ປົກເວັບ 2026 10 01T084641 917

ນາທີລະທຶກ! ຜູ້ໂດຍສານພັງຫ້ອງນັກບິນກູ້ຊີວິດ 174 ຄົນ ຫຼັງນັກບິນແທງກັນຫວັງໃຫ້ຍົນຕົກ

ເກີດເຫດການຊ໊ອກໂລກເທິງຖ້ຽວບິນຂອງ flydubai ທີ່ບັນຈຸຜູ້ໂດຍສານ 174 ຊີວິດ ຫຼັງນັກບິນກໍ່ເຫດແທງເພື່ອນຮ່ວມງານ ແລະ ພະຍາຍາມບັງຄັບຍົນໃຫ້ຕົກ. ວິລະກຳຄວາມກ້າຫານຂອງຜູ້ໂດຍສານທີ່ທຸບປະຕູເຂົ້າໄປກູ້ສະຖານະການ ໄດ້ຊ່ວຍປ້ອງກັນໂສກນາດຕະກຳຄັ້ງໃຫຍ່ ກ່ອນຍົນລົງຈອດສຸກເສີນຢ່າງປອດໄພທີ່ຊາອຸດິອາຣັບເບຍ ເຊິ່ງທາງການອິດສະຣາແອນຕັ້ງຂໍ້ສັງເກດວ່າອາດເປັນການກໍ່ການຮ້າຍ. 

ຕາມການລາຍງານຂອງ ABC News, ເຫດການລະທຶກຂວັນນີ້ເກີດຂຶ້ນກັບຍົນ Boeing 737 ຖ້ຽວບິນ FZ1073 ທີ່ເດີນທາງອອກຈາກສະໜາມບິນດູໄບ ມຸ່ງໜ້າສູ່ເມືອງເທລອາວີບ (Tel Aviv). 

ຕາມການເປີດເຜີຍຂອງ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ລະບຸວ່າ ຍົນລຳດັ່ງກ່າວໄດ້ຕົກຢູ່ໃນສະຖານະການອັນຕະລາຍຮ້າຍແຮງ ຫຼັງຈາກນັກບິນຄົນໜຶ່ງໄດ້ໃຊ້ມີດແທງນັກບິນອີກຄົນໜຶ່ງ ແລ້ວພະຍາຍາມທຳລາຍລະບົບຄວບຄຸມເພື່ອໃຫ້ຍົນຕົກ ສົ່ງຜົນໃຫ້ຍົນດິ່ງລົງພື້ນດິນເຖິງ 4,000 ແມັດພາຍໃນເວລາບໍ່ຮອດ 30 ວິນາທີ ສ້າງຄວາມແຕກຕື່ນໃຫ້ກັບທຸກຄົນເທິງເຄື່ອງ.

ໃນວິນາທີແຫ່ງຄວາມເປັນຄວາມຕາຍນັ້ນ, ກຸ່ມຜູ້ໂດຍສານຮ່ວມກັບລູກເຮືອໄດ້ຕັດສິນໃຈພັງປະຕູຫ້ອງນັກບິນເຂົ້າໄປຂັດຂວາງຜູ້ກໍ່ເຫດ. 

ທ່ານ ຢານີບ ຮາຍູນ (Yaniv Hayoun) ໜຶ່ງໃນຜູ້ໂດຍສານທີ່ເຂົ້າຕໍ່ສູ້ກັບຜູ້ກໍ່ເຫດເລົ່າວ່າ ເມື່ອພວກເຂົາເຂົ້າໄປຮອດ ກໍພົບວ່ານັກບິນທີ່ຖືກແທງນອນຂວາງປະຕູຢູ່ ສ່ວນຜູ້ກໍ່ເຫດກຳລັງທຳລາຍແຜງຄວບຄຸມ ພວກເຂົາຈຶ່ງໄດ້ເຂົ້າຄວບຄຸມຕົວຜູ້ກໍ່ເຫດ ແລະ ພະຍາຍາມດຶງຄັນບັງຄັບຂຶ້ນຕາມທີ່ເຄີຍເຫັນໃນໂທລະພາບ ກ່ອນທີ່ລູກເຮືອຄົນອື່ນໆຈະເຂົ້າມາຮັບຊ່ວງຕໍ່. 

ຄວາມກ້າຫານນີ້ໄດ້ຮັບການຍົກຍ້ອງຢ່າງສູງຈາກຜູ້ນຳອິດສະຣາແອນທີ່ປຽບທຽບພວກເຂົາວ່າເປັນດັ່ງວິລະບຸລຸດທີ່ຊ່ວຍຊີວິດຄົນຈຳນວນຫຼາຍໄວ້ໄດ້.

ຫຼັງຈາກສາມາດຄວບຄຸມສະຖານະການໄດ້ແລ້ວ, ຍົນໄດ້ຂໍລົງຈອດສຸກເສີນທີ່ສະໜາມບິນທາບຸກ (Tabuk) ທາງຕາເວັນຕົກສຽງເໜືອຂອງປະເທດຊາອຸດິອາຣັບເບຍຢ່າງປອດໄພ. 

ເຈົ້າໜ້າທີ່ຊາອຸດິອາຣັບເບຍໄດ້ຈັບກຸມນັກບິນຜູ້ກໍ່ເຫດທັນທີ ຂະນະທີ່ນັກບິນຊາວອິນເດຍທີ່ຖືກແທງ ຄື ກັບຕັນ ສມິດ ມັດຈາ (Smit Machchhar) ໄດ້ຮັບການປິ່ນປົວຈົນຢູ່ໃນອາການປອດໄພແລ້ວ. 

ທາງດ້ານກະຊວງປ້ອງກັນປະເທດອິດສະຣາແອນ ໄດ້ປະເມີນວ່າເຫດການນີ້ອາດເປັນຄວາມພະຍາຍາມໃນການກໍ່ການຮ້າຍແບບຈີຮາດ ແລະ ໄດ້ຍົກລະດັບຄວາມປອດໄພດ້ານການບິນຢ່າງຮີບດ່ວນ. ເນື່ອງຈາກຊາອຸດິອາຣັບເບຍ ແລະ ອິດສະຣາແອນ ບໍ່ມີຄວາມສຳພັນທາງການທູດ ສາຍການບິນ flydubai ຈຶ່ງຕ້ອງສົ່ງຍົນລຳໃໝ່ສອງລຳໄປຮັບຜູ້ໂດຍສານທີ່ຕົກຄ້າງເພື່ອກັບຄືນສູ່ເທລອາວີບ.

#LaoX #Flydubai #FlightEmergency #AviationSafety #HeroicPassengers #BreakingNews #ຂ່າວຕ່າງປະເທດ

Comments are disabled