ບັນດານັກລົງທຶນພາກັນເເຫ່ຖອນ Ethereum ຫຼັງຈາກທີ່ Lido ເປີດໃຫ້ຖອນເປັນຄັ້ງທໍາອິດ


ອີງຕາມຂໍ້ມູນຈາກ Parsec Finance ລະບຸວ່າ ໂປໂຕຄອນ Lido liquid stake ໄດ້ເປີດໃຫ້ຖອນ Ethereum ເປັນຄັ້ງທຳອິດ ເຊິ່ງພົບວ່າ ນັກລົງທຶນທີ່ເຮັດ Staked ໃຊ້ເວລາປະມານ 1 ຊົ່ວໂມງເຖິງຈະສາມາດຖອນໄດ້, ໂດຍຜ່ານໄປຊົ່ວໂມງທຳອິດພົບວ່າມີການຖອນ ETH ມູນຄ່າປະມານ 4 ETH (7.308ໂດລາ) , ໃນຊົ່ວໂມງຖັດມາກໍມີການຖອນເພີ່ມອີກປະມານ 227 ETH (414.956 ໂດລາ) ເເລະ ໃນຊົ່ວໂມງທີ 3 ປະລິມານໃນການຖອນກໍໄດ້ລົດລົງເຫຼືອປະມານ 44 ETH (80.388 ໂດລາ). ທັງນີ້ ກວ່າ 260 Lido Staked Ether (stETH) ຖືກເເປງເປັນ Ethereum ພາຍໃນ 3 ຊົ່ວໂມງທໍາອິດ ໂດຍມີມູນຄ່າລວມປະມານ 500.000 ໂດລາ ຖືກຖອນອອກຫຼັງຈາກເປີດໃຫ້ຖອນເປັນຄັ້ງທຳອິດ.

Lido ເເມ່ນໂປໂຕຄອນ liquid staking derivatives (LSD) ທີ່ສາມາດຊ່ວຍໃຫ້ຜູ້ຖື ETH ສາມາດນຳຫຼຽນຂອງພວກເຂົາໄປ Stake ກັບ validators ເເລະ ຮັບ ETH ເປັນຮາງວັນຕອບເເທນ.

ຢ່າງໃດກໍຕາມ, ກ່ອນທີ່ຈະອັບເກຣດ Shapella ໃນວັນທີ 13 ເດືອນເມສາ, Ethereum ບໍ່ອະນຸຍາດໃຫ້ຜູ້ກວດສອບຖອນ Ethereum ຂອງພວກເຂົາທີ່ຖືຢູ່ໃນ staking . ເຖິງແມ່ນວ່າຫຼັງຈາກການຍົກລະດັບ Shapella ເເລ້ວ, ຜູ້ໃຊ້ Lido ກໍຍັງບໍ່ສາມາດຖອນ ETH ໄດ້, ເພາະວ່າຊອບແວຂອງ Lido ບໍ່ມີຟັງຊັນໃນການຖອນເງິນ. ແຕ່ໃນວັນທີ 15 ເດືອນພຶດສະພາ, Lido ໄດ້ລົງມະຕິທີ່ຈະຍົກລະດັບ Lido ໃຫ້ເປັນເວີຊັນ 2, ເຊິ່ງອະນຸຍາດໃຫ້ຜູ້ໃຊ້ສາມາດຖອນ ETH ເປັນຄັ້ງທໍາອິດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/