ບໍລິສັດຣັດເຊຍຫັນມາໃຊ້ Stablecoin ສຳລັບການຄ້າກັບປະເທດຈີນ ເພື່ອຫຼີກເວັ້ນການຂວ້ຳບາດ


ບໍລິສັດຜະລິດໂລຫະໃຫຍ່ສອງລາຍໃນຣັດເຊຍ ກໍາລັງຫັນມາໃຊ້ Stablecoin USDT ຂອງ Tether ໃນການເຮັດທຸລະກໍາກັບຄູ່ຄ້າຊາວຈີນ. ທ່າມກາງການຂວ້ຳບາດຢ່າງຕໍ່ເນື່ອງ

ອີງຕາມລາຍງານຫຼ້າສຸດຈາກສຳນັກຂ່າວຕ່າງປະເທດເປີດເຜີຍວ່າ ບໍລິສັດຜະລິດໂລຫະໃຫຍ່ສອງລາຍໃນຣັດເຊຍ ກໍາລັງຫັນມາໃຊ້ Stablecoin USDT ຂອງ Tether ໃນການເຮັດທຸລະກໍາກັບຄູ່ຄ້າຊາວຈີນ ເຊິ່ງນີ້ຊີ້ໃຫ້ເຫັນເຖິງການເພິ່ງພາ Stablecoin ທີ່ເພີ່ມຂຶ້ນຂອງທຸລະກິດຣັດເຊຍ. ເພື່ອຫຼີກເວັ້ນຂໍ້ຈໍາກັດທາງດ້ານການເງິນທີ່ເກີດຈາກການຂວ້ຳບາດ

ນັບຕັ້ງແຕ່ເດືອນກຸມພາ 2022, ວິສາຫະກິດຣັດເຊຍໄດ້ປະເຊີນກັບຄວາມຫຍຸ້ງຍາກໃນການຊຳລະເງິນທີ່ສໍາຄັນ, ຍ້ອນ​ການ​ຂວ້ຳບາດ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ. ສົ່ງຜົນໃຫ້ບໍລິສັດເຫຼົ່ານີ້ຊອກຫາທາງເລືອກໃໝ່ສໍາລັບການເຮັດທຸລະກໍາຂ້າມຊາຍແດນ,  Stablecoin USDT ຈຶ່ງກາຍເປັນທາງເລືອກທີ່ເປັນໄປໄດ້ທີ່ສຸດ ເພາະມັນສາມາດໃຊ້ງານໄດ້ຈິງ ຊ່ວຍໃຫ້ພວກເຂົາຫຼີກເວັ້ນລະບົບທະນາຄານແບບດັ້ງເດີມທີ່ຢູ່ພາຍໃຕ້ການຂວ້ຳບາດ.

ຈີນ​ໄດ້​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ຜະລິດ​ຕະພັນ​ຂອງຣັດ​ເຊຍ​ໃນ​ສອງ​ປີຜ່ານມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເຮັດທຸລະກຳການ​ສົ່ງ​ອອກ​ໄດ້​ກາຍ​ເປັນ​ບັນຫາ​ຫຍຸ້ງຍາກ ເນື່ອງຈາກວ່າກະຊວງການເງິນສະຫະລັດ ໄດ້ຂົ່ມຂູ່​ຕໍ່ວ່າຈະຂວ້ຳບາດ​ຕໍ່​ອົງກອນ​ໃດໆ ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ຜ່ານ​ຜ່າ​ຂໍ້​ຈຳກັດ​ທີ່​ມີ​ຢູ່​ແລ້ວ​ກັບຣັດ​ເຊຍ.

ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກເຫຼົ່ານີ້ ທັງຣັດເຊຍ ແລະ ຈີນໄດ້ຫັນມາໃຊ້ຫຼຽນ Stablecoin ເຊັ່ນ USDT, ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງບັນຊີທະນາຄານຕ່າງປະເທດຖືກອາຍັດ. ເຊິ່ງນີ້ແມ່ນບັນຫາທົ່ວໄປທີ່ບໍລິສັດຣັດເຊຍປະເຊີນ, ເຖິງແມ່ນວ່າຈະເປີດບັນຊີຫຼາຍບັນຊີຢູ່ໃນຫຼາຍສະຖານທີ່ກໍຕາມ.

ກ່ອນໜ້ານີ້, ທະນາຄານກາງຣັດເຊຍໄດ້ມີການຕໍ່ຕ້ານສິນຊັບໂດຍຕະຫຼອດມາ. ຢ່າງໃດກໍຕາມ, ສະຖານະການພາຍນອກໄດ້ບັງຄັບໃຫ້ໜ່ວຍງານຄຸ້ມຄອງດູແລຕ້ອງທົບທວນຈຸດຢືນຂອງຕົນ. ລັດ​ຖະ​ບານ​ຣັດ​ເຊຍ​ກຳລັງ​ພິ​ຈາ​ລະ​ນາ​​ກົດ​ໝາຍເພື່ອ​ກຳນົດກົດເກນທາງກົດໝາຍ ​ເພື່ອ​ນຳ​ໃຊ້​ເງິນ​ Stablecoin ​ໃນ​ການ​ດຳ​ເນີນ​ທຸ​ລະ​ກຳ​ລະຫວ່າງປະເທດ. ສັນຍານນີ້ຊີ້ໃຫ້ເຫັນເຖິງການຮອງຮັບເອົາສະກຸນເງິນດິຈິຕອນຢ່າງເປັນທາງການ ເພື່ອຫຼີກເວັ້ນອຸປະສັກທາງດ້ານການເງິນແບບດັ້ງເດີມ.

ທີ່ມາ:

beincrypto

coinedition

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/