ບໍລິສັດນ້ຳມັນຂອງອາເຈນຕິນາໄດ້ໃຊ້ກ໊າສທີ່ເກີດຈາກການຜະລິດນ້ຳມັນມາເປັນພະລັງງານໃນການຂຸດ Crypto ເພື່ອຫຼຸດການປ່ອຍກ໊າສອອກສູ່ທຳມະຊາດ


ໃນວັນທີ 24 ກັນຍາທີ່ຜ່ານມາ, ສຳນັກຂ່າວທ້ອງຖິ່ນໄດ້ມີການລາຍງານວ່າ Tecpetrol ຈະເປີດຕົວໂຮງງານຂຸດ Crypto ທີ່ໃຊ້ກ໊າສທຳມະຊາດແຫ່ງທຳອິດໃນພູມີພາກທີ່ຕັ້ງຢູ່ Los Toldos II Este ທາງພາກເໜືອຂອງ Vaca Muerta ໃນເຂດ Patagonia ປະເທດອາເຈນຕິນາ. ໂດຍໂຄງການນີ້ຈະຊ່ວຍຍົກລະດັບໂຄງການຜະລິດນ້ຳມັນດິບຂອງບໍລິສັດໂດຍໃຊ້ກ໊າສທີ່ເປັນຂອງເສຍຈາກການຜະລິດນຳມາເປັນພະລັງງານ ແລະ ຫຼຸດການປ່ອຍອອກສູ່ທຳມະຊາດ.

Ricardo Markous CEO ຂອງ Tecpetrol ໄດ້ກ່າວເຖິງສາເຫດທີ່ບໍລິສັດນໍາການຂຸດ Crypto ເຂົ້າມາ “ເນື່ອງຈາກພວກເຮົາບໍ່ສາມາດປ່ອຍກ໊າສອອກສູ່ທຳມະຊາດໄດ້, ພວກເຮົາເລີຍເລືອກທີ່ຈະນຳກ໊າສເຫຼົ່ານັ້ນມາປ່ຽນເປັນພະລັງງານໃນການຂຸດ Crypto”

ໂດຍທາງບໍລິສັດຕັ້ງເປົ້າໝາຍທີ່ຈະເລີ່ມການດຳເນີນການຂຸດ Crypto ໃນທ້າຍເດືອນຕຸລາຈົນເຖິງຕົ້ນເດືອນພະຈິກ, Tecpetrol ໄດ້ຮ່ວມມືກັບບໍລິສັດທີ່ມີປະສົບການຈາກສະຫະລັດໂດຍມີເປົ້າໝາຍເພື່ອຫຼຸດຜ່ອນການສິ້ນເປືອງພະລັງງານ ແລະ ສ້າງຜົນກຳໄລໃຫ້ຫຼາຍຂຶ້ນ

ການຂຸດຄົ້ນ Cryptocurrency, ໂດຍສະເພາະການຂຸດ Bitcoin ແມ່ນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍເນື່ອງຈາກຜົນກະທົບດ້ານສິ່ງແວດລ້ອມຂອງມັນ. ໂດຍສະເພາະ, ຂະບວນການກ່ຽວຂ້ອງກັບການນໍາໃຊ້ຄອມພິວເຕີທີ່ມີປະສິດທິພາບໃນການແກ້ໄຂບັນຫາຄະນິດສາດທີ່ຊັບຊ້ອນ ແລະ ການໃຊ້ພະລັງງານໄຟຟ້າຢ່າງຫຼວງຫຼາຍ. ການນຳເອົາພະລັງງານທີ່ກຳລັງຈະຖິ້ມໄປມາປ່ຽນເປັນໄຟຟ້າຈຳນວນມະຫະສານໃນການຂຸດ Crypto ນອກຈາກຈະບໍ່ສູນເສຍປະໂຫຍດ ແລະ ສ້າງກຳໄລໃຫ້ບໍລິສັດ ມັນຍັງຊ່ວຍຫຼຸດຜ່ອນການປ່ອຍອາຍເສຍອອກສູ່ທຳມະຊາດນຳ.

ການສຶກສາຫຼ້າສຸດພົບວ່າ ການຂຸດ Crypto ນັ້ນສາມາດຫຼຸດຜ່ອນການປ່ອຍຄາບອນໄດອັອກໄຊໄດ້, ໂດຍສະຖາບັນບໍລິຫານຄວາມສ່ຽງ (IRM) ພົບວ່າການຂຸດ Bitcoin ນັ້ນສາມາດຫຼູດຜ່ອນການປ່ອຍກ໊າສເຮືອນແກ້ວໃນທົ່ວໂລກໄດ້ເຖິງ 8%

ຢ່າງໃດກໍຕາມ, ການເຂົ້າມາຂອງ Tecpetrol ສະແດງໃຫ້ເຫັນວ່າບໍລິສັດແບບດັ້ງເດີມກໍາລັງຮັບຮູ້ເຖິງໂອກາດໃນອຸດສາຫະກໍາ Crypto ຫຼາຍຂຶ້ນ.

ທີ່ມາ:

dailycoin

rionegro

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/