ທ່ານ ພັນຄຳ ວິພາວັນ ນຳພາຫຼາຍພາກສ່ວນຕິດຕາມການກໍ່ສ້າງພຣະທາດ ທີ່ແຂວງຈຳປາສັກ


ວັນທີ 23 ມີນາ 2023 ຜ່ານມາ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມ ສະຫງົບ ໄດ້ລົງຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສີດອນໄຊ, ເມືອງສຸຂຸມາ, ແຂວງຈໍາປາສັກ. ໂດຍການຕ້ອນຮັບ ແລະ ຮ່ວມຕິດຕາມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ມີພະແນກການ-ກົມກອງອ້ອມຂ້າງ ຕະຫຼອດຮອດ ພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ໃຫ້ການຕ້ອນຮັບ.

ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈໍາປາສັກ ໃນນາມຕາງໜ້າຄະນະຊີ້ນຳດ້ານເຕັກນິກຂັ້ນແຂວງ ຂອງໂຄງການດັ່ງກ່າວ ໄດ້ລາຍງານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ, ໂດຍໂຄງການນີ້ ແມ່ນມີທີ່ຕັ້ງຢູ່ບ້ານຄຸ້ມໃຫຍ່ (ດອນໄຊ), ເມືອງສຸຂຸມາ, ແຂວງຈຳປາສັກ, ເຊິ່ງຢູ່ກາງດອນແມ່ນໍ້າຂອງ ຫ່າງຈາກເທສະບານແຂວງຈຳປາສັກ ລົງໄປທາງທິດໃຕ້ 80 ກິໂລແມັດ ແລະ ຫ່າງຈາກເທສະບານເມືອງສຸຂຸມາ ໄປທາງທິດຕາເວັນອອກສຽງໃຕ້ 17 ກິໂລແມັດ, ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຮ່ວງເງິນລະດົມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍແມ່ນຫ້ອງວ່າການແຂວງຈຳປາສັກ ເປັນເຈົ້າຂອງໂຄງການ, ພະແນກ (ຍທຂ) ແຂວງ ເປັນຜູ້ຕິດຕາມດ້ານເຕັກນິກ ແລະ ຮັບເໝົາໂດຍບໍລິສັດທະວີຊັບກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ໄດ້ເຊັນສັນຍາໃນວັນທີ 25 ຕຸລາ 2022 ໄລຍະເວລາ ການກໍ່ສ້າງ 1 ປີ, ລວມມູນຄ່າກໍ່ສ້າງທັງໝົດ 6,5 ຕື້ກວ່າກີບ. ປະກອບດ້ວຍ 2 ໜ້າວຽກຫຼັກ ຄື ການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສີດອນໄຊ, ກວ້າງ 30×30 ແມັດ, ສູງ 33 ແມັດ, ມີ 5 ຊັ້ນ ແລະ ອ້ອມຮອບດ້ວຍກົມມະລຽນ ຂະໜາດກ້ວາງ 61×61 ແມັດ, ຮູບຊົງລາວ ແລະ ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່ (ດອນໄຊ) ຫາ ພຣະທາດ, ການຈັດຕັ້ງປະຕິບັດໂຄງການມີ 2 ໄລຍະ, ສຳລັບ ຄວາມຄືບໜ້າໂດຍລວມຂອງໂຄງການ ແມ່ນປະຕິບັດໄດ້ 48,7%, ການຈັດຕັ້ງປະຕິບັດ ໄດ້ສຳເລັດ ວຽກການກໍ່ສ້າງພຣະທາດເກດແກ້ວ, ໂຄງສ້າງຕົວຂອງພຣະທາດ, ຕໍ່ເຕີມໂຄງສ້າງຖານ ແລະ ສຳເລັດ ການກໍ່ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່, ດອນໄຊ ຫາ ພຣະທາດ ຍາວ 1.500 ແມັດ, ກວ້າງ 5 ແມັດ; ສ່ວນວຽກທີ່ຕ້ອງສືບຕໍ່ຍັງມີ ການກໍ່ສ້າງກໍາແພງ, ປະຕູໂຂງ ປະຕິບັດໄດ້ 70-80% ແລະ ເດີ່ນດ້ານໃນພຣະທາດ ແມ່ນໄດ້ສໍາເລັດການຖົມດິນປັບລະດັບເດີ່ນ ແລະ ກະກຽມເທເບຕົງ.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດເຫັນວ່າມີຄວາມຄືບໜ້າຫຼາຍສົມຄວນ ເຊິ່ງໂຄງການນີ້ເປັນການ ສົມທົບ ແຫຼ່ງທຶນໃນການພັດທະນາເສດຖະກິດ ຈາກຜູ້ປະກອບການ ພາກທຸລະກິດຫຼາຍພາກສ່ວນ ເພື່ອສ້າງປະຫວັດສາດອັນໃໝ່, ປະກອບສ່ວນສ້າງ ມໍລະດົກອັນສັກສິດ ໃຫ້ຄົນຮຸ່ນຫຼັງ ໄດ້ສັກກາລະບູຊາ, ພ້ອມນັ້ນ ທ່ານອາດີດນາຍົກລັດຖະມົນຕີ ຍັງໄດ້ສະເໜີມອບ ໃຫ້ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານເຈົ້າແຂວງຈຳປາສັກ ເປັນຜູ້ສືບຕໍ່ຊີ້ນຳໂຄງການ ແລະ ພະແນກການກ່ຽວຂ້ອງ ຕ້ອງສືບຕໍ່ດຳເນີນການຈັດຕັ້ງປະຕິບັດວຽກງານພາກສະໜາມ, ໂດຍສະເພາະ 5 ວຽກໃຫຍ່ ຂອງໂຄງການດັ່ງກ່າວ ເພື່ອໃຫ້ ສຳເລັດຕາມແຜນທີ່ກຳນົດໄວ້.

ຂອບໃຈຂໍ້ມູນຈາກ:

https://bit.ly/3FPiYUK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/