ຖືກໃຈຄົນຮັກສັດ ແລະ ຮັກສິ່ງແວດລ້ອມ! ເມື່ອຕຸຣກີຜະລິດ ຕູ້ທີ່ແລກຕຸກນ້ຳພລາສຕິກເປັນອາຫານໃຫ້ໝາ-ແມວຈອນຈັດໄດ້


ດີຕໍ່ໃຈຄົນຮັກສັດ! ເມື່ອຕຸຣກີຜະລິດຕູ້ແລກຕຸກນ້ຳພລາສຕິກ ເປັນອາຫານໃຫ້ໝາຈອນຈັດຟຣີ ແຖມນ້ຳທີ່ເຫຼືອໃນຕຸກກໍສາມາດເທລົງຊ່ອງທີ່ໃສ່ນ້ຳໄວ້ໃຫ້ນ້ອງໝາໄດ້ອີກ ແກ້ບັນຫາທັງເລື່ອງຂີ້ເຫຍື້ອພລາສຕິກ ແລະ ຊ່ວຍໃຫ້ນ້ອງໝາຈອນຈັດມີອາຫານ!

ຕູ້ດັ່ງກ່າວຈະປ່ອຍອາຫານເມັດລົງມາ ເມື່ອເຮົາປ່ອນກະຕຸກນ້ຳພລາສຕິກເຂົ້າໄປ, ມີທັງອາຫານໝາ, ແມວ ແລະ ອາຫານນົກ ໃຫ້ເລືອກ, ອີກຮູບແບບໜຶ່ງແມ່ນສາມາດເລືອກປ່ຽນເປັນບິກຂຽນໄດ້ພ້ອມ.

Pugedon ເປັນຊື່ຂອງໂຄງການທີ່ຜະລິດຕູ້ດັ່ງກ່າວຂຶ້ນມາ ເພື່ອຊ່ວຍເຫຼືອດ້ານສັດຈອນຈັດ ແລະ ແກ້ໄຂບັນຫາຂີ້ເຫຍື້ອຕັ້ງແຕ່ປີ 2016. ຕູ້ນີ້ ຖືກນຳໄປນຳໃຊ້ຫຼາຍເຖິງ 17 ປະເທດ.

ເຖິງວ່າມັນຈະເປັນເລື່ອງທີ່ດີ ແຕ່ກໍມີສຽງວິພາກວິຈານຈາກບາງສ່ວນທີ່ຍັງເປັນກັງວົນວ່າຈະເປັນການເພີ່ມຈຳນວນສັດຈອນຈັດ, ເຊິ່ງອາດຈະເກີດຄວາມເປິເປື້ອນຕາມມາ ລວມທັງເປັນອັນຕະລາຍຕໍ່ຜູ້ທີ່ສັນຈອນໃນບໍລິເວນນັ້ນໆ. ແນ່ນອນວ່າ ເປັນເລື່ອງທີ່ດີຖ້າຫາກບໍ່ມີສັດຈອນຈັດ ແຕ່ໃນເມື່ອມັນຫຼີກເວັ້ນບໍ່ໄດ້ ເຮົາກໍອາດຈະຕ້ອງໃຫ້ຄວາມຊ່ວຍເຫຼືອສັດເຫຼົ່ານັ້ນໄປພ້ອມໆກັບການຄວບຄຸມຈຳນວນຂອງພວກມັນ.

ຢ່າງໃດກໍຕາມ ເທັກໂນໂລຢີດັ່ງກ່າວກໍເປັນປະໂຫຍດຢູ່ບໍ່ໜ້ອຍ ແລ້ວເຮົາເດ ຢາກໃຫ້ມີຕູ້ດັ່ງກ່າວຢູ່ບ້ານເຮົາຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/