ບັນດາກຸ່ມຄົນປະທະກັນໃນຄຸກຢູ່ Ecuador ຈົນມີນັກໂທດເສຍຊີວິດ 68 ຄົນ


ມີລາຍງານການກໍ່ເຫດທີ່ສະຖານທີ່ດັດນິໄສ Litoral ໃນເມືອງ Guayaquil ທີ່ປະເທດເອກົວດໍ ເຊິ່ງເກີດຈາກການປະທະກັນຂອງກຸ່ມຄົນພາຍໃນສະຖານທີ່ດັ່ງກ່າວ ເຮັດໃຫ້ມີນັກໂທດເສຍຊີວິດໄປ 68 ຄົນ ບາດເຈັບ 25 ຄົນ ແລະ 3 ຄົນໃນນັ້ນຖືກຍິງຈົນເສຍຊີວິດ. ຫຼັງຈາກທີ່ທີມຕຳຫຼວດພ້ອມກອງກຳລັງເສີມຈາກທະຫານໄດ້ເຂົ້າມາ ປະຊາຊົນໄດ້ມາກັນມາຢືນຮວມຕົວໜ້າຄຸກ ຖ້າຟັງຂ່າວຈາກພີ່ນ້ອງ, ຄົນຮັກ ຂອງພວກເຂົາພ້ອມໄດ້ເລັ່ງໃຫ້ເຈົ້າໜ້າທີ່ຮີບຈັດການຄວບຄຸມການກໍ່ເຫດໃຫ້ຮຽບຮ້ອຍ.

ເຈົ້າໜ້າທີ່ໄດ້ໃຫ້ລາຍງານວ່າຄວາມຮຸນແຮງນີ້ນັ້ນເກີດຈາກການຜິດໃຈກັນຂອງບັນດາກຸ່ມທີ່ເປັນຄູ່ສັດຕູກັນ ເຊິ່ງພວກເຂົາຕ່າງກໍຍາດແຍ່ງເຂດແດນພາຍໃນສະຖານທີ່ດັ່ງກ່າວ ຫຼັງຈາກຫົວໜ້າໃຫຍ່ໄດ້ຖືກປ່ອຍຕົວອອກໄປກ່ອນ. ດ້ວຍເຫດນັ້ນ, ການຂາດຫົວໜ້າຈຶ່ງສົ່ງຜົນໃຫ້ເກີດການຕໍ່ສູ້ກັນຂອງບັນດາກຸ່ມເພື່ອຍາດແຍ່ງຕຳແໜ່ງແຕ່ກໍຈົບທ້າຍດ້ວຍການສັງຫານກັນ.

ເຫດການຈະລາຈົນຄັ້ງນີ້ບໍ່ແມ່ນຄັ້ງທຳອິດໃນຄຸກ. ປະເທດເອກົວດໍນັ້ນມີປະຫວັດການຕໍ່ສູ້ກັນລະຫວ່າງກຸ່ມທີ່ສົ່ງຜົນໃຫ້ມີຄົນເສຍຊີວິດມາຫຼາຍ. ເມື່ອວັນທີ 28 ເດືອນກັນຍາທີ່ຜ່ານມາ ມີນັກໂທດປີນຂ້າມໄປອີກຟາກໜຶ່ງເພື່ອໂຈມຕີກຸ່ມຄູ່ກົງກັນຂ້າມ ຈົນໄດ້ສົ່ງຜົນໃຫ້ສູນເສຍຊີວິດຂອງນັກໂທດໄປ 119 ຄົນ. ເຊິ່ງເມື່ອຄິດໄລ່ລວມກັນແລ້ວ, ພາຍໃນປີນີ້ປີດຽວມີນັກໂທດເກືອບ 300 ຄົນໄດ້ເສຍຊີວິດຈາກຄວາມຮຸນແຮງໃນຄຸກດັ່ງກ່າວ.

ການຕໍ່ສູ້ກັນດ້ວຍຊີວິດໃນເອກົວດໍ ຍັງໄປດຶງຄວາມສົນໃຈແກ່ການຂະຫຍາຍອິດທິພົນໃຫ້ກຸ່ມຂົນສົ່ງສິ່ງຂອງເຂົ້າປະເທດເຊັ່ນ ກຸ່ມຈາກປະເທດເມັກຊິໂກ Sinaloa ແລະ ກຸ່ມລວມຕົວຈາກບໍລິສັດຄູ່ຄ້າ Jalisco New Generation.

ປັດຈຸບັນມີນັກໂທດໃນຄຸກຖືກສົ່ງເຂົ້າມາໃຫ້ແອອັດກັນເກີນຈຳນວນທີ່ສະຖານທີ່ຈະຮັບໄດ້. ໂດຍທົ່ວໄປແລ້ວແມ່ນມັນຈະຮັບໄດ້ພຽງ 5,300 ຄົນ ແຕ່ໃນຄວາມເປັນຈິງແລ້ວມີ 8,500 ຄົນ. ບັນຫາການຕໍ່ສູ້ນັ້ນບໍ່ແມ່ນພຽງແຕ່ຄວາມແອອັດຂອງພື້ນທີ່ ແຕ່ຍັງເປັນຄວາມສະດວກສະບາຍຂອງນັກໂທດທີ່ສາມາດເຂົ້າເຖິງອາວຸດໄດ້ເຊັ່ນ ການຂົນສົ່ງທີ່ໃຊ້ໂດຣນຫິ້ວອາວຸດຜ່ານຝາຂອງຄຸກເຂົ້າມາ.

ປະທານາທິບໍດີ Lasso ໄດ້ສະແດງຄວາມຄິດເຫັນວ່າ ຕົວປະເທດນັ້ນຈະຕ້ອງຂໍກຳລັງເສີມຈາກປະເທດເພື່ອນບ້ານບໍ່ວ່າຈະເປັນປະເທດໂຄລົມເບຍ, ສະຫະລັດອາເມຣິກາ ແລະ ສະຫະພາບຢູໂຣບ ໃນການເສີມອາວຸດ ແລະ ກອງກຳລັງເພື່ອຕໍ່ຕ້ານກຸ່ມທີ່ກຳລັງເຕີບໃຫຍ່ຂຶ້ນ. ພ້ອມທັງຍັງບອກວ່າລັດຖະບານເອງຈະຕ້ອງໄດ້ຍຶດການຄວບຄຸມຂອງປະເທດກັບຄືນມາ ບໍ່ພຽງແຕ່ໃນຄຸກ ແຕ່ໃນທຸກພາກສ່ວນທີ່ກຸ່ມຄ້າຢາໄດ້ມີການວາງຮາກຖານລົງເລິກ ເຊິ່ງຕ້ອງໃຊ້ເວລາເກີນ 10 ປີກວ່າຈະຢຸດໄດ້ ເນື່ອງຈາກຈຳນວນຜູ້ໃຊ້ ແລະ ຜູ້ຂາຍຢາທີ່ເລີ່ມເພີ່ມຂຶ້ນນັບມື້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/