃຫ້ ສປປ ລາວ ແນວໃດ.

ກ່ອນວ່າຈະເປັນເຄື່ອງຈັກເສດຖະກິດ ແຫ່ງໃໝ່ ໃຫ້ ສປປ ລາວ ເຮົາມາເບິ່ງກ່ອນວ່າ Super Holding Company ຈະຫາເງິນແນວໃດ. ໂດຍອີງຕາມ ບົດສໍາພາດ ຂອງທ່ານ ສົມໂພດ ອາຫຸໄນ CEO ຜູ້ບໍລິຫານ EA ທີ່ໄດ້ກ່າວວ່າກັບ ໜັງສືພິມ ກຸງເທບທຸລະກິດ ທີ່ວ່າ ສປປ ລາວ ປຽບເໝືອນ ສະວິດເຊີແລນ ແຫ່ງ ອາຊີ ໂດຍໝາຍຄວາມວ່າ ເປັນປະເທດທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ໂດຍສະເພາະ ແມ່ນເຂື່ອນ ເຊິ່ງສິ່ງທີ່ຈະເຂົ້າມາເປັນ ສິນຄ້າ ໃນການຮ່ວມມືຄັ້ງນີ້ກໍຄື ການສ້າງພະລັງງານສະອາດຈາກຊັບພະຍາກອນທຳມະຊາດທັງໝົດ ທີ່ປະເທດລາວ ມີພະລັງງານລົມ ແລະ ພະລັງງານນໍ້າ.

ເຊິ່ງ ບໍລິສັດ Super Holding Company ຈຶ່ງຈະເຂົ້າມາເຮັດໜ້າທີ່ໃນການບໍລິຫານຈັດການພະລັງງານສະອາດຂອງປະເທດແບບຄົບວົງຈອນ ທັງການບໍລິຫານຈັດການຊັບສິນ ບໍລິຫານຈັດການຈຳໜ່າຍພະລັງງານໃນຕ່າງປະເທດແບບ Single Gate Way ແລະ ເປັນບໍລິສັດຫຼັກທີ່ຈະໃຊ້ລົງທຶນໃນທຸລະກິດພະລັງງານຂອງປະເທດ ຫຼື ທຸລະກິດອື່ນໆ ທີ່ກ່ຽວຂ້ອງໃນອະນາຄົດ ບໍ່ວ່າຈະເປັນສະຖານີ ສາກລົດໄຟຟ້າ ແລະ ອື່ນໆ.

ຫຼັງຈາກນັ້ນ ທັງ EA ແລະ ລັດຖະບານ ສປປ ລາວ ຍັງຈະນຳບໍລິສັດ ຮ່ວມທຶນ Super Holding Company ເຂົ້າໄປຈົດທະບຽນໃນຕະຫຼາດຫຼັກຊັບຕ່າງປະເທດພາຍໃນ 1 ປີ ໂດຍໃນເບື້ອງຕົ້ນຍັງຢູ່ໃນລະຫວ່າງການຕັດສິນໃຈຮ່ວມກັນວ່າຈະເຂົ້າໄປຈົດທະບຽນຢູ່ປະເທດໃດ.

ທ່ານ ສົມໂພດ  ອະທິບາຍວ່າ ການນຳບໍລິສັດດ້ານພະລັງງານຢ່າງ Super Holding Company ເຂົ້າໄປຈົດທະບຽນໃນຕະຫຼາດຕ່າງປະເທດ ຈະເຮັດໃຫ້ຊາວຕ່າງຊາດຮູ້ຈັກປະເທດລາວຂຶ້ນໃນຖານະສູນກາງຂອງພະລັງງານສະອາດຫຼາຍຂຶ້ນ.

ຫຼັງຈາກບໍລິສັດດັ່ງກ່າວ ເລີ່ມສ້າງລາຍໄດ້ ທັງຜ່ານການລະດົມທຶນ ແລະ ການຂາຍພະລັງງານໄຟຟ້າຈາກພະລັງງານບໍລິສຸດ ໄປຕ່າງປະເທດໄດ້ແລ້ວ ທ່ານ ສົມໂພດ ອະທິບາຍວ່າອາດສ້າງ ໂມເດວທຸລະກິດອື່ນ ທີ່ສ້າງມູນຄ່າເພີ່ມໃຫ້ພະລັງງານໄຟຟ້າຈາກພະລັງງານບໍລິສຸດ ບໍ່ວ່າຈະເປັນສະຖານີກັກເກັບພະລັງງານ ຫຼື ການຂະຫຍາຍການໃຊ້ລົດໄຟຟ້າໃນດ້ານການຄ້າໃນປະເທດລາວອີກດ້ວຍ. ເຊິ່ງໃນອະນາຄົດ ຖ້າເກີດທຸລະກິດຂຶ້ນມາໃໝ່ແບບນີ້ Super Holding Company ກໍຈະກາຍເປັນ ເຄື່ອງຈັກເສດຖະກິດ ແຫ່ງໃໝ່ຂອງ ສປປ ລາວ ນັ້ນເອງ.

ໃນໄລຍະທີ່ຜ່ານມາ ສປປ ລາວ ໄດ້ປະສົບກັບບັນຫາເສກຖະກິດ ຢ່າງໜັກໜ່ວງ ໂດຍສະເພາະໃນເລື່ອງຂອງການຂາດເງິນຕາ ເພາະລາຍຮັບ ແລະ ລາຍຈ່າຍຂອງປະເທດນັ້ນບໍ່ສົມດຸນກັນ. ດັ່ງນັ້ນ ເພື່ອແກ້ບັນຫາ ລັດຖະບານ ສປປ ລາວ ຈຶ່ງຈຳເປັນຕ້ອງຫາ ເຄື່ອງຈັກທາງເສດຖະກິດ ໃໝ່ ເພື່ອຈະເຂົ້າມາສ້າງກະແສເງິນສົດໃຫ້ປະເທດເພື່ອແກ້ໄຂບັນຫາທີ່ກຳລັງປະເຊີນຢູ່.

ທ້າຍທີ່ສຸດ ທ່ານ ສົມໂພດ ໃຫ້ສຳພາດອີກວ່າ ເມື່ອ Super Holding Company ສາມາດສ້າງລາຍໄດ້ຂຶ້ມາໄດ້ ສປປ ລາວ ຈະມີເມັດເງິນເຂົ້າມາໃນປະເທດເພີ່ມຫຼາຍຂຶ້ນ ຈາກເຄື່ອງຈັກທາງເສດຖະກິດ ອັນໃໝ່ນີ້ ທັງຈະສາມາດຫຼຸດການນຳເຂົ້ານໍ້າມັນໄດ້ ເຊິ່ງກໍຈະເຮັດໃຫ້ທັງທຶນສຳຮອງລະຫວ່າງປະເທດ ແລະ ຄ່າເງິນກີບ ມີສະຖຽນລະພາບຫຼາຍຂຶ້ນ ທັງໝົດນີ້ຈະນຳໄປສູ່ເສດຖະກິດທີ່ມີຄວາມໝັ້ນຄົງຕໍ່ໄປ.

https://www.bangkokbiznews.com/finance/investment/1127318

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/