ທະນາຄານເງົາຈີນ “Zhongzhi” ໄດ້ຍື່ນລົ້ມລະລາຍເປັນທີ່ຮຽບຮ້ອຍເເລ້ວ ຫຼັງຈາກທີ່ມີໜີ້ສິນຫຼາຍກວ່າ 36,4 ຕື້ໂດລາ ເເລະ ຂາດສະພາບຄ່ອງຢ່າງໜັກ


ໃນວັນທີ 5 ມັງກອນທີ່ຜ່ານມາ, ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ກຸ່ມ​ວິ​ສາ​ຫະ​ກິດ Zhongzhi (Zhongzhi Enterprise Group) ເຊິ່ງເປັນ​ທະ​ນາ​ຄານ​ເງົາ​ທີ່​ສໍາ​ຄັນ​ຂອງ​ຈີນ​ໄດ້​ຍື່ນ​ຂໍສຳລັບ​ການ​ລົ້ມ​ລະ​ລາຍ​ ຫຼັງຈາກທີ່ບໍ່ສາມາດຊໍາລະໜີ້ສິນໄດ້, ເນື່ອງຈາກບໍລິສັດບໍ່ສາມາດຕໍ່ສູ້ກັບການຖົດຖອຍໃນຕະຫຼາດອະສັງຫາລິມະສັບທີ່ໄດ້ທະວີຄວາມຮຸນເເຮງຂຶ້ນ.

ທະນາຄານເງົາ (Shadow Bank) ແມ່ນຕົວກາງທີ່ເຮັດໜ້າທີ່ຄ້າຍຄືກັນກັບທະນາຄານ. ໂດຍພວກເຂົາຮັບເງິນຝາກຈາກລູກຄ້າ ແລະ ໃຫ້ກູ້ຢືມໃນຮູບແບບຂອງຕາສານໜີ້ (ພັນທະບັດ) ຫຼື ຕາສານຮຸ້ນ (ຮຸ້ນ) ແລະ ໃຫ້ຜົນຕອບແທນທີ່ສູງກວ່າການຝາກເງິນກັບທະນາຄານ.

ໃນເດືອນພະຈິກຂອງປີທີ່ຜ່ານມາ, ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ເປີດ​ເຜີຍ​ວ່າ​ເຂົາ​ເຈົ້າ​ໄດ້​ເລີ່ມຕົ້ນ​ການ​ສືບ​ສວນ​ທາງ​ອາ​ຍາ​ຕໍ່ກັບທຸ​ລະ​ກິດ​ການບໍລິຫານ​ເງິນ​ຂອງ Zhongzhi , ກ່ອນທີ່ບໍລິສັດຈະເປີດເຜີຍງົບດຸນທີ່ຂາດສະພາບຄ່ອງຫຼາຍເຖິງ 36,4 ຕື້​ໂດ​ລາ. ເຊິ່ງກ່ອນໜ້ານີ້ໄດ້ມີລາຍງານໂດຍອ້າງອີງຈາກເອກະສານລັບຂອງທາງການຈີນວ່າ Zhongzhi ມີໂອກາດທີ່ຈະລົ້ມລາຍສູງ ເນື່ອງຈາກປະລິມານໜີ້ສິນສູງກວ່າສິນຊັບທີ່ມີຢູ່ເຖິງສອງເທົ່າ (ບໍລິສັດມີໜີ້ສິນປະມານ 420-460 ຕື້ຢວນ)

Zhongzhi Enterprise Group ເປັນ​ໜື່ງ​ໃນ​ບໍ​ລິ​ສັດ​ທະ​ນາ​ຄານ​ເງົາ​ທີ່ໃຫຍ່​ທີ່​ສຸດ​ຂອງ​ຈີນ​, ໃນ 2 – 3 ປີທີ່ຜ່ານມາ Zhongzhi ແລະ ບໍລິສັດໃນເຄືອໄດ້ຂະຫຍາຍສິນເຊື່ອການໃຫ້ກູ້ຢືມແກ່ຜູ້ພັດທະນາອະສັງຫາລິມະຊັບທີ່ປະສົບກັບຄວາມຫຍຸ້ງຍາກ, ລວມທັງກຸ່ມບໍລິສັດ China Evergrande ເຊິ່ງເປັນຜູ້ພັດທະນາອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດຂອງຈີນ.

ການຂະຫຍາຍສິນເຊື່ອໃຫ້ແກ່ຜູ້ພັດທະນາອະສັງຫາລິມະຊັບທີ່ປະສົບກັບຄວາມຫຍຸ້ງຍາກແມ່ນມີຄວາມສ່ຽງສູງ. ເນື່ອງຈາກຜູ້ພັດທະນາອະສັງຫາລິມະສັບເຫຼົ່ານີ້ກໍາລັງປະເຊີນກັບໜີ້ສິນທີ່ເພີ່ມຂຶ້ນ ແລະ ການຂາຍທີ່ຫຼຸດລົງ. ດັ່ງນັ້ນ, ເຂົາເຈົ້າບໍ່ສາມາດຊໍາລະໜີ້ໄດ້. ນອກຈາກນີ້ Zhongzhi ຍັງລົງທຶນໃນສິນຊັບທີ່ມີຄວາມສ່ຽງອື່ນໆເຊັ່ນ: ອະສັງຫາລິມະສັບທີ່ມີລາຄາສູງ ແລະ ຮຸ້ນຂອງບໍລິສັດທີ່ມີບັນຫາອີກອື່ນໆດ້ວຍ. ການລົງທຶນໃນຊັບສິນທີ່ມີຄວາມສ່ຽງເຫຼົ່ານີ້ເຮັດໃຫ້ Zhongzhi ມີຄວາມສ່ຽງທາງດ້ານການເງິນເພີ່ມຂຶ້ນຈົນນຳມາສູ່ການລົ້ມລະລາຍ.

ທີ່ມາ:

OilTraderKP

bloomberg

cnn

shadow-bank

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/