ຄົນລາວທີ່ມັກໃນການທ່ອງທ່ຽວມີຢູ່ແທ້, ຮັກ ແລະ ຫຼົງໃຫຼ ໃນການທ່ອງທ່ຽວເປັນຊີວິດຈິດໃຈ ທ່ຽວໄປແລ້ວເກືອບ 50 ປະເທດ. ນອກຈາກນີ້ ກໍຍັງມີການແນະນຳຕ່າງໆກ່ຽວກັບການທ່ອງທ່ຽວ ຫຼື ໃຫ້ຄວາມຮູ້ສຳລັບນັກທ່ອງທ່ຽວມືໃໝ່ທີ່ຈະໄປທ່ຽວຢູ່ໄກ ມີຊ່ອງທາງຕິດຕາມຫຼາຍຊ່ອງທາງດ້ວຍກັນ ເຮັດໃຫ້ຄົນເບິ່ງໄດ້ຄວາມຮູ້ອີກພ້ອມ. ມື້ນີ້ທາງເຮົາມີໂອກາດສຳພາດເລັກໜ້ອຍກ່ຽວກັບ “ຕຸ້ຍ” ສາວລາວມັກທ່ຽວຮອບໂລກ ຈະເປັນແນວໃດນັ້ນເຮົາມາຕິດຕາມໄປນຳກັນຈາກບົດຄວາມນີ້ໄດ້ເລີຍ.
1. ແນະນໍາຊື່ໃຫ້ແດ່?
ຊື່ ຕຸ້ຍ (ນິຕາວັນ ຂັນທະມີໄຊ)
2. ປົກກະຕິເປັນຄົນມັກທ່ອງທ່ຽວບໍ່?
ປົກກະຕິເປັນຄົນທີ່ມັກທ່ຽວຫຼາຍ ເລີ່ມຮູ້ວ່າຕົນເອງມັກທ່ຽວສຸດໆຕອນຈົບມະຫາວິທະຍາໄລແລ້ວ ໄປທ່ຽວທຸກປະເທດໃກ້ຄຽງ ແລະ ເລີ່ມໄປໄກຂຶ້ນ.
3. ຍ້ອນຫຍັງ ຈຶ່ງເຮັດເປັນລາຍການທ່ອງທ່ຽວ?
ເລີ່ມຕົ້ນແມ່ນມີໝູ່ຄົນຕ່າງປະເທດຫຼາຍຄົນບອກວ່າ ບໍ່ຄ່ອຍເຫັນຄົນລາວໄປທ່ຽວແບບເຮົາ (ທ່ຽວແບບປະຢັດ ນອນໂຮສເທວ) ໂດຍສະເພາະຜູ້ຍິງທີ່ໄປທ່ຽວຄົນດຽວ ພ້ອມແນະນຳໃຫ້ເຮັດວິດີໂອການທ່ອງທ່ຽວ ເວລາໄປທ່ຽວຕ່າງປະເທດໃຫ້ເຮັດຄອນເທັ້ນເປັນພາສາລາວ ເພື່ອໃຫ້ຄົນລາວເບິ່ງ ແລະ ຖ້າທ່ຽວໃນລາວໃຫ້ເຮັດເປັນພາສາອັງກິດ ເຮົາຈຶ່ງມາຄິດວ່າເອີມັນໜ້າສົນໃຈດີ ກໍເລີຍລອງເລີ່ມຕັ້ງເພຈໃນເຟສບຸກກ່ອນ ແລະ ກໍເປີດຢູທູບ ແລະ IG ຕາມມາ ເຫັນມີການຕອບຮັບດີ ຈຶ່ງເຮັດມາເລື້ອຍໆ (FB/YT/IG: Soratui).

4.ຈຸດປະສົງການຣີວິວທ່ອງທ່ຽວແມ່ນເພື່ອຫຍັງ?
ເພື່ອໃຫ້ຄົນອື່ນໄດ້ເຫັນນຳວ່າການໄປທ່ຽວແຕ່ລະບ່ອນເປັນແນວໃດ ການຫາຂໍ້ມູນໃນລາວບໍ່ຄ່ອຍມີຫຼາຍ ເຮົາຄິດວ່າເປັນການແບ່ງປັນຂໍ້ມູນໄປນຳ ແລະ ຫວັງວ່າມັນຈະຊ່ວຍສ້າງລາຍຮັບອີກທາງໄດ້ໃນອະນາຄົດ ເຊິ່ງປັດຈຸບັນມີພຽງ YouTube ທີ່ສາມາດສ້າງລາຍໄດ້.
5.ຜ່ານມາໄດ້ໄປທ່ຽວປະເທດໃດແດ່?
ໄປມາ 48 ປະເທດແລ້ວ ແລະ ມີຄວາມຝັນຢາກໄປທ່ຽວຮອບໂລກໃຫ້ໄດ້ໃນມື້ໜຶ່ງ, ປະເທດທີ່ໄປມີຄື:
- Laos
- Thailand
- Japan
- Korea
- Vietnam
- Malaysia
- Indonesia
- Hongkong
- Macau/China
- China
- Italy
- Vatican
- Austria
- Switzerland
- France
- Belgium
- Netherlands
- Singapore
- Myanmar
- Philippine
- USA
- Cambodia
- UK
- Spain
- Denmark
- Sweden
- Czech Republic
- Slovakia
- Hungary
- Slovenia
- Croatia
- Germany
- Finland
- Russia
- Estonia
- Latvia
- Lithuania
- Poland
- Australia
- India
- Pakistan
- Oman
- Turkey
- Greece
- Albania
- North Macedonia
- Kosovo
- Montenegro
- Bosnia
- Brunei

6.ປັດຈຸບັນເຮັດວຽກກ່ຽວກັບຫຍັງ?
ເຮັດວຽກເປັນຜູ້ຈັດການດ້ານການຄ້າ ຮັບຜິດຊອບການສົ່ງອອກເປັນຫຼັກ ໃຫ້ກັບບໍລິສັດເອກະຊົນຍີ່ປຸ່ນແຫ່ງໜຶ່ງ.
7.ຄິດວ່າການທ່ອງທ່ຽວມີປະໂຫຍດຫຍັງແກ່ຕົນເອງ ແລະ ທຸກຄົນທີ່ຕ້ອງການໄປທ່ຽວ?
ການທ່ອງທ່ຽວຂອງເຮົາສ່ວນໃຫຍ່ແມ່ນໄປທ່ຽວຄົນດຽວ ເຊິ່ງມັນຊ່ວຍໃຫ້ຕົນເອງພັດທະນາຂຶ້ນຫຼາຍດ້ານເຊັ່ນ: ດ້ານທັກສະແມ່ນຊ່ວຍໃຫ້ເຮົາຮູ້ຈັກການວາງແຜນ, ການຊອກຫາຂໍ້ມູນດ້ວຍຕົນເອງ, ການເພິ່ງພາຕົນເອງເປັນຫຼັກ. ໂດຍສະເພາະການທ່ອງທ່ຽວຊ່ວຍພັດທະນາດ້ານຄວາມຄິດຫຼາຍ ການເບິ່ງໂລກທີ່ກວ້າງຂຶ້ນ ເປີດຮັບສິ່ງທີ່ແຕກຕ່າງໄດ້ຫຼາຍຂຶ້ນ ເພາະຫຼາຍສິ່ງທີ່ໄດ້ເຫັນໄດ້ປະສົບມາ ເຮັດໃຫ້ເຂົ້າໃຈ ມັນບໍ່ໄດ້ຄືສີ່ງທີ່ເຮົາຮຽນ ຫຼື ຖືກບອກສອນມາແຕ່ນ້ອຍວ່າມັນຄວນເປັນແບບນັ້ນສະເໝີໄປ ມາທົບທວນເບິ່ງຕົນເອງທີ່ບໍ່ເຄີຍໄປທ່ຽວຕ່າງປະເທດ ກັບຕົນເອງໃນປັດຈຸບັນທີ່ໄດ້ມີໂອກາດໄປທ່ຽວ ແລະ ຮັບຫຼາຍຢ່າງເຂົ້າມາໃນຊີວິດ ມັນແຕກຕ່າງກັນຫຼາຍເລີຍ ຕ່າງແບບທີ່ດີກະໂດດຂັ້ນ ກ້າເປັນຕົນເອງທີ່ດີຂຶ້ນກວ່າເກົ່າ. ການທ່ອງທ່ຽວເຮັດໃຫ້ທຸກຄົນມີຄວາມສຸກ ຄິດວ່າທຸກຄົນກໍມັກໄປທ່ຽວໃນແບບທີ່ຕົນເອງມັກ ແຕ່ຢາກຝາກບອກວ່າລອງໄປທ່ຽວດ້ວຍຕົນເອງໄປຄົນດຽວຈັກຄັ້ງ ເພື່ອຮຽນຮູ້ຕົນເອງ ບາງເທື່ອໄປແລ້ວອາດຕິດໃຈກໍໄດ້ ເພາະມັນເປັນການເປີດໂອກາດໃຫ້ຕົນເອງ ແລະ ຄົນອື່ນມາຮູ້ຈັກເຮົາ.

ຂອບໃຈບົດສຳພາດຈາກ:
Soratui-ໄປໃສກະໄປ https://bit.ly/3VJVpBR
ສາມາດຕິດໄດ້ຕາມຊ່ອງທາງ: (Fecebook/YouTube/Instagram: Soratui)
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/