ທັບນັກກິລາບານເຕະຄົນພິການຕາ ທີມຊາດລາວ ຄວ້າອັນດັບສອງ ໃນການແຂ່ງຂັນ ໄທແລນ ໂອເພັນ 2023 ຫຼື 2023 Asia&Pacific Invitational blind Football Tournament ທີ່ປະເທດໄທ ຫຼັງປະລາໄຊໃນການດວນຈຸດໂທດ ກັບທີມຊາດເຈົ້າພາບໄປ 2 ປະຕູຕໍ່ 3.
ໂດຍການແຂ່ງຂັນໃນນັດຊິງຊະນະເລີດ ເປັນການພົບກັນລະຫວ່າງທີມຊາດລາວ ພົບກັບ ເຈົ້າພາບ ທີມຊາດໄທ ທີ່ຖືໄດ້ວ່າເປັນທີມອັນດັບຕົ້ນໆຂອງໂລກ ໃນກິລາບານເຕະຄົນພິການຕາ. ແຕ່ທີມຊາດລາວ ກໍຍັງສາມາດສະເໝີໄດ້ຈົນຈົບເກມ ດ້ວຍສະກໍ 0 ປະຕູຕໍ່ 0 ໃນເວລາ 30 ນາທີ ກ່ອນທີ່ຈະມາເສຍທ່າ ໃນການດວນຈຸດໂທດ ໄປ 2 ປະຕູຕໍ່ 3.

ຜົນງານຂອງທັບນັກກິລາເຕະບານ ຄົນພິການຕາທີມຊາດລາວ ໃນຮອບຄັດເລືອກ ນັດທຳອິດ ທີມຊາດລາວ ຊະນະ ທີມຊາດອິນເດຍ 1-0 ປະຕູ, ນັດທີ 2 ທີມຊາດລາວ ຊະນະ ທີມຊາດຄາຊັກສະຖານ 2-0 ປະຕູ ແລະ ມາປະລາໄຊ ໃຫ້ກັບທີມຊາດໄທ ໃນນັດຊິງຊະນະເລີດ.

ຜົນການແຂ່ງໃນລາຍການນີ້ ສະຫຼຸບວ່າ ທີມຊາດໄທ ເຈົ້າພາບ ສາມາດຄວ້າແຊ້ມລາຍການນີ້ໄປຄອງ ສ່ວນທີມຊາດລາວ ໄດ້ພຽງອັນດັບທີ 2 ຂະນະທີ່ອັນດັບທີ 3 ເປັນຂອງທີມຊາດອິນເດຍ ແລະ ທີ 4 ແມ່ນທີມຊາດຄາຊັກສະຖານ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/