ນັກວິເຄາະ crypto ເຕືອນ! Bitcoin ກຳລັງຢູ່ໃນ “ເຂດອັນຕະລາຍ” ແລະ ລາຄາຂອງຫຼຽນອາດຈະຫຼຸດລົງໄປຕື່ມອີກ


ນັກວິເຄາະ crypto ທີ່ິມີຜູ້ຖືກຕິດຕາມຢ່າງກວ້າງຂວາງໄດ້ອອກມາເຕືອນວ່າ Bitcoin (BTC) ອາດຈະມີການປັບຖານຕື່ມອີກກ່ອນທີ່ຈະເຖິງເຫດການ Halving ໃນເດືອນໜ້າ, ເມື່ອຮາງວັນຂອງຜູ້ຂຸດ BTC ຫຼຸດລົງເຄິ່ງໜຶ່ງ.

ນັກວິເຄາະ crypto, ນາມແຝງ Rekt Capital, ບອກຜູ້ຕິດຕາມກວ່າ 433,000 ຄົນໃນແພລັດຟອມ X ຜ່ານບັນຊີສ່ວນຕົວຂອງເຂົາວ່າ Bitcoin ໄດ້ເຂົ້າໄປໃນ “ເຂດອັນຕະລາຍ” ໂດຍມີຄວາມເປັນໄປໄດ້ທີ່ Bitcoin ຈະປັບຖານເຖິງ 20%-40%.

“ເປັນເວລາສອງມື້ແລ້ວທີ່ Bitcoin ເຂົ້າສູ່ເຂດອັນຕະລາຍ (ແຖບສີສົ້ມ), ເຊິ່ງນີ້ຊີ້ໃຫ້ເຫັນເຖິງການຊ້ຳຮອຍກ່ອນເກີດການ Halving. ໂດຍໃນອະດີດ, Bitcoin ໄດ້ມີການປັບຖານກ່ອນເກີດການ Halving ປະມານ 14-28 ມື້ ແລະໃນປັດຈຸບັນ Bitcoin ມີເວລາເຫຼືອອີກ 26 ວັນກ່ອນທີ່ຈະເກີດເຫດການ Halving ແລະ ມີການຫຼຸດລົງເກືອບ 18% ນັບຕັ້ງແຕ່ອາທິດທີ່ຜ່ານມາ. ແຕ່ສິ່ງທີ່ຊັດເຈນຄື Bitcoin ໄດ້ກ້າວເຂົ້າສູ່ເຂດອັນຕະລາຍແລະ ອາດຈະຫຼຸດລົງຫຼາຍກວ່ານີ້ອີກ”

Rekt Capital ກ່າວຕື່ມວ່າ ຮູບແບບລາຄາຂອງ Bitcoin ແມ່ນຄ້າຍຄືກັນກັບຮອບວຽນໃນປີ 2016, ເຊິ່ງສາມາດຊີ້ໃຫ້ເຫັນເຖິງການດິ່ງລົງເລິກກ່ອນທີ່ຈະຮອດເຫດການ Halving.

“ໃນປີ 2016, Bitcoin ໄດ້ເກີດເຫດການຊ້ຳຮອຍກ່ອນການ Halving ປະມານ 28 ມື້. ແລະໃນປີ 2024, Bitcoin ກໍໄດ້ເກີດການຊ້ຳຮ້ອຍກ່ອນການ Halving ປະມານ 32. ແຕ່ສິ່ງທີ່ໜ້າສົນໃຈກໍຄືວ່າໃນເວລາທີ່ Bitcoin ເກີດການຊ້ຳຮອຍກ່ອນທີ່ຈະເກີດເຫດການ Halving ໃນປີ 2016, ກຣາຟຂອງລາຄາໄດ້ສ້າງໄສ້ wick bearish ຍາວກ່ອນທີ່ຈະປີ້ນກັບຕົວຂຶ້ນ.

ເມື່ອບໍ່ດົນມານີ້, Bitcoin ໄດ້ສ້າງໄສ້ wick ທີ່ຍາວໃນໄລຍະກ່ອນເກີດການ halving. Bitcoin ຈະຕ້ອງຮັກສາຈຸດສູງສຸດໃນປັດຈຸບັນຂອງຕົນເພື່ອສືບຕໍ່ ເພື່ອຫຼີກເວັ້ນຊະຕາກໍາຄືກັບປີ 2016, ເຊິ່ງປະຕິກິລິຍາທີ່ຈະເກີດຂຶ້ນໃນເບື້ອງຕົ້ນນັ້ນແມ່ນຮຸນແຮງແຕ່ຢູ່ບໍ່ດົນ”

ຢ່າງໃດກໍຕາມ, Rekt Capital ເວົ້າວ່າ Bitcoin ຍັງຕ້ອງໄດ້ໃຊ້ເວລາອີກດົນກວ່າຈະໄປເຖິງຈຸດສູງສຸດໃນແຕ່ລະຮອບ, ເຊິ່ງນີ້ອາດຈະສາມາດຊຸກຍູ້ໃຫ້ຕະຫຼາດ bull ໃນປັດຈຸບັນໄປຈົນເຖິງເດືອນທັນວາ 2024 ຫຼື ກາງເດືອນກຸມພາ 2025.

“ໃນອະດີດ, ຈໍານວນມື້ທີ່ Bitcoin ໃຊ້ໃນການກັບໄປທີ່ລະດັບສູງສຸດນັ້ນແມ່ນຢູ່ທີ່ປະມານ 14 – 35 ມື້.

ຖ້າພວກເຮົາບວກ 14-35 ມື້ເຂົ້າກັບຈຸດສູງສຸດຂອງຕະຫຼາດ bull ໃນເບື້ອງຕົ້ນເລີ່ມທີ່ 266-315 ມື້ນັ້ນຈະເຮັດໃຫ້ຈໍານວນທັງໝົດເປັນ 280-350 ມື້. ສີ່ງນີ້ສາມາດຊຸກຍູ້ຕະຫຼາດ bull ຂອງ Bitcoin ຈົນໄປເຖິງກາງເດືອນທັນວາ 2024 ຫຼື ກາງເດືອນກຸມພາ 2025”

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍໃນລາຄາທີ່ 64,395 ໂດລາ, ເຊິ່ງຫຼຸດລົງຫຼາຍກວ່າ 2.86% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap.

ທີ່ມາ:

dailyhodl

rektcapital

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/