ບຣາຊິວ ຢຶດຫູສະຫຼາມຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ນໍ້າໜັກລວມເກືອບ 28 ໂຕນ ເລັ່ງອັດຕາການສູນພັນຂອງສະຫຼາມ 2 ສາຍພັນ


ວັນທີ 21 ມິຖຸນາ ສຳຂ່າວຕ່າງປະເທດ ລາຍງານວ່າ ສຳນັກງານປົກປ້ອງສິ່ງແວດລ້ອມ ບຣາຊິວ ຫຼື Ibama ໄດ້ຖະແຫຼງການ ຢຶດຫູສະຫຼາມ ຫຼື ຄີປາສະຫຼາມ ຄັ້ງໃຫຍ່ນໍ້າໜັກລວມ 27,6 ໂຕນ ຈາກບໍລິສັດແຫ່ງໜຶ່ງທີ່ຢູ່ທາງໃຕ້ ຂອງບຣາຊິວ ທີ່ກຽມສົ່ງອອກມາຕະຫຼາດອາຊີ ເຊິ່ງໃນຫູສະຫຼາມເກືອບ 28 ໂຕນ ນັ້ນເປັນຄີຂອງສະຫຼາມ 2 ສາຍພັນທີ່ໃກ້ສູນພັນ.

ເຊິ່ງຫູສະຫຼາມທັງໝົດເປັນຂອງ ສະຫຼາມປະມານ 11.000 ໂຕ ແບ່ງເປັນ 2 ​ສາຍພັນ ໄດ້ແກ່ ສະຫຼາມສີນໍ້າເງິນ ແລະ ສະຫຼາມມາໂກ ຄີສັ້ນ (shortfin mako) ເຊິ່ງທັງ 2 ​ສາຍພັນ ຖືກຈັດຢູ່ໃນບັນຊີສັດໃກ້ສູນພັນຂອງບຣາຊິວ ເມື່ອເດືອນ ພຶດສະພາ ທີ່ຜ່ານມາ. ຂະນະທີ່ກິດຈະການ ການລ່າສະຫຼາມ ເປັນການກະທຳທີ່ຜິດກົດໝາຍຂອງບຣາຊິວມາເປັນເວລາດົນແລ້ວ.

ລາຍງານຂອງ Ibama ລະບຸຕື່ມວ່າ ການເຂົ້າຢຶດຫູສະຫຼາມຄັ້ງນີ້ ອາດເປັນການຢຶດຫູສະຫຼາມຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ບຣາຊິວ ແລະ Ibama ກໍາລັງຮ່ວມມືສືບສວນກັບພາກສ່ວນອື່ນໆ ເພື່ອຂະຫຍາຍຜົນການຈັບກຸມຕໍ່ໄປ.

ຜູ້ແທນຈາກລັດຖະບານ 183 ປະເທດ ລົງມັດຕິຮ່ວມກັນ ເມື່ອເດືອນພະຈິກ ປີ 2022 ຮັບຮອງເອົາອະນຸສັນຍາວ່າດ້ວຍການຄ້າລະຫວ່າງປະເທດ ກ່ຽວກັບຊະນິດສັດປ່າ ແລະ ພືດປ່າທີ່ໃກ້ສູນພັນ ເພື່ອຍົກລະດັບການອະນຸລັກສະຫຼາມ 54 ສາຍພັນ.

ໂດຍ ການກິນ ຫູສະຫຼາມ ຫຼື ຄີ ສະຫຼາມ ເປັນອີກໜຶ່ງປັດໄຈທີ່ເລັ່ງໃຫ້ມີການລ່າສະຫຼາມຫຼາຍຂຶ້ນໃນທຸກມື້ ໂດຍຕະຫຼາດໃຫຍ່ທີ່ສຸດຂອງໂລກແມ່ນຢູ່ໃນທະວີບອາຊີຢ່າງຈີນ, ເຂດປົກຄອງພິເສດຮ່ອງກົງ, ມາເລເຊຍ ແລະ ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ຂອບໃຈຂໍ້ມູນຈາກ: BBC, wikipedia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/