ນ້ອງແມວໄດ້ກັບມາຫາເຈົ້າຂອງແລ້ວ! ຫຼັງຈາກທີ່ຫາຍຕົວໄປເປັນເວລາ 10 ປີ


“Forbes” ນ້ອງແມວໄດ້ຫາຍຕົວໄປທີ່ເມືອງອະເບີດິນ, ປະເທດສະກັອດແລນຕັ້ງແຕ່ປີ 2011 ແລະບໍ່ມີຮ່ອງຮອຍວ່າຈະພົບເຫັນເລີຍຈົນຮອດ 10 ປີ ກໍໄດ້ກັບມາຢູ່ກັບຄອບຄົວອີກຄັ້ງ.

ກຸ່ມປ້ອງກັນການທຳຮ້າຍສັດຂອງສະກັອດແລນ (SPCA) ໄດ້ຮັບລາຍງານວ່າມີຄົນພົບເຫັນແມວໂຕໜຶ່ງໃນເມືອງອະເບີດິນ. ພວກເຂົາໄດ້ຮີບໄປສະຖານທີ່ນັ້ນ ແລະ ພົບວ່າແມວໂຕນີ້ມີໄມໂຄຣຊິບຕິດໄວ້ ຈຶ່ງສາມາດບົ່ງບອກໄດ້ວ່ານັ້ນເປັນ Forbes ນ້ອງແມວທີ່ຫາຍໄປຕັ້ງແຕ່ປີ 2011 ແຖມຍັງຖືກພົບໃນຂອບເຂດ 3 ກິໂລແມັດຈາກຕຳແໜ່ງທີ່ຫາຍຕົວໄປ. ເມື່ອທາງຄອບຄົວເຈົ້າຂອງປັດຈຸບັນທີ່ຢູ່ເມືອງ Edinburgh ໄດ້ຮັບຮູ້ຂ່າວກໍຮີບມາຮັບເອົານ້ອງເມືອເຮືອນໄປທັນທີ.

ທັນທີທີ່ແມວຫາຍຕົວໄປ, ທາງເຈົ້າຂອງກໍໄດ້ຮີບປະກາດຕາມຫາ ພ້ອມປະກາດໃຫ້ຮາງວັນເປັນເວລາຫຼາຍເດືອນ ແຕ່ກໍບໍ່ພົບຮ່ອງຮອຍຈົນເກືອບຍອມໄປແລ້ວ. ພວກເຂົາບອກວ່ານ້ອງເປັນສັດທີ່ເປັນມິດ ແລະ ຍັງສະໜິດກັບພວກເຂົາໄດ້ຢ່າງດີ. Greg Stevenson, ເຈົ້າໜ້າທີ່ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ Forbes ກໍໄດ້ຢືນຢັນເຊັ່ນດຽວກັນ ແຕ່ກໍບໍ່ສາມາດບອກໄດ້ວ່າແມວໂຕນີ້ໄດ້ໄປສະຖານທີ່ໃດມາແດ່. ປັດຈຸບັນນ້ອງ Forbes ອາຍຸ 12 ປີໄດ້ກັບໄປຢູ່ເຮືອນທີ່ອົບອຸ່ນຄືນ ພ້ອມກັບມີນ້ອງໝາອີກສອງ ແລະ ນ້ອງແມວອີກສອງ.

ເມື່ອສັດໄດ້ຍ່າງເຂົ້າມາຢູ່ໃນການລ້ຽງດູຂອງພວກເຮົາແລ້ວ, ພວກເຂົາກໍໄດ້ກາຍເປັນສະມາຊິກໃນຄອບຄົວຂອງເຮົາເຊັ່ນກັນ. ດ້ວຍເຫດການນີ້, ທາງ SPCA ກໍໄດ້ຢາກສົ່ງເສີມໃຫ້ເຈົ້າຂອງສັດລ້ຽງຕິດໄມໂຄຣຊິບໄວ້ທີ່ສັດ ເພື່ອໃນຍາມເຫດການແບບນີ້ຈະໄດ້ມີຂໍ້ມູນ ແລະ ມີໂອກາດກັບຄືນມາໄດ້. 

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/