ບຣາຊິວກຳລັງປ່ອຍຍຸງລ້ານໂຕ ເພື່ອຕໍ່ສູ້ກັບໄຂ້ເລືອດອອກ


ໃນປີ 2024 ຊາວບຣາຊິວປ່ວຍເປັນໄຂ້ເລືອດອອກຫຼາຍກວ່າ 1 ລ້ານຄົນແລ້ວ ນັກວິທະຍາສາດສັນນິດຖານວ່າ ປັດໄຈຫຼັກໆເກີດຈາກ ອາກາດໃນປະເທດທີ່ຊຸ່ມຂຶ້ນ ແລະ ອາກາດອົບອຸ່ນຂຶ້ນ ເຮັດໃຫ້ເກີດສະພາບແວດລ້ອມທີ່ເໝາະກັບການຈະເລີນເຕີບໂຕຂອງຍຸງ. ນັກວິທະຍາສາດເລີຍເກີດຄວາມຄິດວ່າ ໃຊ້ຍຸງກັບຍຸງຕໍ່ສູ້ກັນເອງ ເປັນເປົ້າໝາຍຂອງໂຄງການຍຸງໂລກ (The World Mosquito Program)

ໂຄງການນີ້ເລີ່ມຂຶ້ນໃນປິ 2014 ໂດຍມີຄວາມຄິດສ້າງຍຸງທີ່ມີແບັກທີເຣຍທີ່ຊື່ວ່າ ວໍບາເຊຍ (Wolbachia) ເຊິ່ງແບັກທີເຣຍຕົວນີ້ ຈະກະຕຸ້ນພູມຕ້ານທານຂອງຍຸງ ເຮັດໃຫ້ໄວຣັສໄຂ້ເລືອດອອກໃນຍຸງເຕີບໂຕໄດ້ຍາກຂຶ້ນ ຍຸງທີ່ເປັນວໍບາເຊຍ ຈະມີໂອກາດກາຍເປັນພາຫະໄຂ້ເລືອດອອກໜ້ອຍລົງຫຼາຍ.

The World Mosquito Program ໄດ້ເລີ່ມໂຄງການນີ້ໃນຫຼາຍພື້ນທີ່ ເຊິ່ງຄອບຄຸມປະຊາກອນຫຼາຍດວ່າ 3 ລ້ານຄົນໃນພື້ນທີ່ໃນປະເທດບຣາຊິວ ຍຸງເຫຼົ່ານີ້ຈະປະສົມພັນກັນຍຸງປ່າ ຈາກນັ້ນກໍຜະລິດໄຂ່ທີ່ຕິດເຊື້ອແບັກທີເຣຍອອກມາ ເມື່ອເວລາຜ່ານໄປວໍບາເຊຍກໍຈະແຜ່ກະຈາຍໄປທົ່ວ.

ໂຄງການທີ່ເລີ່ມໄປກ່ອນໃນປີ 2020 ໃນການປ່ອຍຍຸງວໍບາເຊຍ ເຮັດໃຫ້ມີຜູ້ປ່ວຍໄຂ້ເລືອດອອກຫຼຸດລົງເຖິງ 69% ໄຂ້ຊິຄຸນກຸນຍາລົດລົງ 56% ແລະ ໄຂ້ຊິກາລົດລົງ 37% ນັບວ່າຄັ້ງກ່ອນໜ້ານີ້ປະສົບຄວາມສຳເລັດຢ່າງສູງ ເຮັດໃຫ້ພວກເຂົາຈະປ່ອຍຍຸງອີກຄັ້ງໃນປີ 2024.

ທີມງານຈະປ່ອຍຍຸງໃນ 6 ເມືອງ ໂດຍປະເມີນວ່າຈະມີຍຸງປະມານ 1 ລ້ານໂຕ, ປັດຈຸບັນທາງໂຄງການສາມາດເພາະພັນຍຸງໄດ້ 1.5 ລ້ານໂຕ ແລະ ໄຂ່ອີກ 10 ລ້ານໜ່ວຍໃນແຕ່ລະອາທິດ.


ພວກເຂົາຄາດການໄວ້ວ່າ ພາຍໃນ 10 ປີ ຈະສາມາດຊ່ວຍປົກປ້ອງຊາວບຣາຊິວໄດ້ປະມານ 70 ລ້ານຄົນໃນເມືອງຕ່າງໆຈາກໄຂ້ເລືອດອອກ.

ທີ່ມາ: technologyreview

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/