ທຄຕລ ເປີດບໍລິການ ຊໍາລະສະສາງຂ້າມແດນ UnionPay QR ຜ່ານ BCEL One


ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ເປີດບໍລິການຊໍາລະສະສາງຂ້າມແດນ UnionPay QR ຜ່ານ BCEL One ຢ່າງເປັນທາງການ ອໍານວຍຄວາມສະດວກໃຫ້ລູກຄ້າຄົນລາວ ສາມາດຊື້ສິນຄ້າ ແລະ ບໍລິການຢູ່ຈີນ ຜ່ານ QR ຂອງ UnionPay ໄດ້.

ພິທີເປີດຕົວບໍລິການດັ່ງກ່າວ ຢ່າງເປັນທາງການ ມີຂຶ້ນເມື່ອບໍ່ດົນມານີ້ ໂຮງແຮມ ລາວພຣາຊ່າ ນະຄອນຫຼວງວຽງຈັນ ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (𝐁𝐂𝐄𝐋), ເປັນກຽດເຂົ້າຮ່ວມງານໂດຍ ທ່ານ ນາງ ວັດທະນາ ດາລາລອຍ,  ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, Mr. Cai HuiMing, ຜູ້ອໍານວຍການ ບໍລິສັດ UPI International ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້, ພ້ອມດ້ວຍບັນດາແຂກ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

BCEL ແລະ UnionPay ເປັນຄູ່ຮ່ວມຍຸດທະສາດກັນ ຕັ້ງແຕ່ ປີ 2010 ເປັນຕົ້ນມາ ແລະ ໄດ້ຮ່ວມກັນພັດທະນາຫຼາກຫຼາຍຜະລິດຕະພັນເພື່ອໃຫ້ສັງຄົມໄດ້ຊົມໃຊ້, ບໍ່ວ່າຈະເປັນຜະລິດຕະພັນບັດ, ບໍລິການຮັບຊໍາລະສະສາງບັດສາກົນ, ບໍລິການຊໍາລະສາງຜ່ານເທິງມືຖື ເປັນຕົ້ນແມ່ນ ຜ່ານແອັບ BCEL One.

ໃນປີ 2019 ຜ່ານມາ BCEL ແລະ UnionPay ໄດ້ເປີດບໍລິການ ຊໍາລະສະສາງຂ້າມແດນດ້ວຍການສະແກນ QR Code ຕາມບັນດາຮ້ານຄ້າຕ່າງໆ ໃນ ສປປ ລາວ ຜ່ານແອັບ BCEL One ແລະ ມາຮອດປັດຈຸບັນ BCEL ແລະ UnionPay ໄດ້ສໍາເລັດການພັດທະນາ ການບໍລິການຊໍາລະສະສາງ UnionPay QR ຜ່ານ ແອັບ BCEL One.

ທ່ານ ນັນທະລາດ ແກ້ວປະເສີດ ກ່າວວ່າ: “ເປັນເປີດບໍລິການຄັ້ງນີ້ ຖືອີກບາດກ້າວໜຶ່ງທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ພ້ອມຍັງເປັນການເປີດປະສົບການໃໝ່ ສໍາລັບຄົນລາວທີ່ຢູ່ຕ່າງປະເທດ ຫຼື ເດີນທາງໄປທ່ອງທ່ຽວ ໂດຍສະເພາະແມ່ນ ສປ ຈີນ ແລະ 46 ປະເທດ ໃນທົ່ວໂລກ ໃຫ້ສາມາດນໍາໃຊ້ ແອັບ BCEL One ສະແກນຈ່າຍຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຜ່ານ UnionPay QR, ພ້ອມທັງເປັນການຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາອີກດ້ວຍ”.

ລັດຖະບານ​ລາວ ພວມ​ຊຸກຍູ້​ການ​ພັດທະນາ​ການ​ຫັນ​ເປັນ​ດິຈິ​ຕອລ, ນະວັດຕະກໍາ ​ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ຂະ​ແໜງ​ການ​ທະນາຄານ ​ເພື່ອ​ແນ​ໃສ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ເຄືອ​ຂ່າຍ​ທະນາຄານ​ໃນ​ພາກ​ພື້ນ ​ແລະ ສາກົນ.

https://www.facebook.com/BCEL.Bank/posts/pfbid02D7pdaSvaYi2EJQCRMm1kwwSduEbdkpe9hh2HMUcS7oTqb2z71y5TyxEPckLFbwj9l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/