ທຶນເຕັມຈຳນວນ! ເປີດຮັບສະໝັກແລ້ວ ກັບ YSEALI 2024 ທຶນແລກປ່ຽນໄລຍະສັ້ນ ທີ່ສະຫະລັດອາເມຣິກາ


ເປີດຮັບສະໝັກແລ້ວ ກັບໂຄງການແລກປ່ຽນໄລຍະສັ້ນທີ່ສະຫະລັດອາເມຣິກາ ກັບທຶນ YSEALI Professional Fellows Program 2024 ເຊິ່ງເປັນໂອກາດດີໆ ສຳລັບປະຊາຊົນລາວ ຫຼື ປະຊາຊົນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີອາຍຸ 25-35 ປີ ທີ່ຢາກພັດທະນາເລື່ອງພາສາ ຫຼື ໃນສາຂາອາຊີບຕ່າງໆ. ເຊິ່ງສາມາດສະໝັກໄດ້ແລ້ວມື້ນີ້ ຜ່ານທາງອອນລາຍ ຈົນຮອດວັນທີ 1​ ສິງຫາ 2023 ນີ້.

ໂດຍ ໂຄງການ Young Southeast Asian Leaders Initiative Professional Fellows Program (YSEALI PFP) ແມ່ນໂຄງການແລກປ່ຽນທີ່ໄດ້ຮັບທຶນເຕັມຈຳນວນ ທີ່ໄດ້ຮັບການສະໜັບສະໜູນໂດຍສໍານັກງານການສຶກສາ ແລະ ວັດທະນະທໍາຂອງກະຊວງການຕ່າງປະເທດສະຫະລັດ.

YSEALI PFP ໃຫ້ໂອກາດຜູ້ນໍາທີ່ພົ້ນເດັ່ນຂຶ້ນຈາກພາກພື້ນອາຊີຕາເວັນອອກສຽງໃຕ້ເພື່ອໃຊ້ເວລາ 5-6 ອາທິດ ໃນສະຫະລັດ ເພື່ອເກັບກ່ຽວປະສົບການຮ່ວມງານທີ່ກ່ຽວຂ້ອງຢ່າງເປັນມືອາຊີບຢູ່ໃນອົງການຈັດຕັ້ງທີ່ໂດຍບໍ່ຫວັງຜົນກໍາໄລ, ສາທາລະນະ, ຫຼື ເອກະຊົນຕ່າງໆ.

ຈຸດປະສົງຂອງໂຄງການນີ້ແມ່ນເພື່ອໃຫ້ບັນດາໄວໜຸ່ມໃນພາກພື້ນຕາເວັນອອກສຽງໃຕ້ ໄດ້ມີໂອກາດຮຽນຮູ້ ເພື່ອເສີມສ້າງທັກສະການເປັນຜູ້ນຳ ແລະ ທັກສະທາງວິຊາຊີບ ລວມໄປເຖິງການສ້າງຄວາມຮ່ວມມືທີ່ຍືນຍົງ ຜູ້ນຳຂອງຍຸກໃໝ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ສະຫະລັດອາເມຣິກາ.

ໂດຍໃນປີນີ້ YSEALI PFP ຈະເປີດໃຫ້ຜູ້ຮັບທຶນໄດ້ພັດທະນາໃນທັກສະ ພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ການມີສ່ວນຮ່ວມຂອງພົນລະເມືອງ, ການສ້າງຄວາມເຂັ້ມແຂງໃນດ້ານ ເສດຖະກິດ, ການປົກຄອງ ແລະ ສັງຄົມ, ການພັດທະນາແບບຍືນຍົງ ແລະ ສິ່ງແວດລ້ອມ.

ໂດຍໄລຍະເວລາສຳລັບທຶນການແລກປ່ຽນນີ້ ຈະແບ່ງອອກເປັນ 2 ຮອບ. ໂດຍໄລຍະທຳອິດ ຈະເລີ່ມແຕ່ 22 ເມສາ ຫາ 31 ພຶດສະພາ ປີ 2024 ແລະ ໄລຍະທີ 2 ​ແມ່ນ 9 ກັນຍາ ຫາ 18 ຕຸລາ 2024.

ເງື່ອນໄຂ ແລະ ຂໍ້ມູນເພີ່ມເຕີມອື່ນໆ: ysealipfp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/