ຖົ່ວລຽນ ຖືກໂຊໃນພິພິທະພັນອາຫານທີ່ເປັນຕາຂີ້ດຽດ ພ້ອມອະທິບາຍວ່າກິ່ນຄືຖົງຕີນບໍ່ໄດ້ຊັກ!


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຖົ່ວລຽນ ໝາກໄມ້ທີ່ໄດ້ຊື່ວ່າເປັນຣາຊາແຫ່ງໝາກໄມ້ ໄດ້ເຂົ້າໄປຕິດອັນດັບທີ 17 ໃນພິພິທະພັນອາຫານທີ່ເປັນຕາຂີ້ດຽດ ຫຼື Disgusting Food Museum ທີ່ເມືອງ ມັສໂມ ປະເທດສະວີເດນ ຈຶ່ງກາຍເປັນກະແສທີ່ຫຼາຍຄົນຫຼາຍຝ່າຍອອກມາຖົກຖຽງກັນຢ່າງດຸເດືອດ.

ທາງເວັບໄຊພິພິທະພັນຍັງໄດ້ອະທິບາຍວ່າ ຖົ່ວລຽນເປັນຣາຊາແຫ່ງໝາກໄມ້ ແຕ່ຂຶ້ນຊື່ເລື່ອງກິ່ນແຮງ ຈົນບາງເທື່ອກໍຖືກຫ້າມບໍ່ໃຫ້ເອົາຂຶ້ນລົດສາທາລະນະ ລວມໄປຮອດບາງໂຮງແຮມໃນບາງປະເທດກໍຫ້າມນຳມັນເຂົ້າມາ ບາງຄົນນິຍາມກິ່ນມັນວ່າ ປຽບຄືກັບຖົງຕີນທີ່ບໍ່ໍຊັກ ແຕ່ຫຼາຍຄົນກໍອາດຈະໄດ້ກິ່ນທີ່ຮູ້ສຶກວ່າຫອມ.

ສຳລັບພິພິທະພັນອາຫານທີ່ເປັນຕາຂີ້ດຽດທີ່ສຸດ ໄດ້ດຳເນີນການມາເປັນເວລາຫຼາຍບປີແລ້ວ ພ້ອມເປັນສະຖາບັນວັດທະນະທຳທີ່ມີເອກະລັກ ແລະ ບໍ່ພຽງແຕ່ການສະແດງອາຫານເທົ່ານັ້ນ ແຕ່ຍັງມີຈຸດປະສົງເພື່ອກະຕຸ້ນໃຫ້ຄົນທີ່ມາຢ້ຽມຢາມຕັ້ງຄຳຖາມເຖິງຣົດຊາດ ແລະ ຄວາມຮູ້ສຶກຕໍ່ອາຫານບາງປະເພດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/