ທະນາຄານດິຈິຕອນຍັກໃຫຍ່ຂອງບຣາຊິວຮ່ວມມືກັບ Lightspark ເປີດຕົວ Bitcoin Lightning Network ໃນແພລັດຟອມຂອງຕົນເອງ


Nubank, ທະນາຄານດິຈິຕອນຍັກໃຫຍ່ຂອງບຣາຊິວ ປະກາດຄວາມຮ່ວມມືກັບ Lightspark ແພລັດຟອມດ້ານການຊໍາລະເງິນ. ເພື່ອນໍາສະເໜີເອົາເຄືອຂ່າຍ Bitcoin Lightning Network ໃຫ້ແກ່ລູກຄ້າຫຼາຍກວ່າ 100 ລ້ານຄົນໃນທົ່ວອາເມຣິກາລາຕິນ.

ການຮ່ວມມືກັນໃນຄັ້ງ​ນີ້​ມີຈຸດປະສົງເພື່ອຂະຫຍາຍການເຂົ້າເຖິງ Bitcoin ແລະ ເຮັດໃຫ້ການໂອນເງິນຂ້າມຊາຍແດນໄວຂຶ້ນ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍສໍາລັບປະຊາຊົນໃນພາກພື້ນ.

Lightning Network ເປັນໂຊລູຊັນ layer ທີ 2 ໃນ Bitcoin blockchain ທີ່ຈະຊ່ວຍໃຫ້ການເຮັດທຸລະກໍາໄວຂຶ້ນ ແລະ ມີຄ່າທໍານຽມຕໍ່າກວ່າການເຮັດທຸລະກໍາໃນ blockchain ຫຼັກ.

Lightspark ຈະເຮັດວຽກຮ່ວມກັບ Nubank ໃນການ “ປະສົມປະສານ, ຄຸ້ມຄອງລະບົບ ແລະ ພັດທະນາຜະລິດຕະພັນທີ່ມີທ່າແຮງ” ໃນເຄືອຂ່າຍ Lightning. ໂດຍຈະປະສົມປະສານການເຮັດວຽກກັບມາດຕະຖານ Universal Money Address (UMA) ເຂົ້າກັບ Nubank, ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ Nubank ມີທີ່ຢູ່ຄ້າຍຄືກັບອີເມວເພື່ອຮັບ ແລະ ໂອນ Bitcoin ໄດ້ຢ່າງງ່າຍດາຍ.

Nubank ແນມເຫັນໂອກາດທີ່ Lightning Network ຈະຊ່ວຍໃຫ້ທະນາຄານສາມາດສະເໜີການໂອນເງິນຄວາມໄວສູງ ແລະ ຄ່າທໍານຽມຕໍ່າໃຫ້ກັບລູກຄ້າຂອງພວກເຂົາ.

ການປະສົມປະສານນີ້ ຖືເປັນບາດກ້າວທີ່ສຳຄັນສຳລັບ Lightning Network ຄື:

  • ເພີ່ມຈໍານວນຜູ້ໃຊ້: ການເຂົ້າເຖິງລູກຄ້າກວ່າ 100 ລ້ານຄົນຂອງ Nubank ຈະຊ່ວຍເພີ່ມການຮັບຮອງເອົາ Lightning Network ຢ່າງຫຼວງຫຼາຍ.
  • ການຂະຫຍາຍການນໍາໃຊ້ໃນອາເມຣິກາລາຕິນ: ພາກພື້ນນີ້ມີທ່າແຮງສູງສໍາລັບການເຕີບໂຕຂອງ cryptocurrency.
  • ຜົນປະໂຫຍດສໍາລັບລາຄາ Bitcoin: ຄວາມຕ້ອງການທີ່ເພີ່ມຂຶ້ນຈາກຜູ້ໃຊ້ໃໝ່ເຫຼົ່ານີ້ ອາດສົ່ງຜົນກະທົບທາງບວກຕໍ່ລາຄາ Bitcoin.

Nubank ສ້າງຕັ້ງຂຶ້ນໃນປີ 2013, ປັດຈຸບັນໃຫ້ບໍລິການລູກຄ້າຫຼາຍກວ່າ 100 ລ້ານຄົນໃນທົ່ວອາເມຣິກາລາຕິນ. ທະນາຄານດິຈິຕອນນີ້ໄດ້ຮັບການສະໜັບສະໜູນໂດຍ Berkshire Hathaway, ບໍລິສັດການລົງທຶນຂອງ Warren Buffett ແລະ ອະນຸຍາດໃຫ້ຜູ້ໃຊ້ສາມາດຊື້ຂາຍ 14 cryptocurrencies.

ການຮ່ວມງານກັບ Lightspark ແມ່ນອີກບາດກ້າວທີ່ສໍາຄັນສໍາລັບ Nubank ໃນການສະເໜີການແກ້ໄຂທາງດ້ານການເງິນທີ່ທັນສະໄໝ ແລະ ສາມາດເຂົ້າເຖິງລູກຄ້າໃນພາກພື້ນໄດ້ຫຼາຍຂຶ້ນ.

ທີ່ມາ:

cointelegraph

davidmarcus

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/