ນັກຂຸດສະຫະລັດເທຂາຍເຄື່ອງຂຸດເກົ່າ ອົບພະຍົບໄປສູ່ດິນແດນທີ່ມີຄ່າໄຟຟ້າຖືກ


Bitcoin Halving ແມ່ນໜຶ່ງໃນເຫດການທີ່ສໍາຄັນທີ່ສຸດສໍາລັບໂລກ crypto ໃນປີ 2024, ເຊິ່ງເຫຼືອເວລາອີກບໍ່ຮອດເດືອນແລ້ວ ແລະ ນັກຂຸດເອງກໍເບິ່ງຄືວ່າໄດ້ກຽມພ້ອມຢ່າງເຕັມທີ່ສໍາລັບເຫດການທີ່ກຳລັງຈະເກີດຂຶ້ນ. ໂດຍເຫດການດັ່ງກ່າວ ຈະເຮັດໃຫ້ນັກຂຸດ Bitcoin ໄດ້ຮັບຮາງວັນຈາກການຂຸດຫຼຸດລົງເຄິ່ງໜຶ່ງ.

ໃນປັດຈຸບັນ, ນັກຂຸດຫຼຽນຈະໄດ້ຮັບຮາງວັນຈາກຂຸດ 6.25 BTC, ແຕ່ຫຼັງຈາກເຫດການ Bitcoin Halving ນີ້ເຮັດໃຫ້ນັກຂຸດໄດ້ຮັບຮາງວັນຫຼຸດລົງເຫຼືອພຽງແຕ່ 3.125 BTC. ສິ່ງນີ້ໄດ້ເຮັດໃຫ້ນັກຂຸດໃນສະຫະລັດເລີ່ມທີ່ຈະຍົກລະດັບອຸປະກອນການຂຸດຂອງພວກເຂົາໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອຮັບປະກັນວ່າພວກເຂົາສາມາດໄດ້ຮັບກໍາໄລຈາກການຂຸດຫຼຽນໃນຄັ້ງນີ້.

ສຳນັກຂ່າວຕ່າງປະເທດກ່າວວ່າ ອີງຕາມບົດລາຍງານຂອງ Luxor Technology ເຊິ່ງເປັນບໍລິສັດຜູ້ໃຫ້ບໍລິການຂຸດຄົ້ນ Crypto ໄດ້ລະບຸວ່າ ເຄື່ອງຂຸດຮຸ່ນ S19 ປະມານ600,000 ເຄື່ອງໄດ້ຖືກຍ້າຍຈາກສະຫະລັດໄປປະເທດໃນອາຟຣິກາ ແລະ ອາເມຣິກາໃຕ້.

ເນື່ອງຈາກເຄື່ອງຂຸດຮຸ່ນ S19 ຖືເປັນເຄື່ອງຂຸດ Bitcoin ຮຸ້ນເກົ່າທີ່ອາດຈະບໍ່ກຸ້ມຄ່າໃນການນໍາໃຊ້ໃນປະເທດເຊັ່ນ ສະຫະລັດທີ່ລາຄາໄຟຟ້າແພງ. ເເລະນີ້ຄືເຫດຜົນທີ່ວ່າເປັນຫຍັງນັກຂຸດຈຶ່ງຈຳເປັນຕ້ອງຍົກລະດັບເຄື່ອງຂຸດເພື່ອໃຫ້ການຂຸດກຸ້ມຄ່າຫຼາຍຂຶ້ນ.

ໃນລາຍງານຍັງໄດ້ລະບຸອີກວ່າ ເຖິງແມ່ນວ່າເຄື່ອງຂຸດເຫຼົ່ານີ້ຈະບໍ່ກຸ້ມຄ່າທີ່ຈະນຳໃຊ້ໃນສະຫະລັດ, ແຕ່ມັນຍັງຄຸ້ມຄ່າໃນການໃຊ້ງານບາງປະເທດໃນແຖບອາ​ຟຣິກາ. ໃນຂະນະດຽວກັນນັກຂຸດບາງຄົນກໍເລືອກທີ່ຈະຂາຍເຄື່ອງຂຸດເກົ່າຂອງຕົນເອງໃຫ້ກັບນັກຂຸດໃນປະເທດຕ່າງໆທີ່ມີຕົ້ນທຶນໃນຄ່າໃຊ້ຈ່າຍພະລັງງານທີ່ຕໍ່າ. ໂດຍຜູ້ຊື້ສ່ວນໃຫຍ່ແມ່ນຢູ່ໃນ Paraguay, Uruguay, Tanzania ແລະ ໂດຍສະເພາະແມ່ນ Ethiopia.

ປະເທດ Ethiopia ຕັ້ງຢູ່ໃນບໍລິເວນຂອບຂອງອາຟຣິກາ ກໍາລັງສ້າງຊື່ສຽງສໍາລັບການຂຸດ crypto ແລະ Bitcoin, ໂດຍສ່ວນໃຫຍ່ເຄື່ອງຂຸດຮຸ່ນເກົ່າຂອງສະຫະລັດແມ່ນຖືກຍ້າຍມາປະເທດນີ້.

ເນື່ອງຈາກວ່າປະເທດ Ethiopia ມີຄ່າໃຊ້ຈ່າຍພະລັງງານທີ່ຕໍ່າ ເຊິ່ງເປັນປັດໄຈຫຼັກທີ່ເຮັດໃຫ້ປະເທດເປັນນິຍົມໝາຍຕາຂອງນັກຂຸດ, ໂດຍໃນລາຍງານລະບຸ່ວ່າ ຄ່າໃຊ້ຈ່າຍໄຟຟ້າ ຢູ່ທີ່ນີ້ແມ່ນປະມານ 3 ເຊັນຕໍ່ kWh, ໃນຂະນະທີ່ຢູ່ໃນສະຫະລັດແມ່ນປະມານ 3-6 ເຊັນຕໍ່ kWh.

ໃນຕົ້ນເດືອນທີ່ຜ່ານມາ, ໄດ້ມີລາຍງານເປີດເຜີຍວ່າບໍລິສັດຂຸດຄົ້ນ crypto ຂອງຈີນກໍາລັງເພີ່ມຄວາມສາມາດໃນການຂຸດຄົ້ນຢູ່ໃນ Ethiopia. ເຊິ່ງຄ່າໃຊ້ຈ່າຍພະລັງງານທີ່ຕໍ່າຂອງ Ethiopian ມີບົດບາດສໍາຄັນໃນການເຄື່ອນໄຫວຂອງບໍລິສັດ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 66,753 ໂດລາ, ເຊິ່ງເພິ່ມຂຶ້ນ 3.73% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

bitcoinist

WuBlockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/