ທະນາຄານກາງຂອງໂບລິເວຍເປີດໄຟຂຽວໃຫ້ທະນາຄານໃຊ້ Bitcoin ແລະ ສະກຸນເງິນດິຈິຕອນ ຫັນປ່ຽນນະໂຍບາຍເກົ່າໜຸນເສດຖະກິດດິຈິຕອນ


ທະນາຄານກາງຂອງໂບລິເວຍ ‘Banco Central de Bolivia’ ໄດ້ອອກມາປະກາດ  ຍົກເລີກການຫ້າມການຊຳລະເງິນດ້ວຍ Bitcoin ແລະ cryptocurrency. ພ້ອມອະນຸຍາດໃຫ້ອົງການການເງິນໃນທົ່ວປະເທດສາມາດໃຫ້ບໍລິການທຸລະກໍາຊັບສິນດິຈິຕອນເພື່ອພັດທະນາລະບົບການຊໍາລະທີ່ທັນສະໄໝຫຼາຍຂຶ້ນ.

ການ​ປ່ຽນ​ແປງໃນ​ດ້ານ​ກົດລະບຽບຄັ້ງ​ນີ້ ຖືເປັນຈຸດສິ້ນສຸດຂອງການແບນ cryptocurrency ໃນປະເທດທີ່ເລີ່ມຕົ້ນຕັ້ງແຕ່ໃນປີ 2014, ເຊັ່ນດຽວກັນກັບໃນປີ 2020 ເມື່ອລັດຖະບານໄດ້ຫ້າມບໍ່ໃຫ້ບັນດາທະນາຄານນໍາໃຊ້ cryptocurrency ໃນການເຮັດທຸລະກໍາ.

ເຊິ່ງການອະນຸມັດກົດລະບຽບຫຼ້າສຸດນີ້ຈະຊ່ວຍໃຫ້ທະນາຄານສາມາດເຮັດທຸລະກໍາດ້ວຍສະກຸນເງິນດິຈິຕອນໂດຍຜ່ານຊ່ອງທາງອີເລັກໂທຣນິກທີ່ໄດ້ຮັບການອະນຸມັດ.ຢ່າງໃດກໍຕາມ, ທະນາຄານກາງໄດ້ຊີ້ແຈງວ່າສະກຸນເງິນດິຈິຕອນຍັງບໍ່ທັນໄດ້ຮັບການຍອມຮັບຕາມກົດໝາຍ ​ແລະ ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 26 ມິຖຸນາ​ນີ້​ເປັນຕົ້ນ​ໄປ.

ໂດຍກົດໝາຍໃໝ່ນີ້ແມ່ນໜຶ່ງໃນແຜນການສຶກສາດ້ານເສດຖະກິດ ແລະ ການເງິນຂອງ Banco Central de Bolivia ທີ່ຕ້ອງການປັບກົດລະບຽບໃຫ້ສອດຄ່ອງກັບລະບົບການເງິນໃນອາເມຣິກາລາຕິນ. ລວມທັງການນໍາໃຊ້ສະກຸນເງິນດິຈິຕອນເພື່ອຊ່ວຍກະຕຸ້ນເສດຖະກິດ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ປະ​ເທດ​ອາ​ເມ​ລຣິກາ​ລາ​ຕິນ​ໄດ້​ປະ​ເຊີນ​ໜ້າ​ກັບ​ສະພາບ​ເສດຖະກິດ​ຕົກ​ຕ່ຳ ​ແລະ ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ. ດັ່ງນັ້ນ, ປະເທດເຫຼົ່ານີ້ກໍາລັງຊອກຫາຊັບສິນທາງເລືອກ, ເຊິ່ງ Bitcoin ແລະ cryptocurrency ໄດ້ກາຍມາເປັນໜຶ່ງໃນຊັບສິນທີ່ນິຍົມຫຼາຍທີ່ສຸດ.

ນອກຈາກນີ້, ໃນພູມີພາກດັ່ງກ່າວຍັງເປັນທີ່ຢູ່ຂອງ El Salvador, ເຊິ່ງປະເທດທໍາອິດໃນອາເມຣິກາລາຕິນ ແລະ ເປັນປະເທດດຽວໃນໂລກທີ່ນໍາໃຊ້ Bitcoin ຢ່າງຖືກຕ້ອງຕາມກົດໝາຍຄວບຄູ່ໄປກັບເງິນໂດລາສະຫະລັດຕັ້ງແຕ່ປີ 2021.

ທີ່ມາ:

cointelegraph

BancoCentralBO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/