ນາຍົກຈີນປະກາດ ຄັດຄ້ານການແຍກເປັນເອກະລາດຂອງ ໄຕ້ຫວັນ ແລະ ພ້ອມຮ່ວມຊາດກັບ ໄຕ້ຫວັນ ຢ່າງ “ສັນຕິວິທີ”

ນາຍົກຈີນປະກາດ

ບັນຫາແບ່ງແຍກດິນແດນລະຫວ່າງ ຈີນ-ໄຕ້ຫວັນ ກໍຍັງເປັນບັນຫາຖົກຖຽງກັນ ແລະ ກາຍເປັນບັນຫາທີ່ສ້າງຄວາມເຄັ່ງຕຶງໃນພາກພື້ນຢູ່ເລື້ອຍໆ. ຫຼ້າສຸດ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ ໄດ້ປະກາດຢ່າງຊັດເຈນວ່າ ຈະຄັດຄ້ານການແຍກເປັນເອກະລາດຂອງ ໄຕ້ຫວັນ ແລະ ພ້ອມຮ່ວມຊາດກັບ ໄຕ້ຫວັນ ຢ່າງ “ສັນຕິວິທີ”.

ໂດຍ ຫຼີ ເຄີ້ສຽງ ລະບຸໃນການປະຊຸມສະພາປະຊາຊົນປະຈຳປີແຫ່ງຊາດຈີນ ເມື່ອວັນທີ 5 ມີນາ ທີ່ມີຜູ້ແທນປະຊາຊົນໃນນັ້ນປະມານ 3 ພັນຄົນ ເອົາໄວ້ວ່າ: “ລັດຖະບານຈະດຳເນີນຕາມນະໂຍບາຍຂອງພັກຂອງພວກເຮົາ ສຳລັບການແກ້ໄຂບັນຫາໃນໄຕ້ຫວັນ ແລະ ໃຊ້ບາດກ້າວຢ່າງໝັ້ນຄົງ ໃນການຄັດຄ້ານ ເອກະລາດຂອງໄຕ້ຫວັນ ແລະ ສົ່ງເສີມການຮ່ວມຊາດ ເຮົາຈະສົ່ງເສີມສະຖານະການສັນຕິພາບ ໃນຊ່ອງແຄບໄຕ້ຫວັນ ແລະ ເດີນໜ້າການຮ່ວມຊາດດ້ວຍສັນຕິວິທີແບບຂອງຈີນ”.

ນາຍົກຈີນປະກາດ

ຢ່າງໃດກໍຕາມ ໃນການປະຊຸມຄັ້ງດຽວກັນນັ້ນ ຄະນະກຳມະການ ກິດຈະການ ຈີນແຜ່ນດິນໃຫຍ່ ເຊິ່ງເປັນຜູ້ວາງນະໂຍບາຍ ຈີນ-ໄຕ້ຫວັນ ໄດ້ລະບຸຕໍ່ຈາກ ຫຼີເຄີ້ ສຽງວ່າ: “ປັກກິ່ງ (ຈີນແຜ່ນດິໃຫຍ່) ຄວນຍອມຮັບຄວາມເປັນຈິງທີ່ວ່າ 2 ຝ່າຍທີ່ຢູ່ໃນຊ່ອງແຄບໄຕ້ຫວັນ ບໍ່ໄດ້ຂຶ້ນຢູ່ກັບການບັງຄັບບັນຊາຂອງຝ່າຍໃດຝ່າຍໜຶ່ງ”.

ນາຍົກຈີນປະກາດ

“ຈີນຄວນເຄົາລົບໃນຄວາມປາຖະໜາຂອງປະຊາຊົນໄຕ້ຫວັນ ຕໍ່ແນວຄິດຢຶດໝັ້ນໃນອຳນາດອະທິປະໄຕ ປະຊາທິປະໄຕ ແລະ ເສລີພາບແຫ່ງສາທາລະນະລັດ ຈີນ”. ຄະນະກໍາມະການລະບຸອີກວ່າ: “ຈີນຄວນຈັດການກິດຈະກຳທີ່ຊ່ອງແຄບແຫ່ງນີ້ ໃນທາງປະຕິບັດທີ່ສົມເຫດສົມຜົນ, ເທົ່າທຽມ ແລະ ໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ເພື່ອກໍ່ສະພາບແວດລ້ອມຕ່າງໆ ແລະ ການມີປະຕິສຳພັນທີ່ເຂັ້ມແຂງ”.

ນາຍົກຈີນປະກາດ

ຈີນຢຶດໝັ້ນໃນຫຼັກການ ຈີນດຽວ ແລະ ຖືວ່າ ໄຕ້ຫວັນເປັນສ່ວນໜຶ່ງຂອງດິນແດນຕົນເອງມາຕະຫຼອດ ໂດຍໃນໄລຍະ 1 ປີທີ່ຜ່ານມາ ຈີນໄດ້ເພີ່ມກຳລັງທະຫານບໍລິເວນອ້ອມຮອບເກາະໄຕ້ຫວັນ ຂຶ້ນ ເພື່ອຕອບໂຕ້ ສິ່ງທີ່ຈີນຄິດວ່າ ເປັນການຮ່ວມມືລະຫວ່າງ ອາເມຣິກາ-ໄຕ້ຫວັນ ໃນການແບ່ງແຍກດິນແດນ. ໃນຂະນະທີ່ ໄຊ ອິງເຫວິນ ໄດ້ສະເໜີການເຈລະຈາໄປຫຼາຍເທື່ອ ແຕ່ຖືກປະຕິເສດ ເພາະທາງການຈີນເບິ່ງວ່າ ໄຊ ອິງເຫວິນ ເປັນພວກ ຝັກໄຝ່ ແລະ ສະໜັບສະໜູນການແບ່ງແຍກດິນແດນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/