ທ່ານ ນ.ພອນທິບ ແສງມະນີ ເປັນແມ່ຍິງຄົນທຳອິດໃນວົງການບານເຕະ ອາຊຽນ ທີ່ໄດ້ເປັນໜຶ່ງໃນຄະນະຄູເຝິກ ບານເຕະທີມຊາດຊາຍ


ຮູ້ບໍ່ວ່າ ທ່ານ ນ. ພອນທິບ ແສງມະນີ ຄູເຝິກກິລາບານເຕະສັນຊາດລາວ ເປັນແມ່ຍິງຄົນທຳອິດ ໃນປະຫວັດສາດວົງການບານເຕະ ອາຊຽນ ທີ່ໄດ້ເປັນໜຶ່ງໃນຄະນະຄູເຝິກ ນຳທັບນັກກິລາບານເຕະຊາຍ ລະດັບທີມຊາດ ເຂົ້າຮ່ວມການແຂ່ງຂັນລະດັບ ພາກພື້ນ.

ໂດຍໃນການແຂ່ງຂັນບານເຕະ  ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ  ຫຼື AFC U17 ຮອບສຸດທ້າຍ ທີ່ປະເທດໄທ ນັບເປັນຄັ້ງທຳອິດ ທີ່ທີມບານເຕະຊາຍ ມີຄະນະຄູເຝິກເປັນຜູ້ຍິງ. ໂດຍທ່ານ ນ. ພອນທິບ ແສງມະນີ ໄດ້ເປັນໜຶ່ງໃນຄະນະຄູເຝິກ ພາຍໃຕ້ການເປັນຫົວໜ້າຄູເຝິກຂອງ ທ່ານ ກັນລະຍາ ສີສົມຫວັງ ນຳທັບນັກກິລາເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ.

ເຊິ່ງທ່ານ ນ. ພອນທິບ ແສງມະນີ ເຄີຍໄດ້ຮັບໃບຜ່ານການເຝິກອົບຮົມຫຼັກສູດຄູເຝິກ ພາກພື້ນອາຊີລະດັບ A ຫຼື AFC ‘A’ Coaching Certificate Course ມາແລ້ວ ເມື່ອປີ 2018 ແລະ ຜົນງານທີ່ຜ່ານມາ ກໍເຄີຍເປັນຫົວໜ້າຄູເຝິກຂອງຂອງນັກກິລາບານເຕະທີມຊາດຍິງ ຊຸດອາຍຸບໍ່ເກີນ 15 ແລະ 16 ປີ.

ແຕ່ຢ່າງໃດກໍຕາມຜົນງານກັບການເປັນໜຶ່ງໃນຄະນະ ຄູເຝິກນັກເຕະ U17 ຊຸດລຸຍ AFC U17 ຮອບສຸດທ້າຍ ນີ້ ຍັງບໍ່ສາມາເວົ້າໄດ້ວ່າມີຜົນງານທີ່ດີໄດ້ ເນື່ອງຈາກຮອດປັດຈຸບັນນີ້ທີມຊາດລາວລົງສະໜາມໄປທັງໝົດ ປະລາໄຊທັງ 2 ນັດ ມີ 0 ຄະແນນ ຕົກຮອບໄປເປັນທີຮຽບຮ້ອຍ ແຕ່ຍັງເຫຼືອ ການແຂ່ງຂັນຍາດອັນດັບ 3 ກັບ ມາເລເຊຍ ໃນຕອນແລງຂອງມື້ນີ້ ເວລາ 19:00 ທີ່ສະ​

ໜາມ​ກິ​ລ​າ ທຳມະສາດ ປະເທດໄທ.

ຂອບໃຈຂໍ້ມູນຈາກ: ASEAN FOOTBALL, ສຕລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/