ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ອອກມາປຸກລະດົມໃຫ້ປູກຕົ້ນໄມ້ ເພື່ອໃຊ້ໃບໄມ້ເຊັດກົ້ນ ແທນເຈ້ຍອະນາໄມ ລົດຜ່ອນການຕັດຕົ້ນໄມ້


ການນຳໃຊ້ເຈ້ຍອະນາໄມ ໃນຫ້ອງນໍ້ານັ້ນຖືເປັນເລື່ອງທີ່ຈຳເປັນ ແລະ ຕ້ອງມີ ໃນຫ້ອງນໍ້າຂອງຫຼາຍໆປະເທດ ແຕ່ການນໍາໃຊ້ເຈ້ຍອະນາໄມໃນຫ້ອງນໍ້າ ກໍເປັນອີກໜຶ່ງປັດໄຈສຳຄັນທີ່ເຮັດໃຫ້ມີການຕັດຕົ້ນໄປ ຫຼາຍລ້ານຕົ້ນຕໍ່ປີ ເພື່ອນຳມາຜະລິດເປັນເຈ້ຍ ເຊິ່ງເປັນອີກໜຶ່ງປັດໄຈສຳຄັນໃນການກໍ່ໃຫ້ເກີດສະພາວະໂລກຮ້ອນໃນປັດຈຸບັນ.

ດ້ວຍເຫດນັ້ນເຮັດໃຫ້ ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ຊາວ ອາເມຣິກາ ຊື່ວ່າ ໂຣບິນ ກຣີນຟິວ ອອກມາປຸກລະດົມໃຫ້ຄົນເຮົາປູກຕົ້ນໄມ້ເອງ ແລ້ວນຳເອົາໃບໄມ້ນັ້ນມາໃຊ້ທົດແທນເຈ້ຍອະນາໄມໃນຫ້ອງນໍ້າ ຫຼື ເອີ້ນວ່າ Toilet Paper Plant ເພື່ອລົດຜ່ອນການຕັດຕົ້ນໄມ້.

ໂດຍ ກຣີນຟິວ ໄດ້ນຳສະເໜີປູກຕົ້ນ Plectranthus barbatus ຫຼື Blue Spur Flower ເຊິ່ງເປັນພືດຊະນິດໜຶ່ງ ໃນຕະກູນ ດຽວກັບ ຫອມລາບ ບ້ານເຮົາ ເຊິ່ງພືດດັ່ງກ່າວມີລັກສະນະໃບທີ່ໜາ ແລະ ນຸ້ມກວ່າເຈ້ຍອະນາໄມທົ່ວໆໄປ ບໍ່ຂາດງ່າຍ ແຖມຍັງມີກິ່ນຫອມ ແລະ ດ້ວຍໃບທີ່ມີຂົນສັ້ນໆຂອງມັນຍັງສາມາດກັກເກັບຄວາມຊຸ່ມໄດ້ ເທົ່າກັບວ່າເປັນ ເຈ້ຍຊຳລະແບບ ປຽກ ຈາກທຳມະຊາດນັ້ນເອງ. ທີ່ສຳຄັນແມ່ນປູກງ່າຍ ໃນຊະນິດທີ່ວ່າສາມາດໃສ່ໃນໂຖທີ່ຕັ້ງໄວ້ທາງຂ້າງກັບໂຖສຸຂາໄດ້ເລີຍ ແລະ ໃຊ້ແລ້ວສາມາດຖິ້ມລົງ ໂຖສຸຂາໄດ້ເລີຍເພາະສາມາດຍ່ອຍສະຫຼາຍໄດ້ແນ່ນອນ.

ກຣີນຟິວ ເປີດເຜີຍວ່າ: “ທຸກຄົນສາມາດເຂົ້າໄປຊື້ ເຈ້ຍອະນາໄມ ໄດ້ແບບສະດວກໆ ແລະໃຊ້ໃນຊີວິດປະຈຳວັນ ແຕ່ພວກເຂົາບໍ່ໄດ້ຄິດເຖິງມັນແທ້ໆ ເລີຍວ່າ ເຈ້ຍເຫຼົ່ານີ້ເຮັດມາຈາກຫຍັງ ແລະ ຂະບວນການເຮັດນັ້ນຕ້ອງໃຊ້ຫຍັງແດ່ ແລະມັນກະທົບຫຍັງກັບໂລກແດ່”

     ເຊິ່ງ ກຣີນຟິວ ໄດ້ຈັດບູ໊ດຂຶ້ນທົ່ວລັດ ຟໍລິດ້າ ສະຫະລັດ ອາເມຣິກາ ເປັນເວລາດົນກວ່າ 2 ອາທິດ ເພື່ອໃຫ້ຄົນທີ່ຍ່າງກາຍໄປກາຍມາໄດ້ເຫັນພາບຂອງການໃຊ້ງານ TP (Toilet Paper Plant) ໂດຍການນໍາມັນໄປວາງຢູ່ທາງຂ້າງກັບ ໂຖສຸຂາ ພ້ອມຈໍາລອງການໃຊ້ງານໂດຍການເດັດໃບມັນອອກມາຄ້າຍຄືກັບເຮົາດຶງເຈ້ຍອະນາໄມ້ ອອກຈາກມ້ວນນັ້ນເອງ.

ກຣີນຟິວ ຍັງໄດ້ລະບຸອີກວ່າ ໃບຂອງມັນສາມາດເກັບໄວ້ໄດ້ເຖິງ 3 ອາທິດ ໂດຍຍັງຄົງຄວານຸ້ມຢູ່ ແຖມລາວຍັງແນະນຳສຳລັບຄົນທີ່ມັກຮັກໃນການເຂົ້າປ່າ ຕັ້ງແຄ້ມ  ເພາະມັນສາມາດເກັບໄວ້ໃນກະເປົາໄດ້ດົນເຖິງ 1 ອາທິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/