ທະນາຄານຍັກໃຫຍ່ໃນເຄືອຂອງ Merrill Lynch ແລະ Wells Fargo ກຽມທີ່ຈະສະເໜີ Bitcoin Spot ETF ໃຫ້ແກ່ລູກຄ້າ


ທ່າມກາງກະແສຄວາມຮ້ອນແຮງຂອງ Bitcoin ໃນສອງສາມມື້ຜ່ານມາ ໄດ້ເຮັດໃຫ້ສອງ​ບໍລິສັດຍັກໃຫຍ່ທີ່ໃຫ້​ບໍລິການ​ດ້ານ​ການ​ເງິນ​​ຄື Merrill Lynch (ບໍລິສັດ​ນາຍ​ໜ້າຊື້ຂາຍ​ຫຼັກ​ຊັບ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ Bank of America Corp) ​ແລະ Wells Fargo & Co (ທະນາຄານ​ ແລະ ​ການ​ບໍລິການ​ດ້ານ​ການ​ເງິນ) ​ໄດ້​ເລີ່​ມອະນຸຍາດ​ໃຫ້​ກຸ່ມ​ລູກ​ຄ້າ​ທີ່​ຮັ່ງມີບາງສ່ວນສາມາດເຂົ້າເຖິງ Spot Bitcoin ETF ໄດ້.

ຈາກການເຄື່ອນໄຫວດັ່ງກ່າວ ສະທ້ອນໃຫ້ເຫັນວ່າສະຖາບັນການເງິນທີ່ສໍາຄັນມີຄວາມຕ້ອງການ ແລະ ໃຫ້ການຍອມຮັບ Bitcoin ETFs ຫຼາຍຂຶ້ນ, ທ່າມກາງການເພິ່ມຂຶ້ນຂອງລາຄາ Bitcoin ທີ່ກໍາລັງເຂົ້າໃກ້ສູ່ລະດັບສູງທີ່ສຸດ ໂດຍຢືນເໜືອລະດັບ 60,000 ໂດລາຄັ້ງທໍາອິດ, ຫຼັງຈາກທີ່ຜ່ານຈຸດທົດສອບເປັນເວລາດົນນານ.

ໂດຍທະນາຄານທັງສອງໄດ້ສະເໜີ Bitcoin ETF ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ ໂດຍໃຫ້ລູກຄ້າເປັນຜູ້ເລືອກ ເຊິ່ງຈະມີບັນຊີນາຍໜ້າເປັນຜູ້ຈັດການສິນຊັບດັ່ງກ່າວ ແຕ່ຈະບໍ່ມີການເປີດເຜີຍລາຍຊື່ຂອງລູກຄ້າ ຫຼື ຈໍານວນກອງທຶນ ETF ທີ່ໃຫ້ບໍລິການ.

ຫຼັງຈາກທີ່ SEC ສະຫະລັດໄດ້ອະນຸມັດກອງທຶນ Spot Bitcoin ETFs ຈຳນວນ 11 ກອງທຶນໃນເດືອນມັງກອນທີ່ຜ່ານມາ. ເຊິ່ງກ່ອນໜ້ານີ້ໄດ້ມີການເກງກຳໄລໃນອຸດສາຫະກໍາ cryptocurrency ມາດົນຫຼາຍປີ ແລະ ໄດ້ຖືກປະຕິເສດຫຼາຍຄັ້ງ. ການອະນຸມັດ Spot Bitcoin ETF ຈະຊ່ວຍໃຫ້ນັກລົງທຶນລົງສາມາດລົງທຶນຜ່ານກອງທຶນ ໂດຍບໍ່ຈຳເປັນຕ້ອງຊື້ຫຼືຖືຄອງ Bitcoin ດ້ວຍຕົນເອງ.

Spot Bitcoin ETFs ໄດ້ຖືກເຫັນວ່າເປັນວິທີການທີ່ຈະດຶງດູດນັກລົງທຶນຈາກສະຖາບັນ ແລະ ຜູ້ຄ້າລາຍຍ່ອຍເຂົ້າໄປສູ່ພື້ນທີ່ຂອງ cryptocurrency ຫຼາຍຂຶ້ນ, ລວມໄປເຖິງການສ້າງສະພາບຄ່ອງ ແລະ ເຮັດໃຫ້ເກີດຄວາມໂປ່ງໃສຫຼາຍຂຶ້ນອີກດ້ວຍ. ຢ່າງໃດກໍຕາມ, ມັນກໍຍັງນໍາມາເຖິງຄວາມສ່ຽງເຊັ່ນ: ການເໜັງຕີງຂອງລາຄາຕະຫຼາດ, ການແຮັກລະບົບຄວາມປອດໄພ ແລະ ຄວາມບໍ່ແນ່ນອນດ້ານກົດລະບຽບຕ່າງໆ.

ທີ່ມາ:

en.bitcoinsistemi

twitter

nasdaq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/