ນະຄອນຫຼວງວຽງຈັນ! ກຽມຄວາມພ້ອມ 100% ແລ້ວ ທີ່ຈະເປີດຮັບນັກທ່ອງທ່ຽວແບບທົດລອງ


ນະຄອນຫຼວງວຽງຈັນ ມີການກະກຽມຄວາມພ້ອມ 100% ທີ່ຈະເປີດຮັບນັກທ່ອງທ່ຽວແບບທົດລອງ ຈາກ ສ. ເກົາຫຼີ ທີ່ຈະເຂົ້າມາທ່ຽວລາວ ໂດຍຈະສຸມໃສ່ກິດຈະກຳຕີກັອບ ແລະ ການທ່ອງທ່ຽວສີຂຽວເປັນຫຼັກ. ແຕ່ກໍຍັງມີການລໍຖ້າໃຫ້ລັດຖະບານພິຈາລະນາຢູ່.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ປັດຈຸບັນປະເທດເຮົາ ປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ການດຳລົງຊີວິດ, ເສດຖະກິດຂອງປະເທດຕ້ອງດຳເນີນໄປປົກກະຕິ.

ດັ່ງນັ້ນ, ເພື່ອເປັນການປະຕິບັດແຜນວາລະແຫ່ງຊາດກ່ຽວກັບວຽກງານໂຄສະນາເຜີຍແຜ່, ນະໂຍບາຍຂອງພັກ, ນິຕິກຳຂອງລັດ,​ ພະແນກຖະແຫຼງຂ່າວ ກໍໄດ້ກະກຽມແຜນຟື້ນຟູແຫຼ່ງທ່ອງທ່ຽວ ແລະ ຕ້ອນຮັບນັກທ່ອງທ່ຽວ ໂດຍໄດ້ກຳນົດໄວ້ 2 ແຜນວຽກງານຄື:

1. ການທົດລອງນຳເຂົ້ານັກທ່ອງທ່ຽວຕີກັອບຈາກ ສ.ເກົາຫຼີ ໃນໄລຍະ 2 ເດືອນທົດລອງງທຳອິດ, ກຳນົດນັກທ່ອງທ່ຽວເປັນຮອບ ຮອບລະ 100 ຄົນ ໃນ 4 ກິດຈະກຳຫຼັກໆເຊັ່ນ: ກຽມຄວາມພ້ອມແຫຼ່ງທ່ອງທ່ຽວ, ກຽມໂຮງແຮມ 1 ຫຼັງ, ຮ້ານອາຫານ 2 ຮ້ານ, ກຳນົດລາຍການທ່ອງທ່ຽວ 7 ວັນ 9 ຄືນ.

2. ກະກຽມເປີດການທ່ອງທ່ຽວລາວສີຂຽວ ທີ່ໄດ້ກຳນົດເອົາໄວ້ 3 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຫຼວງພະບາງ. ເຊິ່ງຈະມີການທົດລອງຢູ່ 3 ໄລຍະເຊັ່ນດຽວກັນ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນໄປ.

ຕໍ່ກັບໜ້າວຽກ ຖືວ່າບັນດາຈັດຕັ້ງປະຕິບັດ ນະໂຍບາຍຕ່າງໆ ເປັນຕົ້ນການນຳໃຊ້ຍົນຮັບເໝົາ, ການເດີນທາງ, ວີຊ້າ, ທາງກະຊວງຖະແຫຼ່ງຂ່າວວັດທະນະທຳ ໄດ້ເປັນເຈົ້າການ ໃນການສົມທົບກັບກົມທີ່ກ່ຽວຂ້ອງ ເພື່ອນຳສະເໜີທາງພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ຕ່າງໆ ເພື່ອສະເໜີໃຫ້ລັດຖະບານ ເປັນຜູ້ພິຈາລະນາ ໃນການອະນຸຍາດກິດຈະກຳການທ່ອງທ່ຽວຕ່າງໆ ເຊິ່ງມາຮອດປັດຈຸບັນແມ່ນຢູ່ໃນຂັ້ນຕອນພິຈາລະນາ ຄາດຄະເນວ່າຖ້າບໍ່ມີສະຖານະການ ທີ່ບໍ່ມີການລະບາດຂຶ້ນມາອີກ ເພິ່ນກໍອາດຈະອະນຸຍາດໃຫ້ເຮັດແບບທົດລອງໃນກິດຈະກຳດັ່ງກ່າວ. ນອກຈາກ ຈະກຽມພ້ອມໃນດ້ານຕ່າງໆແລ້ວ ຍັງໄດ້ມີການຝຶກອົບຮົມບຸກຄະລາກອນ ໃຫ້ມີຄວາມພ້ອມທຸກດ້ານ ແລະ ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາໃນໄວໆນີ້ ເປັນຕົ້ນແມ່ນສະຖານທີ່ຕີກັອບ, ທີ່ພັກ ແລະ ຮ້ານອາຫານ ທີ່ມີຄວາມພ້ອມຮ້ອຍເປີເຊັນ ທັງໝົດຍັງເປັນແຜນເພື່ອກະກຽມຄວາມພ້ອມໄວ້, ສ່ວນການຈັກຕັ້ງປະຕິບັດແມ່ນກຳລັງລໍຖ້າລັດຖະບານພິຈາລະນາ.

ຂອບໃຈຂໍ້ມູນຈາກ: https://fb.watch/9PO1prPn-n/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/