ຖ່າຍຮູບທົ່ວໄປມີແຕ່ 1 ແກຼັບ ແຕ່ຖ້າລົງທະບຽນເບີອອນລາຍ ຕ້ອງ 3 ແກຼັບ!


ໄລຍະນີ້ ຄົງເປັນໄລຍະທີ່ຫຼາຍໆຄົນກຳລັງໄປຂຶ້ນທະບຽນເລກໝາຍໂທລະສັບ 3 ແກຼັບ ເພາະວ່າ ພາຍຫຼັງວັນທີ 31 ທ້າຍເດືອນທັນວາທີ່ຈະມາເຖິງໄວໆນີ້  ເລກໝາຍໂທລະສັບໃດທີ່ຍັງບໍ່ໄດ້ຂຶ້ນທະບຽນຈະບໍ່ສາມາດນຳໃຊ້ໄດ້

ຈາກການແຈ້ງການ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນວັນ  17 ມິຖຸນາທີ່ຜ່ານມາວ່າດ້ວຍເລື່ອງການທະບຽນໝາຍເລກໂທລະສັບ ແລະ ຊິມເນັດ ໃນທົ່ວປະເທດ ເຊິ່ງໄດ້ມີການປະຕິບັດຮັບລົງທະບຽນເລກໝາຍໂທລະສັບນັບແຕ່ນັ້ນເປັນຕົ້ນມາ ແຕ່ກໍຍັງຫຼາຍຄົນທີ່ຍັງສົງໄສຢູ່ວ່າ ຈະສາມາດລົງທະບຽນເບີໄດ້ແນວໃດ? ແລະ ການຂຶ້ນທະບຽນເບີລະບົບ 3 ແກຼັບ ມັນແມ່ນຫຍັງກັນແທ້?

ການຂຶ້ນທະບຽນເລກໝາຍໂທລະສັບ ປະເພດລາຍເດືອນ,ຕື່ມເງິນ ແລະ ຊິມເນັດ ທີ່ທ່ານກຳລັງໃຊ້ ຫຼື ຈະເປີດນຳໃຊ້ໃໝ່ ທ່ານສາມາດຂຶ້ນທະບຽນໄດ້ໂດຍຜ່ານ 2 ວິທີຄື:

ວີທີທີ 1: ສຳລັບເລກໝາຍເກົ່າທີ່ເປີດນຳໃຊ້ແລ້ວ ແລະ ເລກໝາຍທີ່ຈະເປີດນຳໃຊ້ໃໝ່ແມ່ນທ່ານສາມາດໄປຂຶ້ນທະບຽນຢູ່ຕາມສູນບໍລິການ, ສຳນັກງານໃຫຍ່, ຫ້ອງການສາຂາຂອງຜູ້ໃຫ້ບໍລິການ ແລະ ຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດໃນຂອບເຂດທົ່ວປະເທດ ພຽງແຕ່ທ່ານນຳເອົາເລກໝາຍໂທລະສັບຂອງທ່ານ ແລະ ເອກະສານຢັ້ງຢືນໃດໜຶ່ງ ເຊັ່ນ: ບັດປະຈຳຕົວ, ໜັງສືຜ່ານແດນ (passport), ຫຼື ປຶ້ມສຳມະໂນຄົວ ທີ່ຍັງບໍ່ທັນໝົດອາຍຸມາຂຶ້ນທະບຽນ

ວິທີທີ 2: ວິທີນີ້ໃຊ້ສຳລັບໝາຍເລກເກົ່າທີ່ເປີດນຳໃຊ້ແລ້ວເທົ່ານັ້ນ ເຊິ່ງທ່ານສາມາດດຳເນີນການຂຶ້ນທະບຽນເລກໝາຍໂທລະສັບ ດ້ວຍຕົວຂອງທ່ານເອງອອນລາຍ ຜ່ານ 8 ຂັ້ນຕອນດັ່ງນີ້:

  1. ດາວໂຫຼດ ແລະຕິດຕັ້ງແອັບພລິເຄຊັນ Lao KYC
  2. ຂຶ້ນທະບຽນຜ່ານແອັບ 3 ແກຼັບ
  3. ເລືອກເຄືອຂ່າຍທີ່ທ່ານນຳໃຊ້
  4. ເລືອກປະເພດເອກະສານຢັ້ງຢືນຕົວຕົນໃດໜຶ່ງ
  5. ຖ່າຍຮູບໃບໜ້າຂອງເຈົ້າຂອງຊິມ
  6. ຖ່າຍຮູບເອກະສານຢັ້ງຢືນໂຕຕົນ
  7. ປ້ອນຂໍ້ມູນພື້ນຖານຂອງເຈົ້າຂອງຊິມ
  8. ສຳເລັດການຂຶ້ນທະບຽນຊິມ

ພຽງເທົ່ານີ້ ກໍສຳເລັດການຂຶ້ນທະບຽນເລກມໝາຍໂທລະສັບເປັນທີ່ຮຽນຮ້ອຍ ແລະ ຍັງກວດຜົນການຂຶ້ນເລກໝາຍໂທລະສັບໄດ້ດ້ວຍໂຕເອງຜ່ານທາງ USSD Code ພຽງແຕ່ກົດ **1021# ແລ້ວໂທອອກ

ແຕ່ມາຮອດນີ້ ບາງຄົນກໍອາດຈະຍັງສົງໄສວ່າ ເປັນຫຍັງຕ້ອງຄຳວ່າ “3 ແກຼັບ” , ແລະ  ຄຳວ່າ “ແກຼັບ” ກ່ຽວຫຍັງກັບການຂຶ້ນທະບຽນເບີ ?

ທີ່ຈິງແລ້ວ 3 ແກຼັບແມ່ນລະບົບຂຶ້ນທະບຽນຢັ້ງຢືນຕົວຕົນໝາຍເລກໂທລະສັບຂອງ ສ.ປ.ປ ລາວ

ໂດຍທີ່ຄຳວ່າ ແກຼັບ ນັ້ນແມ່ນສຽງຖ່າຍຮູບ ມີທີ່ມາຈາກການຖ່າຍຮູບ 3 ຄັ້ງຄື:

ແກຼັບ 1 – ຖ່າຍຮູບເບີໂທ

ແກຼັບ 2 – ຖ່າຍຮູບຜູ້ໃຊ້

ແກຼັບ 3 – ຖ່າຍຮູບເອກະສານຢັ້ງຢືນຕົວຕົນ (ບັດປະຈຳໂຕ ຫຼື ພາດສະປໍ)

ເຊິ່ງ  3 ແກຼັບນີ້ ປຽບເປັນດັ່ງຄຳຂວັນປະຈຳການຂຶ້ນທະບຽນເບີທີ່ໝາຍເຖິງ ຂຶ້ນທະບຽນເລກໝາຍໂທລະສັບງ່າຍພຽງຖ່າຍ 3 ແກຼັບເທົ່ານັ້ນ. ມາຮອດນີ້ ອີກບໍ່ທໍ່ໃດເດືອນກໍຈະເຂົ້າສູ່ປີໃໝ່ແລ້ວ ຖ້າໃຜທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ກໍຢ່າລືມໄປຂຶ້ນທະບຽນໄດ້ ງ່າຍໆພຽງ  3 ແກຼັບ ເທົ່ານັ້ນ.

ທີ່ມາ: https://www.simreg.gov.la/